
ກອງພັນ 988 ເປີດຊຸດອົບຮົມວິຊາສະເພາະປ້ອງກັນໃກ້ຊິດ ແລະ ການທະຫານ ປະຈຳປີ 2020
ເວລາອອກຂ່າວ: 2020-12-25 08:25:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 282 | ຄວາມນິຍົມ:
v ກອງພັນ 988 ໄດ້ຈັດຕັ້ງ ປິດຊຸດອົບຮົມ-ຫັດແອບວິຊາສະ ເພາະປ້ອງກັນໃກ້ຊິດ ແລະ ການ ທະຫານ ປະຈໍາ ປີ 2020 ໃນວັນ ທີ 23 ທັນວາ 2020 ນີ້, ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ຄໍາ ເກິ່ງ ພົມມະ ວັນ ຮອງຫົວໜ້າກົມປ້ອງກັນ ພາຍໃນກະຊວງປ້ອ ງກັນປະເທດ ມີຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບ ແລະ ນັກເຝິກ ອົບຮົມເຂົ້າຮ່ວມ.
ສະຫາຍ ພັນຕີ ວິໄຊ ເນນສີ ພົນ ຮອງຫົວໜ້າການທະຫານ ກອງພັນ 988 ໄດ້ຜ່ານບົດສະ ຫຼຸບວຽກງານເຝິກອົບຮົມ-ຫັດ ແອບກໍາລັງປ້ອງກັນໃກ້ຊິດ ແລະ ການທະຫານ ປະຈໍາປີ 2020, ຕະຫຼອດໄລຍະອົບຮົມ ຄະນະພັກ-ຄະນະບັນຊາໄດ້ເອົາ ໃຈໃສ່ຊີ້ນໍາ ແລະ ກວດກາຢ່າງ ໃກ້ຊິດ ໂດຍໄດ້ມອບໝາຍໃຫ້ ຄູ-ອາຈານແຕ່ລະວິຊາລົງເລິກ ແລະ ຕິດຕາມນັກເຝິກອົບຮົມ ຕົວຈິງ ເພື່ອຮັບປະກັນໃຫ້ການ ອົບຮົມ-ຫັດແອບສໍາເລັດຕາມ ແຜນການ, ສ່ວນນັກເຝິກອົບຮົມ ໄດ້ເປັນເຈົ້າການເຂົ້າຮ່ວມດ້ວຍ ຄວາມຫ້າວຫັນ ພ້ອມທັງປະຕິ ບັດຂໍ້ກໍາ ນົດ, ກົດລະບຽບ 7 ລະ ບອບ 18 ວຽກຂອງກອງທັບຢ່າງ ເຂັ້ມງວດ, ອັນໄດ້ເຮັດໃຫ້ບັ້ນອົບຮົມຄັ້ງນີ້ໄດ້ຮັບຜົນສໍາເລັດຕາມ ຄາດໝາຍທີ່ວາງໄວ້. ຜ່ານການ ອົບຮົມທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງສາມາດ ຕີລາຄາຜົນໄດ້ຮັບ ດັ່ງນີ້: ພາກ ການເມືອງສາມາດປະຕິບັດບັນ ລຸໄດ້ 80%, ພາກການທະຫານ 75%, ພາກທິດສະດີສິລະປະຍຸດ ມ້າງປະກອບອາວຸດ 85%, ພາກ ວິຊາສະເພາະປ້ອງກັນໃກ້ຊິດ 85%, ກວດກາຍິງລູກປືນແທ້ປືນ AK ຂັ້ນເກັ່ງມີ 30 ສະຫາຍ, ກາງ 15 ສະຫາຍ, ຄາດໝາຍ 10 ສະຫາຍ, ປືນ K 59, ຂັ້ນເກັ່ງ 20 ສະຫາຍ, ກາງ 19 ສະຫາຍ ແລະ ຄາດໝາຍ 20 ສະຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ