ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ເປີດຂະບວນການແຂ່ງຂັນກີລາ
ເວລາອອກຂ່າວ: 2020-12-04 09:03:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



v ວັນທີ 25 ພະຈິກ 2020ນີ້, ກອງພົນທີ 2 ໄດ້ຈັດພິທີເປີດ ຂະບວນການແຂ່ງຂັນກີລາ ມວນຊົນ, ກີລາການທະຫານ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນ ຕ່າງໆຂອງຊາດຂອງກອງ ທັບ ຄືວັນສະຖາປະນາສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງ ກອງທັບປະຊາ ຊົນລາວ ຄົບຮອບ 72 ປີໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນ ເອກ ຄໍາດີ ໄຊຍະວົງ ຫົວໜ້າການ ທະຫານ ກອງພົນທີ 2, ມີບັນດາ ຄະນະ ພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການ, ກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດຕະຫຼອດ ຮອດພະນັກງານ-ນັກຮົບນັກກີ ລາທົ່ວກອງພົນເຂົ້າຮ່ວມ. ສະຫາຍ ພັນຕີ ສົມລົດ ວິລະວົງ ຫົວໜ້າພະແນກອົບຮົມ ໄດ້ຂຶ້ນຜ່ານແຜນການແຂ່ງຂັນ ກີລາມວນຊົນ, ກີລາການທະຫານ ປະຈໍາ ປີ 2020. ບັນດາເນື້ອໃນ ລາຍການແຂ່ງຂັນກີລາມວນຊົນ ປະກອບມີ: ກີລາບານເຕະ, ບານ ສົ່ງ, ກະຕໍ້ ແລະ ເປຕັງ, ສ່ວນກີ ລາການທະຫານ ປະກອບມີ: ກີລາແລ່ນມ້າງປະກອບອາວຸດ 400 ແມັດ, ແລ່ນຜ່ານສິ່ງກີດ ຂວາງ 4×50 ແມັດ, ກີລານັກ ຮົບແຂງແຮງ ແລະ ກີລາວິ ຊາການທະຫານສົມທົບແລ່ນ 3.000 ແມັດ. ການແຂ່ງຂັນ ແມ່ນເລີ່ມ ແຕ່ວັນທີ 17 ພະຈິກ 2020 ຮອດວັນທີ 20 ມັງກອນ 2021 ຈຶ່ງຈະສໍາເລັດ. ທັງນີ້, ເພື່ອ ສ້າງບັນຍາກາດໃຫ້ເບີກບານ ມ່ວນຊື່ນ ເພື່ອຂໍ່ານັບຮັບຕ້ອນ ບັນດາວັນປະຫວັດສາດ ຂອງ ຊາດ ຂອງກອງທັບ ແລະ ເພື່ອ ເປັນການກວດກາຄວາມສາມາດ ກໍາລັງແຮງກາຍ ຂອງ ນາຍ ແລະ ພົນທະຫານ ສ້າງຄວາມສາມັກຄີ ລະຫວ່າງອົງການ, ກົມກອງ ອ້ອມ ຂ້າງຂອງກອງພົນ ເພື່ອແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມກັນພັດທະນານັກກີລາ ແຕ່ລະທີມ ໃຫ້ດີຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ