ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມຜູ້ບັນຊາການທະຫານເຮືອອາຊຽນ ຄັ້ງທີ 14
ເວລາອອກຂ່າວ: 2020-11-06 20:59:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ໃນວັນທີ 5 ພະຈິກ 2020 ນີ້, ຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ພົນຕີ ປະສິດ ທ່ຽງທຳ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ພ້ອມດ້ວຍບັນດາ ຜູ້ບັນຊາການທະຫານເຮືອຂອງ ປະເທດສະມາຊິກອາຊຽນ ໄດ້ເຂົ້າ ຮ່ວມກອງປະຊຸມທາງໄກຜູ້ບັນຊາ ການທະຫານເຮືອອາຊຽນ ຄັ້ງທີ 14 ໂດຍພາຍໃຕ້ການເປັນປະ ທານຂອງທ່ານ ພົນຕີ ເຈີ່ນ ແທັງ ຫງຽມ ຜູ້ບັນຊາການທະຫານ ເຮືອປະຊາຊົນຫວຽດນາມ. ກອງປະຊຸມໄດ້ປຶກສາຫາລື, ພິຈາລະນາ ແລະ ຕົກລົງເຫັນດີເປັນເອກະພາບຕໍ່ບັນຫາຕົ້ນຕໍດັ່ງ ນີ້: ກອງປະຊຸມໄດ້ຮັບຮອງເອົາ ບົດບັນທຶກກອງປະຊຸມຜູ້ບັນຊາ ການທະຫານອາຊຽນ ຄັ້ງທີ 13, ແລກປ່ຽນທັດສະນະພາຍໃຕ້ຄຳ ຂັວນ “ການຮ່ວມມືກອງທັບເຮືອ ເພື່ອອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕາມສະພາບ ການ”. ບັນດາປະເທດສະມາຊິກ ອາຊຽນ ໄດ້ຍົກໃຫ້ເຫັນເຖິງຄວາມ ສຳຄັນຂອງວຽກງານຄວາມໝັ້ນ ຄົງທາງທະເລ ເນື່ອງຈາກວ່າທະ ເລ ແລະ ມະຫາສະໝຸດເປັນເສັ້ນ ທາງຈໍລະຈອນສິນຄ້າທີ່ສຳຄັນ, ແຫຼ່ງອາຫານ, ແຫຼ່ງພະລັງງານ ຂອງພາກພື້ນ ແລະ ສາກົນ. ແຕ່ສັງ ເກດເຫັນວ່າໄພຂົ່ມຂູ່ທາງດ້ານ ຄວາມໝັ້ນຄົງທາງທະເລ ກໍມີ ຫຼາຍເຫດການທີ່ພົ້ນເດັ່ນເປັນຕົ້ນ ແມ່ນການປຸ້ນສະດົມທາງທະເລ, ການຄ້າມະນຸດ ແລະ ຢາເສບຕິດ, ການກໍ່ການຮ້າຍ, ການປະມົງ ແບບຜິດກົດໝາຍ, ການປ່ຽນແປງ ຂອງສະພາບອາກາດ ແລະ ອື່ນໆ. ສະນັ້ນ, ກອງທັບເຮືອບັນດາປະ ເທດອາຊຽນ ຈຶ່ງມີຄວາມຈຳເປັນ ໃນການເພີ່ມທະວີການຮ່ວມມື ເພື່ອສະກັດກັ້ນ ແລະ ແກ້ໄຂບັນ ຫາທາງດ້ານຄວາມໝັ້ນຄົງດັ່ງ ກ່າວ ໂດຍຜ່ານບັນດາກົນໄກການ ຮ່ວມມືທີ່ມີຢູ່ແລ້ວເຊັ່ນ: ໃນຂອບ ກອງປະຊຸມຜູ້ບັນຊາການທະຫານ ເຮືອອາຊຽນ, ກອງປະຊຸມລັດຖະ ມົນຕີປ້ອງກັນປະເທດອາຊຽນ, ອາຊຽນ-ບວກ ແລະ ກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາ ຊຽນ. ນອກຈາກນັ້ນ, ບັນຫາການ ແຜ່ລະບາດຂອງພະຍາກໂຄວິດ- 19 ໄດ້ສົ່ງຜົນກະທົບຕໍ່ການພົວ ພັນຮ່ວມມື ແລະ ການຈັດກິດຈະ ກຳຕ່າງໆຂອງທະຫານເຮືອອາ ຊຽນ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ບັນດາປະເທດຕ້ອງມີການປັບຕົວ ແລະ ເພີ່ມທະວີການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າ, ກອງປະ ຊຸມເຫັນດີ ແລະ ສະໜັບສະໜູນ ບັນດາກິດຈະກຳທີ່ຈະຈັດໃນ ຕໍ່ ໜ້າຄື: ໂຄງການແລກປ່ຽນນາຍ ທະຫານເຮືອໜຸ່ມອາຊຽນ ຄັ້ງທີ 9 ທີ່ເມືອງດາໜັງ, ສສ ຫວຽດ ນາມ ໃນປີ 2021 ແລະ ງານ ວາງສະແດງອຸປະກອນປ້ອງກັນ ຊາດ ແລະ ຄວາມໝັ້ນຄົງທາງ ທະເລ ລວມທັງກອງປະຊຸມ ຄວາມໝັ້ນຄົງທາງ ທະເລສາກົນ ຄັ້ງທີ 7 ທີ່ ສິງກະໂປ ໃນເດືອນ ກໍ ລະກົດ 2021, ໄດ້ສະໜັບສະໜູນ ແນວຄິດລິເລີ່ມຂອງຫວຽດນາມ ກ່ຽວກັບໂຄງການແລກປ່ຽນການເຝິກອົບຮົມທະຫານເຮືອ ອາຊຽນ. ສ່ວນແນວຄິດລິເລີ່ມທີ່ ສະເໜີໂດຍ ຟີລິບປີນ ກ່ຽວກັບ ສູນເຄືອຂ່າຍທາງທະເລ ແລະ ກອງກຳລັງທາງທະເລອາຊຽນ ແມ່ນຈະນຳໄປສືບຕໍ່ປຶກສາຫາລືໃນກອງປະຊຸມຜູ້ບັນຊາການທະຫານເຮືອອາຊຽນຄັ້ງຕໍ່ໄປ ແລະ ກອງປະຊຸມຍັງເຫັນດີ ແລະ ສະ ໜັບສະໜູນໃຫ້ບຣູໄນ ເປັນເຈົ້າ ພາບຈັດກອງປະຊຸມຜູ້ບັນຊາ ການທະຫານເຮືອອາຊຽນ ຄັ້ງທີ 15 ໃນປີ 2021. ຟີລິບປີນ ເປັນ ເຈົ້າພາບຈັດການຝຶກຊ້ອມທະ ຫານເຮືອອາຊຽນ ຄັ້ງທີ 2 ໃນປີ 2023 ແລະ ມາເລເຊຍ ເປັນເຈົ້າ ພາບຈັດການເຝິກຊ້ອມທະຫານ ເຮືອອາຊຽນ ຄັ້ງທີ 3 ໃນປີ 2025.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ