ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ທະຫານແຂວງວຽງຈັນ ຕ້ອນຮັບຄະນະຜູ້ແທນ ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ
ເວລາອອກຂ່າວ: 2018-12-19 10:43:53 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 691 | ຄວາມນິຍົມ:



ໃນວັນທີ 15 ທັນວາ 2018 ນີ້, ກອງບັນຊາການທະຫານ ແຂວງວຽງຈັນ, ໄດ້ຕ້ອນຮັບຄະ ນະຜູ້ແທນກອງບັນຊາການທະ ຫານເຂດ 4 ສສ ຫວຽດນາມ, ເຊິ່ງນຳໂດຍສະຫາຍ ພົນຈັດຕະ ວາ ຫງວຽນ ດຶກຮ່ວາ ຮອງຫົວ ໜ້າການເມືອງກອງບັນຊາການ ທະຫານເຂດ 4 ພ້ອມດ້ວຍຄະ ນະທີ່ໄດ້ເດີນທາງມາຢ້ຽມຢາມ ຢູ່ກອງບັນຊາການທະຫານ ແຂວງວຽງຈັນ, ໂດຍມີສະຫາຍ ພົນຈັດຕະວາ ບຸນມາ ວົງດາລາ ແສນ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງວຽງ ຈັນພ້ອມຄະນະໃຫ້ການຕ້ອນ ຮັບ, ເປັນກຽດເຂົ້າຮ່ວມມີທ່ານ ບຸນສອນ ເພັດລາວັນ ຄະນະປະ ຈຳພັກແຂວງ ຮອງເຈົ້າແຂວງໆ ວຽງຈັນ ທັງເປັນຫົວໜ້າຄະນະ ສະເພາະກິດປະຕິບັດງານພິເສດ ແຂວງວຽງຈັນ. ໂອກາດນີ້ສະຫາຍພົນຈັດຕະ ວາ ບຸນມາ ວົງດາລາແສນ ໄດ້ ລາຍງານການຈັດຕັ້ງປະຕິບັດ ວຽກງານການຊອກຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະ ຫຼະຊີວິດໃນປາງສົງຄາມຢູ່ລາວ ເປັນຕົ້ນແມ່ນຢູ່ແຂວງວຽງຈັນ, ໂດຍປະຕິບັດຕາມບົດບັນທຶກ ຂອງກອງປະຊຸມຂອງຄະນະສະ ເພາະກິດປະຕິບັດງານພິເສດ 4 ແຂວງ, ຊຽງຂວາງ, ວຽງຈັນ, ໄຊສົມບູນ (ສປປ ລາວ) ແລະ ແຂວງແຫງະອານ (ສສ ຫວຽດ ນາມ), ຄັ້ງວັນທີ 26 ກັນຍາ 2018 ຢູ່ທີ່ຫ້ອງວ່າການປົກ ຄອງແຂວງຊຽງຂວາງ ກ່ຽວກັບ ວຽກງານຊອກຄົ້ນເຕົ້າໂຮມຮ່າງ ອັດຖິ ນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະ ຫຼະຊີວິດຢູ່ລາວສົກປີ 2018-2019 ເຊິ່ງຜ່ານມາຄະນະປະ ຈຳພັກແຂວງ, ອົງການປົກຄອງ ທ້ອງຖິ່ນຂັ້ນເມືອງ, ບ້ານ, ຕະ ຫຼອດຮອດພະນັກງານທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນບັນດາ ເຜົ່າກໍໄດ້ເອົາໃຈໃສ່ຊີ້ນຳ-ອຳ ນວຍຄວາມສະດວກ ແລະ ໃຫ້ ການຮ່ວມມືແກ່ຄະນະສະເພາະ ກິດທັງສອງຝ່າຍ ເຊິ່ງຜ່ານມາ ການຊອກຄົ້ນ ແລະ ຂຸດຄົ້ນແມ່ນ ຍັງພົບຄວາມຫຍຸ້ງຍາກພໍສົມ ຄວນ, ເນື່ອງຈາກສະພາບແວດ ລ້ອມ, ປ່ຽນແປງບັນດາຫຼຸມຝັງ ສົບຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ ເຂດທຸລະກັນດານຫ່າງໄກສອກ ຫຼີກ ທຸລະກັນດານ, ບໍ່ມີໃຜ່ຮູ້, ຜູ້ ຮູ້ກໍ່ເຖົ້າແກ່, ເສຍຊີວິດໄປແລ້ວ ເຮັດໃຫ້ຂໍ້ມູນບໍ່ຊັດເຈນທີ່ຕັ້ງຫຼຸມ ຝັງສົບກໍມີການປ່ຽນແປງ, ປ່າ ຕຶບໜາເຮັດໃຫ້ພົບຄວາມຫຍຸ້ງ ຍາກ, ຜ່ານການເຄື່ອນໄຫວຊອກ ຄົ້ນ ແລະ ຂຸດຄົ້ນນັບແຕ່ເດືອນຕຸ ລາປີ 2018 ຕາມແຜນການ ແມ່ນມີ 4 ສົບ, ແຕ່ສາມາດຂຸດ ຄົ້ນໄດ້ພຽງ 2 ຮ່າງອັດຖິເທົ່າກັບ 50% ຂອງແຜນການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ