ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງອຸດົມໄຊ ມອບອັດຖິທະຫານອາສາສະໝັກຫວຽດນາມກັບຄືນປະເທດ
ເວລາອອກຂ່າວ: 2018-12-19 14:04:43 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ພິທີມອບ-ຮັບອັດຖິທະຫານ ອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ເສຍສະຫລະ ຊີວິດໃນປາງສົງຄາມຢູ່ 6 ແຂວງ ພາກເໜືອຂອງລາວກັບຄືນປະ ເທດ ໄດ້ຈັດຂຶ້ນໃນວັນທີ 13 ທັນ ວາ 2018 ນີ້ ຢູ່ທີ່ສະໂມສອນ ແຂວງອຸດົມໄຊ ໂດຍການເຂົ້າ ຮ່ວມຂອງ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມນະໂຍ ບາຍກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະປະຕິບັດງານ ພິເສດແຫ່ງ ສປປ ລາວ, ມີທ່ານ ຄຳພຽງ ຢາຈົງວາ ຮອງເລຂາ ພັກແຂວງ ຮອງເຈົ້າແຂວງໆອຸ ດົມ ໄຊ, ທ່ານ ພົນຈັດຕະວາ ເຈີນ ຫງອກຕວນ ຫົວໜ້າກົມນ້ອຍ ກົມໃຫຍ່ການເມືອງທະຫານເຂດ 2 ສສ ຫວຽດນາມ, ມີການນຳ ພັກ-ລັດ, ຄະນະປະຕິບັດງານພິ ເສດ ລາວ-ຫວຽດນາມ 6 ແຂວງ ພາກເໜືອສອງກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແຂວງ, ພ້ອມດ້ວຍຊາວຫວຽດ ນາມທີ່ດຳເນີນທຸລະກິດ, ດຳລົງ ຊີວິດຢູ່ແຂວງອຸດົມໄຊ ແລະ ມວນຊົນຊາວແຂວງອຸດົມໄຊ ເຂົ້າຮ່ວມຢ່າງຫລວງຫລາຍ. ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງໆອຸດົມໄຊ ໄດ້ກ່າວວ່າ: ການມອບອັດຖິໃນຄັ້ງນີ້ແມ່ນ ເປັນການປະຕິບັດຕາມແນວ ທາງແຜນນະໂຍບາຍຂອງສອງ ພັກ, ສອງລັດ ລາວ-ຫວຽດນາມ ໃນການຂຸດຄົ້ນຊອກຫາ ແລະ ນຳສົ່ງອັດຖິບັນດາສະຫາຍທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ເສຍສະຫລະ ຊີວິດໃນໄລຍະຕໍ່ສູ້ກູ້ຊາດເພື່ອປົດ ປ່ອຍປະເທດລາວຢູ່ 6 ແຂວງ ພາກເໜືອລາວເຊິ່ງການຂຸດຄົ້ນ ແມ່ນໄດ້ເລີ່ມປະຕິບັດມາແຕ່ປີ 1994, ອັດຖິທີ່ໄດ້ນຳມາມອບ- ຮັບໃນຄັ້ງນີ້ມີຈຳນວນທັງໝົດ 30 ອັດຖິ. ໃນພິທີໄດ້ລົງນາມເຊັນບົດບັນ ທຶກມອບ-ຮັບລະຫວ່າງແຂວງ ອຸດົມໄຊ ແລະ ກອງປະຕິບັດ ງານພິເສດທະຫານເຂດສອງ ສສ ຫວຽດນາມ. ຈາກນັ້ນກໍ ໄດ້ຈັດພິທີທາງສາສະໜາ, ວາງ ພວງມາລາ ແລ້ວນຳເອົາອັດຖິ ຈຳນວນດັ່ງກ່າວເຄື່ອນຂະບວນ ສູ່ ສສ ຫວຽດນາມ ທ່າມກາງ ຄວາມອາໄລອາວອນຂອງປະ ຊາຊົນສອງຊາດ. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ