ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຜີຍແຜ່ກົດໝາຍຢູ່ 3 ກົມກອງທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2020-12-01 10:08:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1656 | ຄວາມນິຍົມ:



ວັນທີ 18 ພະຈິກ 2020 ນີ້, ກົມກົດໝາຍ ກະຊວງປ້ອງກັນ ປະເທດໄດ້ເຜີຍແຜ່ກົດໝາຍຢູ່ 3 ກົມກອງ ຂຶ້ນກັບກົມໃຫຍ່ ເຕັກນິກກອງທັບ, ໂດຍການເປັນ ປະທານຂອງສະຫາຍ ພັນເອກ ກັນທອງ ສຸກເລືອງຄຳ ຫົວໜ້າ ກົມກົດໝາຍ ກະຊວງປ້ອງກັນ ປະເທດ, ມີຜູ້ຕາງໜ້າພະແນກປະ ຕິບັດຄຳຕັດສີນຂອງສານ, ພະ ແນກໂຄສະນາເຜີຍແຜ່ກົດໝາຍ, ຄະນະພັກ-ຄະນະບັນຊາ 3 ກົມ ກອງຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ການເຜີຍແຜ່ກົດໝາຍຄັ້ງນີ້ ປະກອບມີ ກົດໝາຍອາຍາ, ກົດ ໝາຍແພ່ງ(ຄອບຄົວ) ແລະ ກົດ ໝາຍຢາເສບຕິດ ແລະ ກົດໝາຍ ອື່ນໆ. ທັງນີ້, ກໍເພື່ອເຮັດໃຫ້ພະ ນັກງານ-ນັກຮົບ ທັງ 3 ກົມກອງ ຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍແຕ່ລະສະບັບທີ່ນຳມາເຜີຍແຜ່, ທັງເປັນບ່ອນອີງໃຫ້ແກ່ການກຳ ນົດຫຼັກການ, ລະບຽບການ, ມາດ ຕະການກ່ຽວກັບການຄຸ້ມຄອງ, ກວດກາ, ປະຕິບັດນະໂຍບາຍ ແນໃສ່ປຸກລະດົມພົນລະເມືອງ ລາວໃຫ້ມີສະຕິຕື່ນຕົວເຂົ້າໃນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ເພື່ອປົກປັກຮັກ ສາເອກະລາດ ແລະ ອຳນາດອາ ທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດໄວ້ໃຫ້ໝັ້ນຄົງ, ປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ, ວັດທະນາທຳ-ສັງຄົມ ຂອງຊາດ, ທັງເປັນການຮັບປະ ກັນການກໍ່ສ້າງ, ຊີ້ນຳ-ນຳພາ, ບັນຊາ, ຄຸ້ມຄອງ ແລະ ກວດກາ ການເຄື່ອນໄຫວວຽກງານຂອງ ພະນັກງານແຕ່ລະຂັ້ນ ແນໃສ່ເຮັດ ໃຫ້ມີຄວາມໜັກແໜ້ນທາງດ້ານ ການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ, ມີລະບຽບ ວິໄນເຂັ້ມງວດ, ມີແບບແຜນທີ່ທັນ ສະໄໝ, ເປັນກຳລັງຫຼັກແຫຼ່ງ, ເປັນເຈົ້າການໃນການປົກປັກຮັກ ສາ ແລະ ສ້າງສາພັດທະນປະ ເທດຊາດ. ສະຫາຍ ພັນເອກ ກັນທອງ ສຸກເລືອງຄຳ ໄດ້ໂອ້ລົມ ແລະເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ທັງ 3 ກົມກອງ ຈົ່ງພ້ອມກັນເອົາ ໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນໃຫ້ໜັກ ແໜ້ນເຂັ້ມແຂງຮອບດ້ານ, ຕັ້ງ ໜ້າປະຕິບັດກົດລະບຽບຂອງ ກົມກອງ ແລະ ກົດໝາຍຂອງ ລັດໃຫ້ຖືກຕ້ອງ ໂດຍບໍ່ຄັດກັບ ບັນດາກົດໝາຍຕ່າງໆທີ່ໄດ້ເຜີຍ ແຜ່ມານັ້ນ, ໃນໂອກາດທີ່ລົງມາ ເຜີຍແຜ່ກົດໝາຍຄັ້ງນີ້, ສະຫາຍ ຫົວໜ້າກົມກົດໝາຍຍັງໄດ້ມອບ ປຶ້ມກົດໝາຍໃຫ້ຄະນະພັກ-ຄະ ນະບັນຊາທັງ 3 ກົມກອງ ເພື່ອ ນຳໄປເຜີຍແຜ່ຢູ່ໃນກົມກອງຂອງ ຕົນຕື່ມອີກ. ໂດຍ: ຄອນ ພູພະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ