
ການເຄື່ອນໄຫວຂອງກົມກອງຕ່າງໆ ຫວ່າງບໍ່ດົນຜ່ານມາ
ເວລາອອກຂ່າວ: 2020-12-25 08:22:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 531 | ຄວາມນິຍົມ:
v ກອງພັນໃຫຍ່ 497: ໄດ້ ປະກາດການຈັດຕັ້ງຂັ້ນຕ່າງໆ, ເພື່ອປັບປຸງບູລະນະກົງຈັກການ ຈັດຕັ້ງຂັ້ນນໍາພາ-ບັນຊາຢູ່ກອງ ພັນໃຫຍ່ 497 ໃຫ້ໜັກແໜ້ນເຂັ້ມ ແຂງຮອບດ້ານ ເພື່ອຮັບປະກັນ ເຮັດສໍາເລັດໜ້າທີ່ການເມືອງ ຂອງກົມກອງໃນສະເພາະໜ້າ ແລະ ຍາວນານ, ພ້ອມດຽວກັນ ນັ້ນ, ຍັງໄດ້ປະກາດການປະດັບ ທຽບ ຊັ້ນຮ້ອຍໂທ ໃຫ້ນັກຮຽນທີ່ ຮຽນຈົບວິຊາສະເພາະຈໍາ ນວນ 6 ສະຫາຍ ແລະ ປະດັບທຽບ ຊັ້ນ ຮ້ອຍຕີ 1 ສະຫາຍ ຕື່ມອີກ.
v ໂຮງຮຽນຊ່າງແສງ: ໄດ້ ສະຫຼຸບຖອດຖອນບົດຮຽນການ ກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ປະຈຳປີ 2020, ໄລ ຍະ 1 ປີຜ່ານມາ, ຄະນະພັກ-ຄະ ນະອຳນວຍການແຕ່ລະຂັ້ນໄດ້ ຖືສໍາຄັນວຽກງານປ້ອງກັນ ພາຍໃນຕິດພັນກັບການກໍ່ສ້າງ ກອງ 3 ປອດ, ປຸກລະດົມພະນັກ ງານ-ນັກຮົບ ເປັນເຈົ້າການ ຕ້ານ ແລະ ສະກັດກັ້ນປະກົດການ ຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນກັບ ກົມກອງ ກໍຄືພະນັກງານ-ນັກຮົບ ອັນໄດ້ເຮັດໃຫ້ພາຍໃນກົມກອງ ມີຄວາມສະຫງົບປອດໄພດີ, ທາງດ້ານການເມືອງແນວຄິດ ຂອງພະນັກງານ-ນັກຮົບ ມີ ຄວາມອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມສະຫງົບໜັກແໜ້ນ. ຜ່ານ ພຶດຕິກຳການເຄື່ອນໄຫວຕົວຈິງ ສາມາດຕີລາຄາກອງປອດໃສ ປອດໄພ ປອດຄະດີ ມີ 6 ພະ ແນກການ ແລະ 2 ກອງພັນ.
v ໜ່ວຍພັກຮາກຖານ ສະຫະ ພັນນັກຮົບເກົ່າແຂວງບໍລິຄຳໄຊ: ໄດ້ເປີດບັ້ນດຳເນີນຊີວິດການ ເມືອງກວດກາຕີລາຄາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020, ບັ້ນດໍາເນີນ ຊີວິດການເມືອງຄັ້ງນີ້, ໄດ້ພ້ອມ ກັນຄົ້ນຄວ້າເຊື່ອມຊຶມຄຳສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຄຳສັ່ງຂອງຄະນະ ປະຈຳພັກແຂວງບໍລິຄໍາໄຊ ວ່າ ດ້ວຍການເພີ່ມທະວີການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຄຳແນະນຳຂອງ ຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍ ການເພີ່ມທະວີການກໍ່ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ. ຈຸດປະສົງ ເພື່ອເປັນ ການປັບປຸງກໍ່ສ້າງພັກໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງໃນ ທຸກ ດ້ານ, ເດັດດ່ຽວປັບປຸງແກ້ໄຂ ຈຸດອ່ອນຂໍ້ຄົງຄ້າງພາຍໃນພັກ, ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງ ນຳໜ້າຂອງຄະນະພັກ, ສະມາ ຊິກພັກສ້າງໃຫ້ຄະນະພັກ ມີຄວາມ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ.
v ກອງພົນທີ 1: ສະຫາຍ ພັນ ເອກ ວົງຈັນ ພັນຈັນທະມານ ຫົວ ໜ້າການເມືອງກອງພົນ: ໄດ້ ເຄືອນໄຫວຢ້ຽມຢາມ ແລະ ພົບປະ ໂອ້ລົມພະນັກງານ-ນັກຮົບກອງ ພັນ 13, ເຊິ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ຍາດໄດ້ໃນໄລຍະຜ່ານ ມາ, ພ້ອມທັງເນັ້ນໜັກໃຫ້ເພີ່ມ ທະວີຄວາມຮັບຜິດຊອບຂອງ ຕົນຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ສຸມໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນ ທ່ຽງ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາ ລັງໃຫ້ໜັກແໜ້ນເຂັ້ມແຂງ ຫັນ ເຂົ້າສູ່ລະບຽບແບບແຜນຮັດກຸມ, ຖືສໍາຄັນການອົບຮົມ-ຫັດແອບ ການເມືອງ ການທະຫານ ເພື່ອໃຫ້ ມີຄວາມຊໍາ ນານຄ່ອງແຄ້ວ, ສືບ ຕໍ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງ. ພ້ອມກັນນັ້ນ, ກໍ ຕ້ອງຫັນລົງກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດ ຮອບດ້ານ ສົມທົບແໜ້ນກັບອໍາ ນາດການປົກຄອງທ້ອງຖິ່ນ ແກ້ ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ຂອບເຂດຂອງຕົນຮັບຜິດ ຊອບມີຄວາມສະຫງົບປອດໄພ. ໂອກາດນີ້, ສະຫາຍ ຫົວໜ້າການ ເມືອງກອງພົນ ຍັງໄດ້ມອບເງິນ ຈໍານວນ 9.000.000 ກີບໃຫ້ ກອງພັນ 13 ເພື່ອເປັນທຶນໃນການ ປັບປຸງກໍ່ສ້າງກົມກອງອີກດ້ວຍ.
v ກອງພັນໃຫຍ່ 302 ກອງ ພົນທີ 3: ໄດ້ປະກາດແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດ ສາດ ການທະຫານຕາມຂໍ້ຕົກ ລົງຂອງກອງພົນທີ 3: ໃນນັ້ນ ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ຄຳສອນ ໄຊສົງຄາມ ຫົວໜ້າການ ທະຫານ ກອງພັນໃຫຍ່ 302 ເປັນ ປະທານສະພາວິທະຍາສາ ດ-ປະ ຫວັດສາດ ການທະຫານ, ສະຫາຍ ພັນໂທ ບຸນຄືນ ເລີຍຄໍາ ເຢີນ ຫົວ ໜ້າພະແນກເສນາທິການເປັນ ຮອງ, ສະຫາຍ ພັນໂທ ຈອມໃຈ ໄຊພະວົງ ຫົວໜ້າພະແນກການ ເມືອງ, ສະຫາຍ ພັນຕີ ສົມຄິດ ເງິນງາມ ຫົວໜ້າພະແນກພະ ລາທິການ, ສະຫາຍ ພັນໂທ ທອງ ຮອນ ໄຊຍະສິດ ຫົວໜ້າພະແນກ ບໍລິຫານ, ສະຫາຍ ພັນຕີ ບຸນ ວິໄລແກ້ວ ຫົວໜ້າການທະຫານ ກອງພັນ 403 ແລະ ສະຫາຍ ພັນ ຕີ ທະວີແສງ ອິນສຸຫວັດ ຫົວໜ້າ ການທະຫານ ກອງພັນ 416 ເປັນຄະນະ. ພ້ອມກັນນັ້ນ, ກໍໄດ້ປະກາດແຕ່ງຕັ້ງຫົວໜ້າຂະ ແໜງປະຫວັດສາດ ແລະ ຊ່ວຍ ວຽກຈໍາ ນວນໜຶ່ງ.
v ກອງພັນ 23 ທີ່ຂຶ້ນກັບ ກອງພັນໃຫຍ່ 501 ກອງພົນທີ 5: ໄດ້ຈັດພິທີແຮກສ່ຽວກັບບ້ານ ຫຽງ ເມືອງສຸຂຸມາ ແຂວງຈໍາ ປາສັກ, ເຊິ່ງການແຮກສ່ຽວຄັ້ງນີ້ ເປັນຂີດໝາຍສຳຄັນໃນການ ປັບປຸງກໍ່ສ້າງທ່າສະໜາມປ້ອງກັນຊາດໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ, ທັງເປັນການເສີມຂະ ຫຍາຍມູນເຊື້ອຂອງກອງທັບກັບ ປະຊາຊົນໃຫ້ແໜ້ນແຟ້ນເລິກເຊິ່ງ ໂດຍສະເພາະແມ່ນກອງພັນ 23 ກັບ ບ້ານຫຽງ ໃຫ້ ມີການພົວພັນ ໄປມາຫາສູ່ເຊິ່ງກັນ ແລະ ກັນ, ພ້ອມກັນຕ້ານ, ສະກັດກັ້ນ ແລະ ໄຂ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ຫຼຸດໜ້ອຍລົງຮັບປະກັນໃຫ້ ສະຖຽນລະພາບທາງດ້ານການ ເມືອງຂອບເຂດກົມກອງ ແລະ ບ້ານຮັບຜິດຊອບມີຄວາມສະ ຫງົບປອດໄພໂດຍພື້ນຖານ. ພ້ອມ ນັ້ນ, ໄດ້ລົງນາມເຊັນສັນຍາ ແຮກສ່ຽວເຊິ່ງກັນ ແລະ ກັນລະ ຫວ່າງ ສະຫາຍ ພັນໂທ ພານິດ ພິມມະສານ ຫົວໜ້າການເມືອງ ກອງພັນ 23 ແລະ ສະຫາຍ ບຸນ ເຊື່ອມ ສີປະເສີດ ນາຍບ້ານໆຫຽງ.
v ພະແນກພະລາທິການ ໂຮງ ຮຽນ 301: ໄດ້ສະຫຼຸບວຽກງານ ປະຈໍາປີ 2020, ໄລຍະ 1 ປີ ຜ່ານມາ, ພະແນກຮັບປະກັນ ໄດ້ທາງດ້ານເງິນກິນ-ເງິນເດືອນ, ວຽກງານອຸປະໂພກ-ບໍລິໂພກ, ຮັບປະກັນການກິນຢູ່ ຂອງພະນັກ ງານ-ນັກຮົບ 3 ຄາບ ຕໍ່ວັນ ແລະ ຮັບປະກັນວັດຖຸອຸປະກອນ ໃຫ້ແກ່ວຽກງານອົບຮົບ-ຫັດ ແອບໄດ້ເປັນຢ່າງດີ, ພ້ອມກັນ ນັ້ນ, ໄດ້ສຸມໃສ່ປູກຝັງ-ລ້ຽງ ສັດ ຕາມທ່າແຮງຂອງກົມກອງ, ໃນ ນີ້, ກົມກອງມີໃນເນື້ອທີ່ສໍາລັບ ສວນຄົວ 4 ເຮັກຕາ, ສາມາດ ປູກພືດຜັກຊະນິດຕ່າງໆ ສະ ໜອງເຂົ້າເຮືອນຄົວລວມໄດ້22. 800 ກິໂລ, ມີງົວ 27 ໂຕ, ຂ້າເຂົ້າເຮືອນຄົວລວມ 5 ໂຕ, ມີໝູ 55 ໂຕ, ຂ້າເຂົ້າເຮືອນລວມ 18 ໂຕ, ມີໜອງປາ 7 ໜອງ ປ່ອຍປາແລ້ວ 21.151 ໂຕ, ເອົາ ປາອອກຂາຍແລ້ວ 228 ກິໂລ ແລະ ສາມາດສ້າງລາຍຮັບເຂົ້າ ຄັງລວມ ໄດ້ 254.750.000 ກີບ.
v ກອງຮ້ອຍ 241 ທະຫານ ແຂວງຫົວພັນ: ໄດ້ປິດຊຸດອົບຮົມ-ຫັດແອບປັບປຸງລະບຽບແບບ ແຜນ ແລະ ເຝິກຝົນກໍາ ລັງເເຮງ ກາຍປະຈໍາ ປີ 2020. ເຊິ່ງຜ່ານການອົບຮົມທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ສາມາດຕີລາຄາຜົນໄດ້ຮັບ ດັ່ງນີ້: ພາກການເມືອງຂັ້ນເກັ່ງມີ 25 ສະຫາຍ, ກາງ 42 ສະຫາຍ, ພາກການທະຫານຂັ້ນເກັ່ງ 29 ສະຫາຍ, ກາງ 38 ສະຫາຍ, ພາກວິຊາສະເພາະຂັ້ນເກັ່ງ 23 ສະຫາຍ, ກາງ 32 ສະຫາຍ ແລະ ພາກພະລາທິການຂັ້ນເກັ່ງ 32 ສະຫາຍ, ກາງ 35 ສະຫາ.
v ກອງພົນທີ 3: ທ່ານ ບຸນ ລ້ວນ ຊົມສີຫາປັນຍາ ເຈົ້າ ເມືອງໆຊຽງຮອນ ແຂວງໄຊຍະ ບູລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ນໍາ ເອົາກະຕ່າດອກໄມ້ເຂົ້າອວຍ ພອນຄະນະພັກ-ຄະນະບັນຊາ ກອງພົນທີ 3 ເພື່ອເປັນການຮັດ ແໜ້ນຄວາມສາມັກຄີເຊິ່ງກັນ ແລະ ກັນ, ທັງເປັນການສ້າງ ສາຍພົວພັນທີ່ດີລະຫວ່າງກອງ ພົນທີ 3 ກັບອົງການປົກຄອງ ທ້ອງຖິ່ນໃຫ້ແໜ້ນແຟ້ນເລິກເຊິ່ງ ກວ່າເກົ່າ.
v ກອງບັນຊາການທະຫານ ເມືອງຫຼວງນໍ້າທາ: ໄດ້ປັບ ປຸງການຈັດຕັ້ງກອງຫຼອນກອງ ຮ້ອຍທີ5 ກຸ່ມບ້ານຈະເລີນສຸກ, ໃນນີ້, ໄດ້ຖອນ ສະຫາຍ ຮ້ອຍຕີ ສີພອນ ແກ້ວວິໄລ ຫົວໜ້າກອງ ຮ້ອຍຜູ້ເກົ່າກັບຄືນກົມກອງ ແລະ ແຕ່ງຕັ້ງ ສະຫາຍ ສົມດີ ຢູ່ບ້ານ ຈະເລີນສຸກ ເປັນຫົວໜ້າກອງ ຫຼອນກອງຮ້ອຍທີ 5 ກຸ່ມບ້ານ ຈະເລີນສຸກຜູ້ໃຫມ່. ທັງນີ້ກໍເພື່ອ ເປັນການປັບປຸງການຈັດຕັ້ງ ກອງຫຼອນກອງຮ້ອຍດັ່ງກ່າວໃຫ້ ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອພ້ອມກັນປົກປັກຮັກສາບ້ານ ຊ່ອງຂອງຕົນໃຫ້ມີຄວາມສະ ຫງົບປອດໄພໂດຍພື້ນຖານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ