ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິຫານໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ກ່າວສູນທອນພົດ ໃນພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນຊາດ ທິ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ
ເວລາອອກຂ່າວ: 2020-12-03 09:43:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



- ນ້ອມມະມັດສະການພະເຖລານຸເຖລະ ! - ບັນດາສະຫາຍຜູ້ນໍາພັກ-ລັດ, ອະດີດຜູ້ນໍາພັກ-ລັດ ທີ່ນັບຖື! - ປະຊາຊົນລາວບັນດາເຜົ່າ ທີ່ຮັກແພງ! - ສະຫາຍ, ເພື່ອນມິດສາກົນ ທີ່ຮັກແພງທັງຫຼາຍ ! ມື້ນີ້ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວ ລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍປະຊາຊົນລາວບັນດາ ເຜົ່າ ໃນທົ່ວປະເທດມີຄວາມເບີກ ບານມ່ວນຊື່ນ ແລະ ເອກອ້າງທະ ນົງໃຈເປັນຢ່າງຍິ່ງ ທີ່ໄດ້ພ້ອມ ກັນຈັດຕັ້ງພິທີໂຮມຊຸມນຸມສະ ເຫຼີມສະຫຼອງວັນຊາດທີ 2 ທັນວາ ວັນມະຫາໄຊ ຂອງປວງຊົນລາວ ທັງຊາດ ບັນຈົບຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ. ຕາງໜ້າຄະນະນໍາ ພັກ-ລັດ, ຂ້າພະເຈົ້າຂໍສົ່ງຄວາມຢ້ຽມຢາມ ຖາມຂ່າວອັນອົບອຸ່ນ, ຄວາມສາ ມັກຄີຮັກແພງ ອັນສະໜິດສະໜົມ ແລະ ຂໍອວຍພອນໄຊ ອັນປະເສີດ, ໄປຍັງບັນດາ ນັກປະຕິວັດອາວຸ ໂສບໍານານ, ວິລະຊົນແຫ່ງຊາດ, ນັກຮົບແຂງຂັນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວ ບັນດາເຜົ່າ, ທຸກເພດ-ໄວ, ຊາວ ຕາງດາວ, ຊາວຕ່າງປະເທດ ທີ່ ດໍາລົງຊີວິດ ແລະ ເຄື່ອນໄຫວ ວຽກງານ ຢູ່ ສປປ ລາວ, ພີ່ນ້ອງ ເຊື້ອສາຍລາວ ທີ່ອາໄສຢູ່ຕ່າງປະ ເທດຈົ່ງຢູ່ດີມີແຮງ, ຫ້າວຫັນໝັ້ນ ຍືນ , ມີຄວາມເບີກບານມ່ວນຊື່ນ ແລະ ພ້ອມກັນສ້າງສາພັດທະນາ ຄອບຄົວ, ສັງຄົມ ແລະ ປະເທດ ຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນພິທີອັນຄຶກຂຶມ ແລະ ມີ ຄວາມໝາຍສໍາຄັນນີ້, ພວກເຮົາ ຮູ້ສຶກອາໄລອາວອນ ແລະ ຄິດ ຄະນຶງຫາປະທານ ໄກສອນ ພົມວິ ຫານຜູ້ນໍາທີ່ເຄົາລົບຮັກ, ລູກຫຼານ ຜູ້ປະເສີດຂອງປະຊາຊົນລາວ, ຜູ້ນໍາພາກໍຕັ້ງ, ຖະນຸບໍາລຸງ, ກໍ່ ສາງພັກ ແລະ ນໍາພາພາລະກິດຕໍ່ ສູ້ກູ້ຊາດ, ຜູ້ນໍາພາສ້າງຕັ້ງລະ ບອບໃໝ່, ລະບອບປະຊາ ທິປະໄຕ ປະຊາຊົນ ເຊິ່ງໄດ້ຂຽນປະຫວັດ ສາດຍຸກໃໝ່ ຂອງຊາດລາວວີລະ ຊົນ ; ພ້ອມກັນນີ້ ກໍມີຄວາມອາໄລ ອາວອນ ແລະ ຈົດຈໍາລ້ຳລຶກເຖິງ ວິລະກໍາອັນລໍ້າເລີດ, ຄຸນງາມ ຄວາມດີ ແລະ ການເສຍສະຫຼະ ອັນໃຫຍ່ຫຼວງຂອງບັນດາຜູ້ນຳ ຜູ້ແຕ່ລະຮຸ່ນ, ພະນັກງານ, ນັກຮົບ ປະຕິວັດ, ຜູ້ຮັກຊາດ ແລະ ປະຊາ ຊົນລາວບັນດາເຜົ່າທີ່ໄດ້ອຸທິດຊີ ວິດ, ເລືອດເນື້ອເຫຼື່ອແຮງ, ສະຕິ ປັນຍາ ແລະ ວັດຖຸຊັບສິນເພື່ອພາ ລະກິດປະຕິວັດຕະຫຼອດໄລຍະ ແຫ່ງການປະຕິວັດຊາດ ປະຊາ ທິປະໄຕ ກໍຄືພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ເພື່ອຄວາມ ເປັນເອກະລາດແຫ່ງຊາດ ແລະ ຄວາມສົມບູນພູນສຸກຂອງລູກ ຫຼານລາວ. ຂ້າພະເຈົ້າຂໍເຊີນ ບັນດາສະ ຫາຍລູກຂຶ້ນກົ້ມຫົວໄຫວ້ອາໄລ ເຖິງດວງວິນຍານຂອງ ປະທານ ໄກສອນ ພົມວິຫານ ແລະ ບັນດາ ສະຫາຍທີ່ໄດ້ລວງລັບໄປແລ້ວ ເປັນເວລາ 30 ວິນາທີ. ບັນດາສະຫາຍ, ເພື່ອນມິດທັງ ຫຼາຍ ! ກອນໜ້ານີ້ 45 ປີ, ພາຍໃຕ້ກະ ແສຟອງການລຸກຮື້ຂຶ້ນຂອງປະ ຊາຊົນລາວ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ, ອໍານາດການປົກຄອງເກົ່າທີ່ ເປັນລູກສະໝຸນຂອງພວກລ່າ ເມືອງຂຶ້ນ ແລະ ກົງຈັກຂອງລະ ບອບສັກດີນາຂາຍຊາດ ໃນລະ ດັບທ້ອງຖິ່ນຮາກຖານທົ່ວປະ ເທດໄດ້ຖືກທັບມ້າງ, ອໍານາດ ການປົກຄອງໃໝ່ຂອງປະຊາຊົນ ໄດ້ຮັບການຈັດຕັ້ງຂຶ້ນ, ສ້າງສະ ພາບແວດລ້ອມ ແລະ ເງື່ອນໄຂ ອັນສຸກງອມ “ພັນປີມີເທື່ອໜຶ່ງ ” ໃຫ້ແກ່ການຍຶດອໍານາດການປົກ ຄອງຢ່າງສົມບູນມາສູ່ກໍາມືຂອງ ປະຊາຊົນຜູ້ອອກແຮງງານ. ຈາກ ນັ້ນ, ພາຍໃຕ້ການນໍາພາໂດຍ ກົງຂອງສູນກາງພັກ ເຊິ່ງມີ ປະ ທານ ໄກສອນ ພົມວິຫານ ເປັນ ຫົວໜ້າ, ກອງປະຊຸມໃຫຍ່ຜູ້ແທນ ປະຊາຊົນທົ່ວປະເທດ ເຊິ່ງໄດ້ໄຂ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975 ເພື່ອປະກາດ ລົບລ້າງອໍານາດການປົກຄອງ ເກົ່າ, ສະຖາປະນາ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວ, ເປີດສັງກາດໃໝ່ ແຫ່ງ ເອ ກະລາດ, ອິດສະຫຼະພາບ ແລະ ຄວາມເປັນເຈົ້າອັນແທ້ຈິງ ຂອງ ປະຊາຊົນລາວບັນດາເຜົ່າຕິດ ພັນກັບເສັ້ນທາງກ້າວຂຶ້ນສູ່ຈຸດ ໝາຍສັງຄົມນິຍົມ. ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະ ຊາຊົນລາວ ໄດ້ຢືນຢັນຕະຫຼອດ ວາ “ວັນທີ 2 ທັນວາ ເປັນໄຊຊະ ນະປະຫວັດສາດທີ່ມີຄວາມໝາຍ ຍຸກສະໄໝອັນເລິກເຊິ່ງ, ເປັນ ໝາກຜົນລວມຍອດແຫ່ງການຕໍ່ ສູ້ປະຕິວັດທີ່ເຕັມໄປດ້ວຍຄວາມ ເສຍສະຫຼະ, ຄວາມທຸກຍາກລໍາ ບາກຕະຫຼອດຫຼາຍສິບປີ ຂອງ ປະຊາຊົນເຮົາ ພາຍໃຕ້ການນໍາ ພາຂອງພັກກອມມູນິດອິນດູຈີນ ໃນເມື່ອກອນ ແລະ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ”. ນັບແຕ່ການສະຖາປະນາ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນຮອດປັດຈຸບັນ ເຊິ່ງຕິດພັນກັບພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ. ພວກເຮົາໄດ້ກ້າວຜ່ານຫຼາຍໄລ ຍະສໍາຄັນ ແລະ ຕໍ່ເນື່ອງ ນັບແຕ່ ໄລຍະການຮໍາບາດແຜສົງຄາມ, ໄລຍະແຫ່ງການດໍາເນີນການ ປະຕິວັດ 3 ປະການ ໄປພ້ອມໆ ກັນ ແລະໄລຍະການດໍາເນີນ ປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ໃນນັ້ນ ແຕ່ລະໄລຍະແຫ່ງການກ້າວຜ່ານ ຂອງການປະຕິວັດປະເທດເຮົາ ລ້ວນແຕ່ຕິດພັນກັບບົດບາດ ການນໍາພາອັນພົ້ນເດັ່ນຂອງ ປະທານ ໄກສອນ ພົມວິຫານ ແລະ ເປັນສັນຍາລັກແຫ່ງການຄົ້ນຄິດ, ປະດິດສ້າງ, ບຸກເບີກ ແລະ ບູລະ ນະລະບອບປະຊາທິປະໄຕ ປະ ຊາຊົນຂອງພວກເຮົາ. ບັນດາສະຫາຍ ທີ່ຮັກແພງ, ເມື່ອຫວນຄືນປະຫວັດສາດ ແຫ່ງການນໍາພາຂອງພັກ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ, ເຖິງເວລາໄດ້ຜ່ານ ພົ້ນໄປ 45 ປີ ແລະ 30 ກວ່າປີ ແຫ່ງການປະຕິບັດແນວທາງ ປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກເຮົາ ເຊິ່ງ ໄດ້ຮັບການສືບທອດ, ເພີ່ມເຕີມ ເສີມຂະຫຍາຍຢ່າງເປັນລະບົບ ແລະ ນັບມື້ນັບອຸດົມສົມບູນຂຶ້ນ ເລື້ອຍໆ, ພາລະກິດປະຕິວັດ ຢູ່ ປະເທດເຮົາ ສາມາດຍາດໄດ້ຜົນ ສໍາເລັດທີ່ນັບມື້ນັບໃຫຍ່ຫຼວງ ຂຶ້ນຢ່າງບໍ່ຢຸດຢັ້ງ, ໂສມໜ້າຂອງ ປະເທດຊາດ ໄດ້ມີການປ່ຽນ ແປງໃໝ່ທີ່ໃຫຍ່ຫຼວງ ແລະ ເລິກ ເຊິ່ງທີ່ບໍ່ເຄີຍມີມາກ່ອນໃນປະ ຫວັດສາດຊາດລາວ. ດ້ວຍມູນເຊື້ອ, ທາດແທ້ປະຕິ ວັດ ແລະ ບົນພື້ນຖານແນວທາງ ປ້ອງກັນຊາດປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ຂອງພັກ, ກໍາລັງປະກອບອາວຸດ ປະຊາຊົນເຮົາ ໄດ້ຮັບການປັບ ປຸງ, ກໍ່ສ້າງໃຫ້ເຕີບໃຫຍ່, ເຂັ້ມ ແຂງ, ມີຄວາມເດັດດ່ຽວ, ອົງ ອາດກ້າຫານໃນການປົກປັກຮັກ ສາໝາກຜົນຂອງການປະຕິວັດ, ມີແບບແຜນທັນສະໄໝ ກາຍ ເປັນກໍາລັງປະກອບອາວຸດປະ ຕິວັດອັນແຫຼມຄົມຂອງລັດ ແລະ ປະຊາຊົນເຮົາ ພາຍໃຕ້ການນໍາ ພາໂດຍກົງ, ເດັດຂາດ ແລະ ຮອບ ດ້ານຂອງພັກ; ດ້ວຍການເຂົ້າ ຮ່ວມສະໜັບສະໜູນຢ່າງຕັ້ງໜ້າ ແລະ ເປັນເຈົ້າການຂອງປະຊາ ຊົນບັນດາເຜົ່າ, ການສ້າງແນວ ຫຼັງຍຸດທະສາດໄດ້ກາຍເປັນຖານ ທີ່ໝັ້ນອັນແໜ້ນແກ່ນໃຫ້ແກ່ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ການພັດ ທະນາປະເທດຊາດ; ພວກເຮົາ ມີຄວາມສະດຸ້ງໄວ, ມີສະຕິ ແລະ ຢູ່ໃນທ່າເປັນເຈົ້າຕໍ່ການຕ້ານ, ສະ ກັດກັ້ນ ແລະ ແກ້ໄຂໜໍ່ແໜງປັດ ໃຈຂອງຄວາມບໍ່ສະຫງົບທີ່ຈະ ພາໃຫ້ກະທົບຕໍ່ບັນຫາສັງຄົມ-ການເມືອງ ແລະ ຄວາມໝັ້ນຄົງ, ສາມາດຮັກສາອະທິປະໄຕ, ເຂດ ນໍ້າແດນດິນອັນຄົບຖ້ວນຂອງ ປະເທດຊາດໄວ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບ ດ້ານການເມືອງ, ຄວາມເປັນ ລະບຽບຮຽບຮ້ອຍ, ສະຫງົບ ປອດໄພ ຂອງສັງຄົມ. ໃນດ້ານການພັດທະນາ, ສປປ ລາວ ໄດ້ຕັ້ງໜ້າສືບຕໍ່ຍຶດໝັ້ນ ແນວທາງການພັດທະນາທີ່ຖື ເອົາເສດຖະກິດເປັນໃຈກາງ ສົມທົບແໜ້ນ ແລະ ກົມກຽວ ລະ ຫວ່າງການພັດທະນາເສດຖະກິດ ກັບການພັດທະນາດ້ານວັດທະ ນະທໍາ-ສັງຄົມ ແລະ ການປົກປັກ ຮັກສາສິ່ງແວດລ້ອມ ຕາມທິດ ພັດທະນາແບບຍືນຍົງ; ສົ່ງເສີມ ກໍາລັງແຮງຂອງທຸກພາກສ່ວນ ເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂທີ່ຈໍາ ເປັນເພື່ອກະຕຸ້ນການຂະຫຍາຍ ຕົວຂອງເສດຖະກິດແຫ່ງຊາດ ໂດຍສະເພາະແມ່ນທຸລະກິດຂະ ໝາດນ້ອຍ, ຂະໝາດກາງ ແລະ ຂະໜາດໃຫຍ່ ໄປພ້ອມໆກັບການ ຍູ້ແຮງຂົງເຂດບໍລິການ, ການ ເງິນ, ການທະນາຄານ, ການ ສ້າງເຂດເສດຖະກິດພິເສດ, ຕະ ຫຼາດຫຼັກຊັບ ແລະ ອື່ນໆ....ເຊິ່ງ ໄດ້ປະກອບສ່ວນສໍາຄັນ ໃນການ ຂັບເຄື່ອນຈັງຫວະການເຕີບໂຕ ຂອງເສດຖະກິດແຫ່ງຊາດໃຫ້ຕໍ່ ເນື່ອງ ແລະ ມີຄວາມໝັ້ນທ່ຽງ, ສ້າງບັນດາອົງປະກອບ ແລະ ປັດ ໄຈພື້ນຖານໃຫ້ແກ່ການຫັນເປັນ ອຸດສາຫະກໍາ ແລະ ທັນສະໄໝ ກໍ ຄືເສດຖະກິດພູມປັນຍາ. ພວກເຮົາ ມີຄວາມເອກອ້າງ ແລະ ພາກພູມໃຈ ທີ່ເຫັນວ່າການ ພັດທະນາພື້ນຖານວັດຖຸ-ເຕັກນິກ ໄດ້ບັນລຸໝາກຜົນທີ່ສໍາຄັນໃຫຍ່ ຫຼວງ ເປັນຕົ້ນແມ່ນດ້ານພື້ນຖານ ໂຄງລ່າງເສດຖະກິດ-ສັງຄົມ ທີ່ສ້າງຄວາມອາດສາມາດຕົວ ຈິງ ໃຫ້ປະເທດເຮົາເຊື່ອມຈອດ ກັບປະເທດໃກ້ຄຽງ ແລະ ເຊື່ອມ ໂຍງເສດຖະກິດເຂົ້າກັບພາກພື້ນ ແລະສາກົນ ເຊິ່ງສາມາດປົດ ປ່ອຍປະເທດເຮົາ ທີ່ເປັນປະເທດ ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມຈອດ-ເຊື່ອມໂຍງກັບປະເທດເພື່ອນບ້ານ ແລະ ສາກົນ, ອັນພົ້ນເດັ່ນແມ່ນ ການເຊື່ອມຈອດເສັ້ນທາງລົດ ແລະ ທາງລົດໄຟ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ ຕາມ ແລວທາງເສດຖະກິດເໝືອ-ໃຕ້, ຕາເວັນອອກ-ຕາເວັນຕົກ ເຊິ່ງ ຖືເປັນທ່າແຮງໃນການບໍລິການ ທາງຜ່ານຢູ່ປະເທດເຮົາ. ພ້ອມນັ້ນ ພື້ນຖານອຸດສາຫະກໍາຂະແໜງ ພະລັງງານ, ບໍ່ແຮ່, ກະສິກໍາ-ປ່າ ໄມ້, ວິທະຍາສາດ-ເຕັກນິກ-ເຕັກ ໂນໂລຊີ ຮັບໃຊ້ການຜະລິດການ ບໍລິການ ແລະ ບໍລິຫານຄຸ້ມຄອງ ລັດຕາມທິດຫັນເປັນທັນສະໄໝ ກໍມີໝໍ່ແໜງ ແລະ ໄດ້ຮັບການພັດ ທະນາພົ້ນເດັ່ນຂຶ້ນ. ດ້ານວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາ ແລະ ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງຖືເອົາ ການພັດທະນາຊັບພະຍາກອນ ມະນຸດເປັນບູລິມະສິດສໍາຄັນ, ໄດ້ດໍາເນີນການປະຕິຮູບລະບົບ ການສຶກສາແຫ່ງຊາດ ໃຫ້ເຂົ້າສູ່ ລວງເລິກ, ພວກເຮົາສາມາດ ປະກາດຈົບຊັ້ນປະຖົມໃນປີ 2015, ປັດຈຸບັນຫຼາຍແຂວງ ໄດ້ປະກາດຈົບຊັ້ນມັດທະຍົມຕົ້ນ; ຖັນແຖວປັນຍາຊົນ, ນັກຮຽນຮູ້ ບັນດາຊ່ຽວຊານດ້ານຕ່າງໆ ກໍຄື ແຮງງານທີ່ໄດ້ຮັບການເຝິກສີມື ນັບມື້ນັບເພີ່ມຂຶ້ນ; ຕາໜ່າງສາທາ ລະນະສຸກ ໄດ້ຮັບການປັບປຸງ ແລະ ຂະຫຍາຍອອກໄປສູ່ເຂດ ຫາງໄກສອກຫຼີກ, ເຮັດໃຫ້ຄຸນນະ ພາບຊີວິດຂອງປະຊາຊົນບັນ ດາເຜົ່າໄດ້ຮັບການຍົກສູງຂຶ້ນ ຢ່າງບໍ່ຢຸດຢັ້ງ, ພ້ອມກັນນີ້, ພວກ ເຮົາກໍສາມາດສະກັດກັ້ນໄດ້ການ ແຜ່ລະບາດຂອງພະຍາດ ໂຄວິດ- 19 ໄດ້ດີສົມຄວນ; ຜົນງານອັນ ສໍາຄັນພວກເຮົາ ແມ່ນສາມາດ ບັນລຸຫຼາຍຕົວຊີ້ວັດ ສະຫັດສະ ຫວັດດ້ານການພັດທະນາ (MDGs) ແລະ ສືບຕໍ່ປະຕິບັດ ຄາດໝາຍດ້ານການພັດທະນາ ແບບຍືນຍົງ (SDG) ຢ່າງແຂງ ແຮງຕິດພັນກັບການແກ້ໄຂ ຄວາມທຸກຍາກ ແລະ ສ້າງພື້ນ ຖານນໍາພາປະເທດຊາດຫຼຸດພົ້ນ ຈາກສະຖານະພາບດ້ອຍພັດ ທະນາ. ຄຸນຄ່າດ້ານວັດທະນະທໍາ, ຮີດຄອງປະເພນີອັນເປັນມູນ ເຊື້ອທີ່ດີງາມຂອງຊາດລາວ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ ໃຫ້ອຸດົມຮັ່ງມີໄປ ພ້ອມກັບການຈໍາກັດ ແລະ ລົບ ລ້າງວັດທະນະທຳເສື່ອມຊາມ, ສອດກະຈາ ແລະ ການເຊື່ອຖືງົມ ງວາຍລົງເປັນກ້າວໆສ້າງແບບ ແຜນດໍາລົງຊີວິດໃໝ່ທີ່ປອດໃສ ແລະ ສ່ອງແສງ ໃຫ້ເຫັນລັກສະ ນະດີເດັ່ນຂອງລະບອບໃໝ່ ກໍຄື ສັງຄົມລາວ: ອັນທີ່ເອກອ້າງທະ ນົງໃຈແມ່ນໄດ້ຮັບການຂຶ້ນທະ ບຽນມໍລະດົກໂລກທາງດ້ານວັດ ທະນະທໍາເຊັ່ນ: ເມືອງຫຼວງພະ ບາງ, ວັດພູຈໍາປາສັກ, ທົ່ງໄຫ ຫີນຊຽງຂວາງ, ສຽງແຄນຄົນ ເຊື້ອຊາດລາວ, ນອກນັ້ນ, ວັດຖຸບູ ຮານ, ປູນິຍະສະຖານອື່ນໆ ກໍຄື ຄຸນຄ່າທີ່ເປັນເອກະລັກດ້ານວັດ ທະນະທໍາຂອງລາວເຮົາ ກໍໄດ້ຖືກ ປົກປັກຮັກສາ ແລະ ເສີມຂະຫຍາຍ ໃຫ້ນັບມື້ນັບສູງຂຶ້ນ. ພັກ-ລັດເຮົາ ຍາມ ໃດກໍໄດ້ສຸມ ໃສ່ສ້າງຄວາມໝັ້ນຄົງຂອງລັດ ປະຊາທິປະໄຕ ປະຊາຊົນ ທີ່ປົກ ຄອງດ້ວຍກົດໝາຍ, ເພີ່ມທະ ວີນິຕິກໍາ ແລະ ປະສິດທິພາບການ ຄຸ້ມຄອງ-ບໍລິຫານລັດ ບົນພື້ນ ຖານຫຼັກການພັກນໍາພາ ແລະ ກໍາ ອໍານາດຕາມກົດໝາຍ, ລັດຄຸ້ມ ຄອງສັງຄົມ ດ້ວຍກົດໝາຍ, ປະ ຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າ ກົດໝາຍໄດ້ຮັບການຊຸກຍູ້ ແລະ ຈັດຕັ້ງປະຕິບັດເປັນຮູບປະທໍາ ເປັນກ້າວໆ, ອົງການອໍານາດລັດ ແຕລະຂັ້ນໄດ້ຮັບການປັບປຸງໃຫ້ ມີຄວາມເຂັ້ມແຂງ, ໜັກແໜ້ນ; ສົມທົບແໜ້ນລະຫວ່າງການເພີ່ມ ປະສິດທິພາບການບໍລິຫານລັດ ຂັ້ນສູນກາງກັບການແບ່ງຂັ້ນ ຄຸ້ມຄອງໃຫ້ທ້ອງຖິ່ນ, ຮາກຖານ ຕາມທິດສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານເປັນຫົວ ໜ່ວຍພັດທະນາຢ່າງແຂງແຮງ, ເຮັດໃຫ້ລັດປະຊາທິປະໄຕ ປະຊາ ຊົນມີຄວາມໝັ້ນຄົງ ແລະ ເຂັ້ມ ແຂງ, ໜັກແໜັ້ນແຕ່ຮາກຖານ ຂຶ້ນມາ. ລັດຖະທໍາມະນູນ ແລະ ກົດ ໝາຍ ໄດ້ຮັບການກໍ່ສ້າງ ແລະ ປັບປຸງໃຫ້ນັບມື້ນັບຄົບຖ້ວນ ແລະ ເປັນລະບົບຄົບຊຸດເປັນກ້າວໆ, ມາຮອດປັດຈຸບັນກົດໝາຍທີ່ຖືກ ຮັບຮອງ ແລະ ປະກາດໃຊ້ມີທັງ ໝົດ 152 ສະບັບ ກວມເອົາທຸກ ຂົງເຂດວຽກງານ ແລະ ຊີວິດ ສັງຄົມ ເຊິ່ງເປັນເຄື່ອງມືສໍາຄັນ ທີ່ຮັບປະກັນໃຫ້ແກ່ການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງ ຄົມດ້ວຍກົດໝາຍ ກໍຄືຮັບປະ ກັນການປະຕິບັດສິດເປັນເຈົ້າ, ພັນທະພື້ນຖານຂອງປະຊາຊົນ ລາວບັນດາເຜົ່າ ຕາມລັດຖະທໍາ ມະນູນ ແລະ ກົດໝາຍ ຢ່າງເຂັ້ມ ງວດ ແລະ ດ້ວຍຄວາມສະເໝີ ພາບ. ອົງການແນວໂຮມ, ບັນດາ ອົງການຈັດຕັ້ງມະຫາຊົນໄດ້ຮັບ ການຍົກສູງບົດບາດ ແລະ ປັບ ປຸງຮູບແບບການເຄື່ອນໄຫວໃຫ້ ສອດຄ່ອງກັບສະພາບເງື່ອນໄຂ ໃໝ່ໃນການເປັນຕົວແທນແຫ່ງ ສິດເປັນເຈົ້າ ແລະ ເຕົ້າໂຮມຄວາມ ສາມັກຄີທົ່ວປວງຊົນ ໄດ້ຮັບການ ເພີ່ມທະວີໃຫ້ເປັນປຶກແຜ່ນແໜ້ນ ໜາຢູ່ອ້ອມຂ້າງພັກ-ລັດ, ສ້າງ ເປັນກໍາລັງແຮງອັນມະຫາສານ ໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ. ສປປ ລາວ ຍາມໃດກໍຍຶດໝັ້ນ ແນວທາງການຕ່າງປະເທດ ອັນ ສະເໝີຕົ້ນສະເໝີປາຍຂອງພັກ ເຮົາ ແລະ ເພີ່ມເຕີມເສີມຂະຫຍາຍ ຢ່າງເປັນເຈົ້າການ, ຄອງແຄ້ວ ແລະ ປະດິດສູງ; ຍຶດໝັ້ນການ ແກ້ໄຂບັນຫ໑ຢ່າງສັນຕິວິທີ, ເຄົາ ລົບເອກະລາດ, ອະທິປະໄຕ, ຜືນ ແຜ່ນດິນອັນຄົບຖ້ວນ ແລະ ບໍ່ ແຊກແຊງເຂົ້າໃນກິດຈະການ ພາຍໃນຂອງກັນ ແລະ ຢູ່ຮ່ວມ ກັນໂດຍສັນຕິ; ຕັ້ງໜ້າ ແລະ ສະ ໜັບສະໜູນຢ່າງສະເໝີຕົ້ນສະ ເໝີປາຍຂະບວນການຕໍ່ສູ້ເພື່ອສັນ ຕິພາບ, ປະຊາທິປະໄຕ, ຄວາມ ຖືກຕ້ອງເປັນທໍາ ແລະ ຄວາມ ກ້າວໜ້າທາງສັງຄົມບົນຈິດໃຈ ລັດທິສາກົນກໍາມາຊີບອັນຜ່ອງ ໃສ, ສາມາດຍາດໄດ້ໄມຕີຈິດ ມິດຕະພາບຈາກນາໆຊາດ ກໍຄື ການສະໜັບສະໜູນ, ການຮ່ວມ ມືຊ່ວຍເຫຼືອຈາກເພື່ອນມິດສາກົນ ທັງຢູ່ໃກ້ ແລະ ໄກ, ໃນນັ້ນ ມິດຕະ ພາບ, ການຮ່ວມມື ແລະ ການ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກັບເພື່ອນມິດຍຸດທະ ສາດໄດ້ເປັນບ່ອນອີງອັນແໜ້ນ ແກ່ນ ໃຫ້ແກ່ການເປີດກວ້າງການ ພົວພັນກັບສາກົນ. ປັດຈຸບັນ ສປປ ລາວ ມີສາຍພົວພັນທາງການ ທູດກັບ 143 ປະເທດ ແລະ ພົວ ພັນກັບ 139 ພັກການເມືອງ. ສັງລວມແລ້ວ, ຕະຫຼອດໄລ ຍະ 45 ປີ ໂດຍສະເພາະ ໃນ 5 ປີແຫ່ງການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ, ພວກເຮົາສຸດທີ່ມີຄວາມ ເອກອ້າງທະນົງໃຈທີ່ເຫັນວ່າ ພາຍໃຕ້ການນໍາພາຂອງພັກ, ຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາ ເຜົ່າໄດ້ເສີມຂະຫຍາຍມູນເຊື້ອ ຮັກຊາດອັນດູດດື່ມ. ການອອກ ແຮງງານດຸໝັ່ນຂະຫຍັນພຽນ ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາ ລະກິດປົກປັກຮັກສາ ແລະ ພັດທະ ນາສ້າງສາ , ເຮັດໃຫ້ປະເທດຊາດ ໄດ້ມີການປ່ຽນແປງໃໝ່ໃນ ຫຼາຍດ້ານ, ລະບົບການເມືອງ ໄດ້ປັບປຸງໃຫ້ໜັກແໜ້ນ, ເຂັ້ມ ແຂງຍິ່ງຂຶ້ນຢ່າງຕໍ່ເນື່ອງ, ເຮັດ ໃຫ້ບົດບາດການນໍາພາຂອງພັກ ໄດ້ຮັບການຍົກສູງຂຶ້ນ: ອົງການ ປົກຄອງແຕ່ສູນກາງລົງເຖິງທ້ອງ ຖິ່ນຮາກຖານໄດ້ປັບປຸງ, ບູລະ ນະໃຫ້ໜັກແໜ້ນຂຶ້ນເປັນກ້າວໆ, ປະຕິບັດບົດບາດຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຕາມ ກົດໝາຍໄດ້ເປັນພື້ນຖານທີ່ດີ; ຮັບປະກັນຄວາມໝັ້ນຄົງຂອງ ຊາດ ແລະ ຄວາມສະຫງົບປອດ ໄພໃນທົ່ວສັງຄົມ; ພິເສດ, ປີ 2020 ເຊິ່ງເປັນປີມ້ວນທ້າຍ ແຫ່ງການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ, ແຜ່ນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII, ກະກຽມໃຫ້ແກ່ການດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກ, ເຖິງ ວ່າສະພາບການຢູ່ພາກພື້ນ ແລະ ສາກົນໄດ້ມີການຜັນແປຢ່າງ ສັບສົນ, ນັບທັງການລະບາດ ຂອງເຊື້ອພະຍາດ ໂຄວິດ-19 ເປັນມະຫັນຕະໄພຕໍ່ມວນມະນຸດ ແລະ ກາຍເປັນວິກິດການດ້ານ ສາທາລະນະສຸກຂອງໂລກຄັ້ງ ສໍາຄັນ, ຢູ່ພາຍໃນປະເທດເຮົາ ກໍປະເຊີນໜ້າກັບຄວາມຫຍຸ້ງ ຍາກຫຼາຍປະການທາງດ້ານເສດ ຖະກິດ, ໄພທໍາມະຊາດ, ການລະ ບາດຂອງພະຍາດ-ສັດຕູພືດ ຕ່າງໆ.... ແຕ່ຍ້ອນການນໍາພາ ຂອງພັກເຮົາ ແລະ ດ້ວຍຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວ ກັນຂອງທົ່ວປວງຊົນລາວ ກໍຄື ການສະໜັບສະໜູນຊ່ວຍເຫຼືອ ຈາກເພື່ອນມິດຍຸດທະສາດ ແລະ ວົງຄະນາຍາດສາກົນ ເຮັດໃຫ້ ສປປ ລາວ ພວກເຮົາສາມາດ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ເສດຖະກິດ ຍັງຮັກສາຈັງຫວະ ການຂະຫຍາຍຕົວຕໍ່ເນື່ອງ, ລາຍ ຮັບສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.664 ໂດລາສະຫະລັດ; ຊີວິດ ການເປັນຢູ່ຂອງປະຊາຊົນບັນ ດາເຜົ່າ ໂດຍລວມໄດ້ຮັບການ ປັບປຸງຍົກລະດັບດີຂຶ້ນທັງທາງ ດ້ານວັດຖຸ ແລະ ຈິດໃຈ, ຖານະ ບົດບາດ ແລະ ຊື່ສຽງ ຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນ ຂຶ້ນໃນເວທີພາກພື້ນ ແລະ ສາກົນ. ໃນພິທີອັນມີຄວາມໜາຍສໍາຄັນ ນີ້, ຕາງໜ້າພັກ-ລັດ ແລະ ໃນ ນາມສ່ວນຕົວຂ້າພະເຈົ້າຂໍສະ ແດງຄວາມຍ້ອງຍໍສັນລະເສີນ ບັນດາສະຫາຍສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຕະ ຫຼອດເຖິງພີ່ນ້ອງເຊື້ອສາຍລາວ ຢູ່ຕ່າງປະເທດ ທີ່ໄດ້ຕັ້ງໜ້າປະ ກອບສ່ວນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສດ: ປົກປັກຮັກສາ ແລະ ພັດທະນາສ້າງສາປະເທດ ຊາດ ໄດ້ຮັບຜົນ ສໍາເລັດຢ່າງບໍ່ ຢຸດຢັ້ງ, ຂໍສະແດງຄວາມຍ້ອງຍໍ ຊົມເຊີຍຢ່າງສຸດອົກສຸດໃຈ. ບັນດາສະຫາຍ ທີ່ຮັກແພງ ! ບົນໄລຍະທາງ ແຫ່ງການກຳ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ເປັນເວລາ 45 ປີ ບົນເສັ້ນທາງປ່ຽນແປງ ໃໝ່ຮອບດ້ານ ແລະ ມີຫຼັກການ ຂອງພັກ ເປັນເວລາ 30 ກວ່າປີ, ພວກເຮົາຢືນຢັນວ່າບົດຮຽນຈໍາ ນວນໜຶ່ງທີ່ພັກເຮົາສະຫຼຸບໄດ້ ແລະ ລະບຸໄວ້ໃນມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ຂອງພັກຜ່ານ ມາ ເປັນບົດຮຽນທີ່ສໍາຄັນ ເພື່ອ ສືບຕໍ່ເສີມຂະຫຍາຍເຂົ້າໃນການ ປົກປັກຮັກສາ ແລະ ພັດທະນາ ສ້າງສາປະເທດຊາດ ຕໍ່ໄປດັ່ງນີ້: 1. ຍຶດໝັ້ນແນວທາງປ່ຽນແປງ ໃໝ່ຮອບດ້ານ ແລະ ມີຫຼັກການ ຂອງພັກຢ່າງເດັດດ່ຽວໜຽວ ແໜ້ນ, ສືບຕໍ່ເສີມຂະຫຍາຍຄວາມ ຄິດປະດິດສ້າງບົນພື້ນຖານແຫ່ງ ການຍຶດໝັ້ນຈຸດໝາຍສັງຄົມນິຍົມ ແລະ ຄວາມເປັນເອກະລາດແຫ່ງຊາດ, ໝູນໃຊ້ ແລະ ຂະຫຍາຍທິດ ສະດີມາກ-ເລນິນ, ແນວຄິດ ໄກ ສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາດ ສົມທົບກັບການຮັບ ເອົາສິ່ງຍອດຍິ່ງຂອງມວນມະ ນຸດ. 2. ຍຶດໝັ້ນຖືເອົາການພັດທະນາ ເສດຖະກິດເປັນໃຈກາງໂດຍຕິດ ແໜ້ນກັບການພັດທະນາສັງຄົມ, ການອະນຸລັກຮັກສາວັດທະນະ ທໍາອັນດີງາມຂອງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດຍືນຍົງ; ຂຸດຄົ້ນ ແລະ ນໍາໃຊ້ກໍາລັງແຮງຂອງທຸກພາກ ສ່ວນເສດຖະກິດເຂົ້າໃນການພັດ ທະນາເສດຖະກິດ ແຫ່ງຊາດ ຕາມກົນໄກເສດຖະກິດຕະຫຼາດ ພາຍໃຕ້ການຄຸ້ມຄອງດັດສົມ ຂອງລັດ. 3. ການຫັນລົງກໍ່ສ້າງຮາກ ຖານການເມືອງ ແລະ ພັດທະ ນາຊົນນະບົດຮອບດ້ານຢ່າງ ແຂງແຮງຕໍ່ເນື່ອງຕາມ 4 ເນື້ອໃນ 4 ຄາດໝາຍ ເປັນມາດຕະການ ຍຸດທະສາດຍາວນານ, ແນໃສ ປັບປຸງລະບົບການເມືອງຢູ່ຂັ້ນ ຮາກຖານໃຫ້ໜັກແໜ້ນ ເຂັ້ມແຂງ, ສຸມໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. 4. ການເພີ່ມທະວີຄວາມສາ ມັກຄີເປັນປຶກແຜ່ນແໜ້ນໜາ ຂອງທົ່ວປວງ ຊົນລາວບັນດາ ເຜົ່າ ພາຍໃຕ້ການນໍາພາຂອງພັກ ເປັນມູນເຊື້ອ, ເປັນກໍາລັງແຮງ ຊະນະເລີດ ແລະ ເປັນປັດໄຈພື້ນ ຖານໃຫ້ແກ່ການສ້າງ ແລະ ຮັກສາ ສະຖຽນລະພາບທາງການເມືອງ ແລະ ຄວາມສະຫງົບທາງສັງ ຄົມຢ່າງໜັກແໜ້ນ, ຮັບປະກັນ ໃຫ້ແກ່ການປົກປັກຮັກສາໝາກ ຜົນຂອງການປະຕິວັດ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດ ໄວ້ຢ່າງໝັ້ນຄົງກໍຄື ການສ້າງສາພັດທະນາປະເທດ ຊາດໃຫ້ບັນລຸໄດ້ຕາມຈຸດໝາຍ ທີ່ກໍານົດໄວ້. 5. ເພີ່ມທະວີຄວາມສາມາດ ນໍາພາ ແລະ ກໍາລັງແຮງຂອງ ຄະນະພັກແຕ່ລະຂັ້ນ, ເຮັດໃຫ້ຄະ ນະພັກທຸກຂັ້ນມີຄວາມສາມາດ ໃນການນໍາພາຊີ້ນໍາການຈັດຕັ້ງ ຜັນຂະຫຍາຍແນວທາງ,ແຜນ ນະໂຍບາຍຂອງພັກອອກເປັນ ແຜນງານ, ໂຄງການລະອຽດ ຢ່າງຖືກຕ້ອງ ແລະ ທັນການ ທັງສອດຄ່ອງກັບຈຸດພິເສດ ແລະ ທ່າແຮງຂອງແຕ່ລະບ່ອນ. 6. ເຊີດຊູບົດບາດ ແລະ ຄວາມ ສາມາດນໍາພາຂອງພັກ, ໄປ ຄ່ຽງຄູ່ກັບການຍົກສູງຄວາມ ເປັນແບບຢ່າງນໍາໜ້າຕໍ່ສູ້ຂອງ ຖັນແຖວສະມາຊິກພັກ, ເດັດດ່ຽວ ແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດ ຂຶ້ນໃນການຈັດຕັ້ງຂອງພັກ-ຂອງ ລັດ ກໍຄືໃນຖັນແຖວສະມາຊິກ ພັກ-ພະນັກງານຢ່າງທັນການ; ຮັບປະກັນໃຫ້ພັກເຮົາ ມີຄວາມ ປອດໃສ ເຂັ້ມແຂງ ແລະ ໜັກ ແໜ້ນ ຢູ່ສະເໝີ. 7. ຍຶດໝັ້ນແນວທາງການ ຕ່າງປະເທດ ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປັນ ເຈົ້າການ ແລະ ຕັ້ງໜ້າເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການພົວພັນຮ່ວມມື ກັບບັນດາປະເທດໃກ້ຄຽງ ກໍຄື ບັນດາປະເທດໃນປະຊາຄົມອາ ຊຽນ, ປະເທດເພື່ອນມິດໃນໂລກ ແລະ ອົງການຈັດຕັ້ງສາກົນ, ພິ ເສດແມ່ນເສີມຂະຫຍາຍສາຍ ພົວພັນອັນເປັນມູນເຊື້ອຄວາມ ສາມັກຄີຖານສະຫາຍຮ່ວມອຸດົມ ການສັງຄົມນິຍົມກັບບັນດາປະ ເທດເພື່ອນມິດຍຸດທະສາດ. ບັນດາສະຫາຍ ແລະ ເພື່ອນ ມິດທັງຫຼາຍ, ໃນຈຸດເວລາ ທີ່ສໍາຄັນ ແລະ ເຕັມໄປດ້ວຍຄວາມໝາຍປະ ຫວັດສາດອັນເລິກເຊິ່ງນີ້, ພັກ-ລັດ ແລະ ປວງຊົນລາວທັງຊາດ ຍິ່ງມີຄວາມຊາບຊຶ້ງໃນວິລະກໍາ ອັນລໍ້າເລີດຂອງປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຂອງພວກ ເຮົາທີ່ໄດ້ບຸກເບີກ ແລະ ນໍາພາ ຊີ້ນໍາພາລະກິດປະຕິວັດ ກໍຄືການ ສ້າງສາພັດທະນາ ສປປ ລາວ ໄດ້ຮັບຜົນສໍາເລັດ ແລະ ມີໂສມ ໜ້າປ່ຽນແປງໃໝ່ຢ່າງເລິກເຊິ່ງ ແລະ ຮອບດ້ານຄືໃນມື້ນີ້. ເນື່ອງໃນໂອກາດວັນຄ້າຍ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີນີ້, ພັກ-ລັດ ແລະ ປວງຊົນລາວທັງ ຊາດ ຂໍສະດຸດີ ແລະ ເຊີດຊູກຽດ ຕິຄຸນ, ຄຸນງາມຄວາມດີ, ການອຸ ທິດຕົນເພື່ອປະເທດຊາດ ຂອງ ປະທານ ໄກສອນ ພົມວິຫານ ທີ່ ເຄົາລົບຮັກ ເຊິ່ງຕະຫຼອດຊີວິດ ຂອງເພິ່ນໄດ້ເສຍສະຫຼະໝົດທຸກ ສິ່ງຢ່າງ ແລະ ທຸ້ມເທໃຫ້ແກ່ພາ ລະກິດປະຕິວັດ, ເພື່ອອິດສະຫຼະ ພາບ, ຄວາມເປັນເອກະລາດ ແຫ່ງຊາດ, ຄວາມມັ່ງຄັ່ງເຂັ້ມ ແຂງຂອງປະເທດຊາດ ແລະ ຄວາມສົມບູນພູນສຸກຂອງປະ ຊາຊົນລາວບັນດາເຜົ່າ: ປະທານ ໄກສອນ ພົມວິຫານ ຈະຍືນຍົງ ໃນພາລະກິດປະຕິວັດ ແລະ ຢູ່ ໃນດວງໃຈຂອງພວກເຮົາ ແລະ ລູກຫຼານລາວຮຸ່ນຄົນຕໍ່ໆໄປຕະ ຫຼອດກາລະນານ. ບັນດາສະຫາຍ ແລະ ພີ່ນ້ອງ ຮ່ວມຊາດ ທີ່ຮັກແພງ ! ເມື່ອຫຼຽວຄືນຫຼັງ ທົບທວນ ຄືນເສັ້ນທາງແຫ່ງການກໍ່ສ້າງ, ປັບປຸງລະບອບໃໝ່ ໃນ 45 ປີ ຜ່ານມາ ເປັນໄລຍະທາງທີ່ລະ ອິດລະອ້ຽວ ໃນການກໍ່ຮ່າງສ້າງ ຕົວຂອງປະເທດຊາດເຮົາ ໃນ ເງື່ອນໄຂປະຫວັດສາດທີ່ເຕັມ ໄປດ້ວຍຂວາກໜາມ ແລະ ສິ່ງ ທ້າທາຍທົດສອບນາໆ ປະການ ຕໍ່ກໍາລັງປະຕິວັດຂອງປະເທດ ໜຶ່ງທີ່ອ່ອນນ້ອຍ, ຈາກບໍ່ທັນມີ ບົດຮຽນຫຍັງຫຼາຍໃນການກໍ່ ສ້າງສັງຄົມນິຍົມ, ພື້ນຖານເສດ ຖະກິດ-ສັງຄົມ, ວັດຖຸ-ເຕັກນິກ ຕໍ່າ, ທັງໄດ້ຮັບຜົນສະທ້ອນຈາກ ໄພສົງຄາມຢ່າງໜັກໜ່ວງ ແລະ ການມ້າງເພທໍາລາຍຂອງອິດ ທິກໍາລັງປໍລະປັກ....ໄດ້ກ້າວຂຶ້ນ ຍາດເອົາຜົນສໍາເລັດ ແລະ ໄຊ ຊະນະ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດເປັນກ້າວໆມາ, ກາຍເປັນ ຊາດລາວວີລະຊົນທີ່ມີທີ່ຕັ້ງ, ຖາ ນະບົດບາດໃນວົງຄະນາຍາດ ສາກົນຢ່າງສົມກຽດ. ຄຽງຄູ່ກັບຄວາມເອກອ້າງ ທະນົງໃຈ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານນັ້ນ, ພວກເຮົາ ກໍເຫັນແຈ້ງເຖິງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆທີ່ພວມປະ ເຊີນໜ້າຢູ່ເຊິ່ງພວກເຮົາກໍໄດ້ ເວົ້າກັນມາຫຼາຍແລ້ວນັ້ນເປັນ ບັນຫາທີ່ເລັ່ງທວງອັນຮີບດ່ວນ ທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂ ໃນຕໍ່ໜ້າ ເພື່ອສືບຕໍ່ບູລະນະລະ ບອບປະຊາທິປະໄຕປະຊາຊົນ, ພວກເຮົາຕ້ອງໄດ້ເພີ່ມເຕີມ ແລະ ເສີມຂະຫຍາຍໝາກຜົນຂອງການ ປະຕິວັດ ແລະ ບົດຮຽນຕ່າງໆທີ່ ສະສົມໄດ້ໃນໄລຍະຜ່ານມາໃຫ້ ເຂົ້າສູ່ລວງເລິກກວ່າເກົ່າ, ພ້ອມ ນັ້ນກໍເພີ່ມທະວີການນໍາພາ ຊີ້ນໍາ ທີ່ເປັນເອກະພາບ ແລະ ເປັນເຈົ້າ ການ, ປະດິດສ້າງຂອງຄະນະ ພັກແຕ່ລະຂັ້ນເຂົ້າໃນການກະ ກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ ໃຫ້ໄດ້ ຮັບຜົນສໍາເລັດຢ່າງຈົບງາມ. ໃນ ຕໍ່ໜ້ານີ້ພວກເຮົາຕ້ອງໄດ້ສຸມໃສ່ ທິດທາງໜ້າທີ່ສໍາຄັນ ດັ່ງນີ້ : ໜຶ່ງ: ສືບຕໍ່ບູລະນະລະບອບປະ ຊາທິປະໄຕປະຊາຊົນ ໃຫ້ສົມບູນ ຍິ່ງຂຶ້ນ, ສ້າງການຫັນປ່ຽນຢ່າງ ແຂງແຮງ , ເລິກເຊິ່ງ ແລະ ຮອບ ດ້ານເພື່ອກ້າວຂຶ້ນສູ່ຈຸດໝາຍສັງ ຄົມນິຍົມ, ປັບປຸງລະບົບການຈັດ ຕັ້ງ, ກົງຈັກ ແລະ ກົນໄກເຄື່ອນ ໄຫວຂອງບັນດາອົງການອໍານາດ ລັດແຕ່ລະຂັ້ນໃຫ້ເຂັ້ມແຂງ ແລະ ມີ ປະສິດທິພາບ, ມີພາລະບົດບາດ ຈະແຈ້ງ ແລະຮັດກຸມ, ກົງຈັກບໍ່ ໃຫຍ່ໂຕ, ກະທັດລັດ, ເປັນລະບົບ ແລະ ກ້າວສູ່ການເຊື່ອມຕໍ່ດ້ວຍອຸ ປະກອນທີ່ທັນສະໄໝ ຄຽງຄູ່ກັບ ການເຮັດໃຫ້ຈໍານວນລັດຖະກອນ ໜ້ອຍລົງ, ຄຸນນະພາບເພີ່ມຂຶ້ນ, ໃຊ້ຈ່າຍປະຢັດ, ຂັບເຄື່ອນຕາມ ກົດໝາຍຢ່າງມີປະສິດທິພາບ; ປັບປຸງກົນໄກຄຸ້ມຄອງໃຫ້ເປັນ ລະບົບເອກະພາບ ແລະ ເຂັ້ມແຂງ ຄຽງຄູ່ກັບການຮັບປະກັນແບບ ແຜນໃຫ້ປະຊາຊົນໄດ້ຮູ້. ໄດ້ປຶກ ສາຫາລື ແລະ ເຂົ້າຮ່ວມຈັດຕັ້ງ ປະຕິບັດບົນຈິດໃຈຮັບປະກັນທາດ ແທ້ ຂອງລັດທີ່ມາຈາກປະຊາ ຊົນໂດຍປະຊາຊົນ ແລະ ເພື່ອຜົນ ປະໂຫຍດຂອງປະຊາຊົນຢ່າງ ແທ້ຈິງ. ສອງ: ເສີມຂະຫຍາຍທຸກ ຄວາມອາດສາມາດ ແລະ ທ່າ ແຮງບົ່ມຊ້ອນ, ສ້າງຖານການ ຜະລິດ ແລະ ບໍລິການໃຫ້ເຂັ້ມ ແຂງ, ຮັບປະກັນການພັດທະນາ ແບບຍືນຍົງ ແລະ ເປັນເຈົ້າຕົນ ເອງ; ຕັ້ງໜ້າພັດທະນາຄວາມ ອາດສາມາດ ແລະ ທ່າແຮງບົ່ມ ຊ້ອນໃຫ້ເປັນຂະແໜງເສດຖະກິດ ປາຍແຫຼມ, ສົ່ງເສີມພັດທະນາ ວິສາຫະກິດພາຍໃນໃຫ້ຂະ ຫຍາຍຕົວ ແລະ ເຂັ້ມແຂງ, ດໍາ ເນີນການປັບປຸງ ແລະ ສ້າງສະ ພາບຄອງ ໃຫ້ແກ່ງົບປະມານ ແລະ ສ້າງຄວາມເຂັ້ມແຂງ ໃນ ການຄຸ້ມຄອງເງິນຕາ : ສ້າງການ ຫັນປ່ຽນອັນເປັນພື້ນຖານ ແລະ ແຂງແຮງ ໃນການດຶງດູດການ ລົງທຶນຈາກພາຍໃນ ແລະ ຕ່າງ ປະເທດ, ພັດທະນາພື້ນຖານ ໂຄງລາງ, ລະບົບສາທາລະນຸ ປະໂພກ ແລະ ການຈັດສັນອາ ຊີບຂອງປະຊາຊົນ ຢູ່ຊົນນະບົດ; ເພີ່ມທະວີການປົກປັກຮັກສາ ແລະແກ້ໄຂບັນຫາດ້ານສິ່ງແວດ ລ້ອມ ໃຫ້ມີຄວາມ ຍືນຍົງ. ສາມ: ພັດທະນາຊັບພະຍາກອນ ມະນຸດ ຢ່າງແຂງແຮງ , ສ້າງສັງ ຄົມ ທີ່ປະຊາຊົນເປັນເຈົ້າ, ມີປະ ຊາທິປະໄຕ, ສະເໝີພາບ ແລະ ຍຸ ຕິທໍາ ; ພັດທະນາຄົນລາວ ໃຫ້ສາ ມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງການພັດທະ ນາປະເທດຊາດ ໃນໄລຍະໃໝ່, ຍົກລະດັບການປະຕິບັດສິດເປັນ ເຈົ້າອັນແທ້ຈິງ ຂອງປະຊາຊົນ ຕິດພັນກັບການສ້າງຄວາມເຂັ້ມ ແຂງໃຫ້ລະບົບນິຕິກໍາ, ຮັບປະກັນ ການບັງຄັບໃຊ້ກົດໝາຍ ຢ່າງຖືກ ຕ້ອງ ແລະ ເປັນທໍາ ; ສະກັດກັ້ນ ການສວຍໃຊ້ສິດອໍານາດຈາກ ເຈົ້າໜ້າທີ່ລັດທຸກຂັ້ນ; ສ້າງ ແລະ ບູລະນະນະໂຍບາຍສົ່ງເສີມພິ ເສດໃຫ້ມີການພັດທະນາ, ເທົ່າ ທຽມກັນລະຫວ່າງເຜົ່າ; ເສີມ ຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລດ້ານຈິດ ໃຈຂອງສັງຄົມຢ່າງບໍ່ຢຸດຢັ້ງ; ສືບຕໍ່ດໍາເນີນການແກ້ໄຂຄວາມ ທຸກຍາກຢ່າງເປັນລະບົບຕິດພັນ ກັບການສ້າງອາຊີບ ແລະ ເພີ່ມ ທະວີການເຝິກສີມືແຮງງານ ເພື່ອຮັບປະກັນຜົນປະໂຫຍດ ຂອງຜູ້ອອກແຮງງານລາວ. ສີ່: ຕັ້ງໜ້າປະຕິບັດແນວທາງ ຍຸດທະສາດປ້ອງກັນຊາດ-ປ້ອງ ກັນຄວາມ ສະຫງົບທົ່ວປວງຊົນ ຮອບດ້ານ, ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດລັດ, ມີ ຄຸນນະພາບ, ຮັບປະກັນຄວາມ ເຂັ້ມແຂງດ້ານການຈັດຕັ້ງລະ ບຽບວິໄນ, ຍົກສູງຄວາມສາມາດ ໃນການສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້, ບັນຫາອາດ ຊະຍາກຳຕ່າງໆ ໃຫ້ທັນການ, ສ້າງຕາໜ່າງປ້ອງກັນຄວາມສະ ຫງົບຢູ່ຂັ້ນຮາກຖານ ແລະ ຂະ ແໜງການຕ່າງໆ ໃຫ້ກວ້າງຂວາງ ເພື່ອຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບດ້ານການ ເມືອງ, ຄວາມສະຫງົບ ແລະ ປອດໄພທາງດ້ານສັງຄົມ, ເຮັດ ໃຫ້ການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ຫ້າ: ເພີ່ມທະວີວຽກງານ ແນວໂຮມ ແລະ ວຽກງານມະ ຫາຊົນຂອງພັກ ໃຫ້ຕອບສະ ໜອງການຜັນຂະຫຍາຍແນວ ທາງຂອງພັກໃນການເຕົ້າໂຮມ ກໍາລັງແຮງສັງລວມ ເພື່ອພັດທະ ນາເສດຖະກິດ-ສັງຄົມ, ປະຕິບັດ ບັນດາກົນໄກທາງການເມືອງ- ສັງຄົມຂອງລະບອບປະຊາທິ ປະໄຕປະຊາຊົນ ໃຫ້ເຂັ້ມແຂງ ຮັບປະກັນສິດເປັນເຈົ້າປະຊາ ທິປະໄຕ ແລະ ຍຸຕິທໍາໃນສັງຄົມ.! ສືບຕໍ່ພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະ ພາບດ້ອຍພັດທະນາຕາມຈຸດ ໝາຍປາຍທາງ ທີ່ໄດ້ກໍານົດໄວ້ ນັ້ນ, ບັນດາສະຫາຍສະມາຊິກ ພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ , ນັກຮຽນຮູ້ປັນ ຍາຊົນ, ຜູ້ຊົງຄຸນວຸດທິ , ນັກທຸລະ ກິດທຸກຖ້ວນໜ້າ ແລະ ປະຊາຊົນ ບັນດາເຜົ່າ ໃນທົ່ວປະເທດ ກໍຄື ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະ ເທດ ຈົ່ງເພີ່ມທະວີຄວາມສາມັກ ຄີເປັນຈິດໜຶ່ງໃຈດຽວກັນ, ພ້ອມ ກັນສືບທອດ ແລະ ເສີມຂະຫຍາຍ ມູນເຊື້ອຮັກຊາດອັນດູດດື່ມ, ເປັນເຈົ້າການເຂົ້າຮ່ວມສ້າງສາ ແລະ ພັດທະນາ ປະເທດຊາດ ໃຫ້ ເປັນຂະບວນຟົດຟື້ນ ແຂງແຮງ ແລະ ຕໍ່ເນື່ອງ. ຫົກ: ເພີ່ມທະວີການປັບປຸງ ພັກ-ພະນັກງານຕາມທິດກໍ່ສ້າງ ພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເດັດດຽວແກ້ໄຂຈຸດ ອ່ອນ-ຄົງຄ້າງພາຍໃນພັກ, ຮັບ ປະກັນບົດບາດການເຄື່ອນໄຫວ ນໍາພາຕົວຈິງ ທີ່ເຂັ້ມແຂງຂອງ ການຈັດຕັ້ງພັກທຸກຂັ້ນ; ສ້າງ ການຫັນປ່ຽນໃໝ່ດ້ານຈິນຕະນາ ການ, ຍົກລະດັບຄຸນນະພາບ ວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ; ສ້າງ ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະ ນັກງານ, ໂດຍສຸມໃສ່ສ້າງ ແລະ ປະຕິບັດແຜນກໍານົດພະນັກງານ ຢ່າງເປັນລະບົບ, ປັບປຸງລະບອບ ເລືອກເຟັ້ນ ແລະ ສັບຊອນພະນັກ ງານໃຫ້ຖືກຕ້ອງ, ສອດຄ່ອງ ກັບໜ້າທີ່ການເມືອງໃນໄລຍະ ໃໝ່, ພ້ອມກັນນັ້ນ, ກໍປັບປຸງລະ ບອບນະໂຍບາຍ ແລະ ສະຫວັດດີ ການຕໍ່ພະນັກງານຢ່າງຕັ້ງໜ້າ ແລະ ສົມເຫດສົມຜົນ ໄປຄຽງຄູ່ ກັບການປະຕິບັດລະບອບຄຸ້ມ ຄອງ, ຕິດຕາມ, ກວດກາ ແລະ ບັນດາມາດຕະການທາງວິໄນ ຕໍ່ພະນັກງານຢ່າງເຂັ້ມງວດ. ເຈັດ: ທົ່ວພັກ, ທົ່ວປວງຊົນ ເຮົາຕ້ອງຕັ້ງໜ້າຮ່ໍາຮຽນເອົາ ແບບຢ່າງອັນດີງາມ ແລະ ຄຸນ ສົມບັດສິນທໍາປະຕິວັດຂອງປະ ທານ ໄກສອນ ພົມວິຫານ ແລະ ຕື່ນຕົວປະຕິບັດຢ່າງເປັນເຈົ້າ ການ, ນັ້ນແມ່ນການຍຶດໝັ້ນອຸດົມ ການ ແລະ ຈຸດໝາຍສັງຄົມນິຍົມ, ມານະຈິດປະຕິວັດອັນເດັດດຽວ ໜຽວແໜ້ນ ແລະ ສຸດກົກສຸດປາຍ, ມີທັດສະນະຫຼັກໝັ້ນຊົນຊັ້ນອັນ ແໜ້ນແກ່ນນໍ້າໃຈຮັກຊາດອັນດູດ ດື່ມ, ສະຕິເອກະລາດ, ເປັນເຈົ້າ ຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ການເສຍສະຫຼະ ແລະ ການອຸທິດຕົນຢ່າງບໍ່ມີຂອບ ເຂດເພື່ອຊາດ, ເພື່ອປະຊາຊົນ, ຄວາມສະດຸ້ງໄວຕໍ່ສະພາບການ, ກ້າຫານ, ປະດິດສ້າງໃນການ ໝູນໃຊ້ທິດສະດີ ແລະ ບົດຮຽນ ດີເດັ່ນຂອງໂລກເຂົ້າໃນເງື່ອນ ໄຂຕົວຈິງຂອງປະເທດຊາດ, ເປັນເຈົ້າຕົນເອງໃນການກໍານົດ ແລະ ປັບປຸງບູລະນະແນວທາງ ອັນຖືກຕ້ອງ, ສອດຄ່ອງ ແລະ ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການນໍາ ພາຊີ້ນໍາຈັດຕັ້ງປະຕິບັດໃຫ້ເກີດ ຜົນເປັນຈິງ, ຍຶດໝັ້ນຫຼັກການນໍາ ພາຂອງພັກ, ເພີ່ມທະວີຄວາມ ເປັນເອກະພາບພາຍໃນພັກ, ຕ້ານ ທັດສະນະຫຼາຍເຄົ້າ, ການແບ່ງ ແຍກພາຍໃນພັກ, ພະຍາດອາດ ຍາສິດ ແລະ ປະກົດການຫຍໍ້ທໍ້ ຕ່າງໆ; ມີທັດສະນະມະຫາຊົນອັນ ກວ້າງຂວາງ, ການພົວພັນສະໜິດ ແໜ້ນ ໃກ້ສິດຕິດແທດກັບພະນັກ ງານ, ນັກຮົບ ແລະ ປະຊາຊົນ, ເປັນ ຫ່ວງເປັນໃຍນໍາຜົນປະໂຫຍດ ແລະ ຄວາມຢູ່ດີກິນດີຂອງປະ ຊາຊົນ, ມີຄວາມດຸໝັ້ນ, ມີລະ ບຽບວິໄນ ແລະ ມີນ້ໍາໃຈຮັບຜິດ ຊອບອັນສູງສົ່ງ, ປະຢັດສັດຊື່ ແລະ ບໍລິສັດຜຸດຜ່ອງ. ຄຸນທາດການເມືອງ, ຄຸນສົມ ບັດສິນທໍາປະຕິວັດ, ແບບແຜນ ນໍາພາວິທີເຮັດວຽກ ແລະ ແບບ ແຜນດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນ ແຍງອັນໃສແຈ້ງໃຫ້ແກ່ພະນັກ ງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າທຸກໆ ຄົນພວກເຮົາຈົ່ງຮ່ໍາຮຽນເອົາ ແລະ ນໍາໄປປະຕິບັດ, ຖືອັນນັ້ນ ເປັນມາດຖານວັດແທກດ້ານຄຸນ ສົມບັດ, ທັດສະນະທ່າທີ່ ຂອງ ພະນັກງານເຮົາ, ທັງເປັນການ ເພີ່ມພູນຄູນສ້າງມູນເຊື້ອອັນຈົບ ງາມຂອງບັນພະບູລຸດກໍຄື ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກຂອງປວງຊົນລາວ, ວີລະບູລຸດ ຂອງຊາດລາວຍຸກໃໝ່. ແປດ: ເພີ່ມທະວີຄວາມເປັນ ເຈົ້າການປະຕິບັດການພົວພັນ ກັບຕ່າງປະເທດ, ສ້າງເງື່ອນໄຂ ສະດວກ ແລະ ນໍາຜົນປະໂຫຍດ ຕົວຈິງໃຫ້ແກ່ການພັດທະນາ ປະເທດຊາດ; ຕັ້ງໜ້າຂຸດຄົ້ນ ແລະ ເສີມຂະຫຍາຍກໍາລັງແຮງສັງ ລວມ ທັງພາຍໃນ ແລະ ພາຍ ນອກ, ເປັນເຈົ້າການປະຕິບັດ ວຽກງານການຕ່າງປະເທດ ໃຫ້ ເຂົ້າສູ່ລວງເລິກ, ເພີ່ມທະວີຄວາມ ເປັນເຈົ້າການປະຕິບັດການ ພົວພັນກັບຕ່າງປະເທດເພື່ອສ້າງ ເງື່ອນໄຂສະດວກ ແລະ ນໍາຜົນ ປະໂຫຍດຕົວຈິງ ໃຫ້ແກ່ການພັດ ທະນາປະເທດຊາດ ແລະ ປະກອບ ສ່ວນຢ່າງສົມກຽດ ຂອງ ສປປ ລາວ ເຂົ້າໃນພາລະກິດລວມ ຂອງສາກົນ, ເພື່ອເສີມສ້າງສັນຕິ ພາບ, ມິດຕະພາບ, ສະຖຽນລະ ພາບ ແລະ ການຮ່ວມມື ເພື່ອການ ພັດທະນາ ຢູ່ໃນໂລກ. ບັນດາສະຫາຍ, ພີ່ນ້ອງຮ່ວມ ຊາດ ທີ່ຮັກແພງທັງຫຼາຍ ! ເນື່ອງໃນໂອກາດວັນບຸນໃຫຍ່ ປະຫວັດສາດອັນສໍາຄັນຂອງ ພັກ, ຂອງຊາດ ນີ້, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອະດີດການນໍາ, ພະນັກງານ-ນັກ ຮົບປະຕິວັດ, ອາວຸໂສບໍານານ, ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ພີ່ນ້ອງຮ່ວມຊາດ ທຸກເຜົ່າ, ທຸກຊັ້ນຄົນ, ເພດໄວ ໃນ ທົ່ວປະເທດ ທີ່ໄດ້ເຊີດຊູນໍ້າໃຈ ຮັກຊາດ, ຮັກລະບອບໃໝ່, ສາມັກ ຄີເປັນອັນໜຶ່ງອັນດຽວກັນ ຢູ່ ອ້ອມຂ້າງພັກ ແລະ ລັດ, ຜ່ານຜ່າ ຄວາມຫຍຸ້ງຍາກລໍາບາກ, ອຸທິດ ສະຕິປັນຍາ, ກໍາລັງວັງຊໍາ ເພື່ອ ຜົນປະໂຫຍດ ແລະ ໄຊຊະນະ ຂອງການປະຕິວັດ ແລະ ຂອງ ປະເທດຊາດ ອັນແສນຮັກຂອງ ພວກເຮົາ ໃນຕະຫຼອດໄລຍະທີ່ ຜ່ານມາ. ຂໍສະແດງຄວາມຂອບອົກ ຂອບໃຈຢ່າງຈິງໃຈ ແລະ ຄວາມ ຮູ້ບຸນຄຸນອັນເລິກເຊິ່ງຕໍ່ພັກ,ລັດ ແລະ ປະຊາຊົນ ບັນດາປະເທດ ອ້າຍນ້ອງ , ເພື່ອນມິດຕ່າງປະ ເທດຜູ້ຢູ່ໃກ້ ແລະ ໄກໃນທົ່ວໂລກ ກໍຄືອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຕະຫຼອດມາ; ຂໍ ອວຍພອນໃຫ້ບັນດາເພື່ອນມິດ ຕ່າງປະເທດທີ່ພວມອາໄສ ແລະ ເຄື່ອນໄຫວປະຕິບັດໜ້າທີ່ ຢູ່ ສປປ ລາວ ຈົ່ງມີພາລະນາໄມສົມບູນ ແຂງແຮງ, ມີຄວາມຜາສຸກໃນ ຊີວິດ ແລະ ປະສົບຜົນສໍາເລັດ ໃນວຽກງານຂອງຕົນ. ພວກເຮົາ ຫວັງຢ່າງຍິ່ງວວ່າ ບັນດາປະເທດອ້າຍນ້ອງ, ເພື່ອນ ມິດ ແລະ ອົງການຈັດຕັ້ງສາກົນ ຈະສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ເພື່ອພັດທະນາໆ ແລະ ກ້າວ ໄປສູ່ຄວາມຈະເລີນຮຸ່ງເຮືອງ ຄືກັບນາໆປະເທດ. ບັນດາສະຫາຍ, ເພື່ອນມິດ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງ ຫຼາຍ ! ໄລຍະ 45 ປີ ແຫ່ງການປົກ ປັກຮັກສາ ແລະ ສ້າງສາພັດທະ ນາ ສປປ ລາວ, ເປັນໄລຍະທາງ ທີ່ສະຫງ່າລາສີໃນປະຫວັດສາດ ແຫ່ງການຄົງຕົວ ແລະ ຂະຫຍາຍ ຕົວຂອງຊາດລາວ, ດ້ວຍມູນເຊື້ອ ອັນປະເສີດ ແລະ ຜົນງານທີ່ຍາດ ມາໄດ້ຈະເປັນກໍາລັງແຮງອັນມະ ຫາສານເຮັດໃຫ້ເສັ້ນທາງກ້າວ ເດີນຂອງປະເທດຊາດເຮົາສືບ ຕໍ່ດໍາເນີນໄປດ້ວຍຄວາມໜັກ ແໜ້ນ, ພວກເຮົາຈົ່ງພ້ອມກັນສ້າງ ການຫັນປ່ຽນທີ່ແຂງແຮງ, ເລິກ ເຊິ່ງ, ຮອບດ້ານໃຫ້ແກ່ພາລະກິດ ປະຕິວັດຂອງພັກເຮົາ, ເຮັດທຸກ ສິ່ງທຸກຢ່າງເພື່ອຄວາມສົມບູນ ພູນສຸກຂອງປະຊາຊົນລາວບັນ ດາເຜົ່າ, ເຮັດໃຫ້ຈຸດໝາຍປະເທດ ຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນ ຮັ່ງມີຜາສຸກ, ສັງຄົມສາມັກຄີ ເປັນປຶກແຜ່ນ, ປະຊາທິປະໄຕ, ຍຸ ຕິທໍາ ແລະ ສີວິໄລປະກົດຜົນ ເປັນຈິງ. - ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! - ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໝັ້ນຍືນ ! - ນໍ້າໃຈ ວັນຊາດທີ 2 ທັນວາ ໝັ້ນຍືນ ! - ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ ຍືນຍົງ ໃນພາ ລະກິດ ປະຕິວັດ ແລະ ຢູ່ໃນດວງ ໃຈຂອງປະຊາຊົນລາວ ຕະຫຼອດ ໄປ !



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ