ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານປະສານເຫຼົ່າຫຼວງພະບາງ ປະກາດເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2020-12-04 09:07:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



v ໃນວັນທີ 23 ພະຈິກ 2020 ນີ້; ໂຮງງານປະສານເຫຼົ່າຫຼວງ ພະບາງ ໄດ້ຈັດປະກາດການ ເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ ນາຍ ແລະ ພົນທະຫານພາຍ ໃນໂຮງງານ, ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະ ວາ ຄຳພາ ສີພອນໄຊ ຄະນະປະ ຈຳພັກກົມໃຫຍ່ ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ພາກ ສ່ວນທີ່ກ່ຽວຂ້ອງ, ມີຄະ ນະພັກ-ຄະນະອຳນວຍ, ພະແນກພະ ນັກງານ, ຫ້ອງການເມືອງ ກົມໃຫຍ່ເຕັກນິກຕະຫຼອດຮອດ ພະນັກງານ-ນັກຮົບຜູ້ທີ່ໄດ້ຮັບ ຊັ້ນໃໝ່ເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ຮ້ອຍເອກ ສັນ ຕິສຸກ ມາໄຊຍາວົງ ຮອງຫົວໜ້າພະ ແນກພະນັກງານ ຫ້ອງການ ເມືອງກົມໃຫຍ່ເຕັກນິກກອງທັບ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍ ແລະ ພົນທະຫານຢູ່ກົມ ໃຫຍ່ເຕັກນິກກອງທັບ, ເຊິ່ງ ໄດ້ສັງກັດຢູ່ໂຮງງານປະສານ ເຫຼົ່າຫຼວງພະບາງ, ທີ່ມີຜົນງານ ດີເດັ່ນ, ມີມາດຖານເງື່ອນໄຂ ຄົບຖ້ວນ ແລະ ຮອດກຳນົດການ ເລື່ອນຊັ້ນຈຳນວນທັງໝົດ 25 ສະຫາຍ. ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 9 ສະຫາຍ, ປະ ດັບທຽບຊັ້ນຮ້ອຍໂທ 3 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ, ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ 1 ສະຫາຍ. ໂດຍ: ອຸ່ນຄໍາ ດວງປະເສີດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ