ກອງຮ້ອຍວັດແທກ 32 ສຳເລັດການອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2020
ເວລາອອກຂ່າວ: 2020-12-04 09:01:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 415 | ຄວາມນິຍົມ:
v ໃນວັນທີ 26 ພະຈິກ ຜ່ານ ມາ, ກອງຮ້ອຍວັດແທກ 32 ໄດ້
ເປີດບັ້ນອົບຮົມ-ຫັດແອບຍິງ
ເປົ້າໝາຍດ້ວຍລູກປືນແທ້ໃຫ້ ນາຍ ແລະ ພົນທະຫານ ຢູ່ທີ່ສະ ໜາມຍິງປືນອາຊຽນ ຫຼັກ 27, ໂດຍການເຂົ້າຮ່ວມເປັນປະ ທານ ຂອງ ສະຫາຍ ພັນໂທ ບຸນທ່ຽງ ແກ້ວມະນີ ຫົວໜ້າການເມືອງ ກອງຮ້ອຍວັດແທກ 32 ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ ແລະ ພົນທະຫານເຂົ້າຮ່ວມ.
ການອົບຮົມ-ຫັດແອບຍິງເປົ້າ ໝາຍດ້ວຍລູກປືນແທ້ໃນຄັ້ງນີ້, ກໍເພື່ອເຮັດໃຫ້ທະຫານໃໝ່ກຳ ແໜ້ນທິດສະດີຫຼັກການປະກອບ ສ້າງຂອງອາວຸດຍຸດໂທປະກອນ, ທັງເຮັດໃຫ້ມີຄວາມຊຳນານ ຄ່ອງແຄ້ວ, ເພື່ອກຽມພ້ອມເຮັດ ສໍາເລັດໜ້າທີ່ການເມືອງຂອງ ກົມກອງ, ພ້ອມນີ້ ກໍເປັນການ ຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະ ວິທີ ແລະ ບາດກ້າວເຄື່ອນໄຫວ ສູ້ຮົບໃນສະໜາມເຝິກແອບ
ກໍຄືສະໜາມຮົບຕົວຈິງ, ສຳລັບ ການອົບຮົມ-ຫັດແອບຄັ້ງນີ້ ໃຊ້ອາວຸດປະເພດປືນສັ້ນ K 59 ແລະ ໃຊ້ເວລາ 1 ວັນ. ຜ່ານ ການຫັດແອບຕົວຈິງສາມາດ ຕີລາຄາໄດ້ດັ່ງນີ້: ຍິງປືນ AK 59 ປະເພດເກັ່ງ 16 ສະຫາຍ, ກາງ 40 ສະຫາຍ ແລະ ຍິງປືນສັ້ນ ປະເພດເກັ່ງ 7 ສະຫາຍ, ກາງ 25 ສະຫາຍ.
ໂດຍ: ຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ