ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນຊ່າງແສງມອບເງິນອຸດໜູນເສຍຊີວິດ
ເວລາອອກຂ່າວ: 2020-12-04 09:05:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



v ວັນທີ 19 ພະຈິກ 2020 ນີ້, ຢູ່ທີ່ຫ້ອງປະຊຸມໂຮງຮຽນຊ່າງ ແສງ ໄດ້ຈັດພິທີມອບເງິນອຸດໜູນ ເສຍຊີວິດ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ວັນເຖິງ ແສນຈົງຮັກ ຫົວໜ້າການເມືອງ ໂຮງຮຽນຊ່າງແສງ ມີບັນດາພະ ແນກການກອງພັນ, ຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ຄຳແສນ ນິຍະ ວົງ ຫົວໜ້າຂະແໜງປະກັນສັງ ຄົມ ໄດ້ຜ່ານຄຳສັ່ງແນະນຳຂອງ ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ສະບັບເລກທີ 567ກປທ ລົງວັນທີ 28 ກຸມພາ 2019 ກ່ຽວ ກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການປະກັນສັງຄົມໃນຂໍ້ 6.2 ການຄິດໄລ່ເງິນອຸດໜູນເສຍ ຊີວິດຂອງສະຫາຍ ພັນໂທ ສິນນະ ຄອນ ວຽງປັນຍາ ເຊິ່ງມີຈຳນວນ ເງິນທັງໝົດ 113.388.750 ກີບ. ໂດຍກ່າວຮັບຂອງ ນາງ ຄຳຄ່ອງ ວຽງປັນຍາ ຕາງໜ້າໃຫ້ຄອບຄົວ ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ, ໄດ້ ສະແດງຄວາມຂອບໃຈຕໍ່ການ ຈັດຕັ້ງທຸກຂັ້ນທີ່ມອບນະໂຍບາຍ ແລະ ເບິ່ງແຍງດູແລ ສັນຍາວ່າຈະ ນຳໃຊ້ເງິນດັ່ງກ່າວໃຫ້ເກີດປະ ໂຫຍດສູງສຸດແກ່ຄອບຄົວ. ສະຫາຍ ພັນໂທ ວັນ ເຖິງ ແສນ ຈົງຮັກໄດ້ໃຫ້ການຊີ້ນຳ, ຝາກ ຄວາມເຊື່ອໝັ້ນຕໍ່ຄອບຄົວຈົ່ງນຳ ເອົາເງິນດັ່ງກ່າວນີ້ໄປນຳໃຊ້ແກ້ ໄຂຊີວິດຄອບຄົວໃຫ້ຖືກຕ້ອງ ແລະ ເປັນປະໂຫຍດ, ການຈັດຕັ້ງ ຈະສືບຕໍ່ໃຫ້ຄວາມຊ່ວຍເຫຼືອດູ ແລເບິ່ງແຍງຄອບຄົວຕາມແນວ ທາງພັກ-ລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ