ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍກົມກອງປາຖະກະຖາ 2 ວັນປະຫັວດສາດ
ເວລາອອກຂ່າວ: 2020-12-04 08:56:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນວັນທີ 30 ພະຈິກ - 3 ທັນ ວາ 2020 ນີ້, ມີຫຼາຍກົມກອງຈັດ ຕັ້ງປາຖະກະຖາ 2 ວັນປະຫວັດ ສາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ໃນນີ້, ຢູ່ຫ້ອງວ່າ ການກະຊວງປ້ອງກັນປະເທດ ໂດຍ ການປາຖະກະຖາຂອງສະຫາຍ ບົວສີ ຈະເລີນສຸກ ພະນັກງານປະ ຕິວັດອາວຸໂສບຳນານ, ໃຫ້ກຽດ ເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ໄພວັນ ຈັນທະພົມມາ ກຳ ມະການຄະນະພັກກະຊວງ ຮອງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນ ປະເທດ, ຢູ່ທະຫານແຂວງຊຽງ ຂວາງໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ, ຢູ່ໂຮງ ຮຽນທິດສະດີການເມືອງກອງ ທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງ ເຊິ່ງຢູ່ແຕ່ລະກົມກອງ ກໍໄດ້ເລົ່າ ຄືນມູນເຊື້ອ ແລະ ຄວາມສໍາຄັນ ຂອງວັນຊາດ ທີ 2 ທັນວາ, ເຊິ່ງ ຊາດລາວແມ່ນຊາດໜຶ່ງທີ່ມີປະ ຫວັດສາດອັນຍາວນານ, ມີມູນ ເຊື້ອທີ່ສະຫງ່າອົງອາດແຫ່ງ ການຕໍ່ສູ້ຕ້ານການຮຸກຮານຂອງ ສັດຕູຈາກພາຍນອກ ແລະ ສ້າງ ສາພັດທະນາ ໂດຍສືບທອດມູນ ເຊື້ອອັນອົງອາດກ້າຫານຂອງ ບັນພະບູລຸດ. ດັ່ງນັ້ນ, ປະຊາຊົນ ລາວບັນດາເຜົ່າ ພາຍໃຕ້ການ ນໍາພາຂອງພັກປະຊາຊົນປະຕິວັດ ລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງ ພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກ ຈັກກະພັດລ່າເມືອງຂຶ້ນທັງແບບ ເກົ່າ ແລະ ແບບໃໝ່, ວັນຊາດ ທີ 2 ທັນວາ ແມ່ນວັນທີ່ມີຄວາມ ໝາຍສໍາຄັນສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ແມ່ນວັນແຫ່ງໄຊຊະນະອັນຍິ່ງ ໃຫຍ່ປະຫວັດສາດແຫ່ງການຕໍ່ ສູ້ກູ້ຊາດ, ແມ່ນວັນທີ່ປະຊາຊົນ ລາວບັນດາເຜົ່າໄດ້ມີອິດສະຫຼະ ພາບ ແລະ ໄດ້ເປັນເຈົ້າຂອງປະ ເທດຊາດຢ່າງແທ້ຈິງ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນ ວັນທີ 2 ທັນວາ ປີ 1975 ຢ່າງສະ ຫງ່າຜ່າເຜີຍ. ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປວງຊົນລາວທັງຊາດ ເເມ່ນລູກ ຮັກຫຼານແພງຂອງປະຊາຊົນ ລາວບັນດາເຜົ່າ, ແມ່ນຜູ້ຮັກ ຊາດ, ນັກປະຕິວັດຢ່າງຍິ່ງ ໃຫຍ່ຂອງຊາດ, ວິລະບູລຸດ, ຜູ້ນໍາ ຂອງພັກ-ລັດທີ່ປີຊາສາມາດ ສະ ຫຼາດສ່ອງໃສ ແລະ ສະດຸ້ງໄວ, ເຊິ່ງປະທານ ໄກສອນ ພົມວິຫານ ຍັງເປັນນັກທິດສະດີ ແລະ ພຶດຕິ ກໍາ, ເປັນນັກປຸກລະດົມຂົນຂວາຍ ແລະ ເປັນນັກໂຄສະນາປາຖະກະ ຖາທີ່ດີເລີດ, ເປັນນັກຍຸດທະສາດ, ນັກອອກແບບຍຸດໂທບາຍ ແລະ ວິທີປະຕິວັດທີ່ສະຫຼາດຄ່ອງ ແຄ້ວ. ປະທານ ໄກສອນ ພົມວິ ຫານ ເປັນສັນຍາລັກ ແລະ ເປັນ ແກ່ນສານຂອງຄວາມສາມັກຄີ ປອງດອງລະຫວ່າງເຜົ່າຄວາມ ເປັນປຶກແຜ່ນພາຍໃນຊາດ, ຄວາມເປັນເອກະພາບພາຍໃນ ພັກ, ເປັນຜູ້ນໍາທີ່ມີຄຸນສົມບັດສິນ ທໍາປະຕິວັດສູງ, ມີທັດສະນະ ມະຫາຊົນກວ້າງຂວາງ, ເປັນ ຜູ້ນໍາທີ່ດຸໝັ່ນ, ດໍາລົງຊີວິດແບບ ງ່າຍດາຍ, ປະຢັດ ແລະ ບໍລິສຸດ ປອດໃສ. ການປາຖະກະຖາ 2 ວັນປະຫວັດສາດໃນຄັ້ງນີ້ ກໍເພື່ອ ເຮັດໃຫ້ພະນັກງານ-ນັກຮົບໃນ ທົ່ວກົມກອງຮັບຮູ້ ແລະ ເຂົ້າໃຈ ຄວາມໝາຍຄວາມສໍາຄັນ ມູນ ເຊື້ອຂອງວັນຊາດ ທີ 2 ທັນວາ ແລະ ຮໍ່າຮຽນເອົາແບບຢ່າງຄຸນ ສົມບັດທາດແທ້ປະຕິວັດຄວາມ ຈົງຮັກພັກດີຄວາມເດັດດ່ຽວ ແໜ້ນຂອງປະທານ ໄກສອນ ພົມວິຫານ ມາໝູນໃຊ້ເຂົ້າໃນຊີ ວິດວຽກງານຕົວຈິງຂອງຕົນ ໃຫ້ໄດ້ຮັບໝາກຜົນສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ