ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດສະຫຼຸບຖອດຖອນບົດຮຽນວຽກງານກວດກາ 5 ປີ
ເວລາອອກຂ່າວ: 2020-11-06 20:54:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ຫ້ອງວ່າການກະຊວງປ້ອງ ກັນປະເທດສະຫຼຸບຖອດຖອນບົດ ຮຽນວຽກງານກວດກາ 5 ປີ ຄັ້ງ ທີ II (2016-20020) ແລະ ວາງທິດທາງແຜນການ 5 ປີ (2021-2025) ຂຶ້ນໃນວັນທີ 6 ພະຈິກ 2020 ນີ້, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ກຳມະການຄະ ນະປະຈໍາພັກຫ້ອງວ່າການ, ປະ ທານກວດກາຄະນະພັກອົງການ, ຮອງຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ, ມີຄະນະ ກົມ, ຫ້ອງການ, ກອງ, ແຂກ ຖືກເຊີນ ບໍລິສັດລັດວິສາຫະກິດ ແລະ ຜູ້ເຮັດວຽກງານກວດກາ ເຂົ້າ ຮ່ວມ. ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນ ປະເທດໄດ້ສະຫຼຸບການເຄື່ອນ ໄຫວວຽກງານກວດກາພັກ-ລັດ ທົ່ວຫ້ອງວ່າການກະຊວງປ້ອງ ກັນປະເທດ ປີ 2016-2020 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ ແລະ ຂໍ້ຄົງຄ້າງ, ບາງ ບົດຮຽນທີ່ຖອດຖອນໄດ້, ຕະ ຫຼອດໄລຍະ 5 ປີຜ່ານມາ, ຄະ ນະພັກຫ້ອງວ່າການກະຊວງ ປ້ອງກັນປະເທດ ກໍຄືຄະນະພັກ ແຕ່ລະຂັ້ນ, ຜູ້ຮັບຜິດຊອບວຽກ ງານກວດກາຢູ່ໃນກົມກອງໄດ້ ພ້ອມກັນຄົ້ນຄວ້າເຊື່ອມຊຶມເນື້ອ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະ ນະພັກກະຊວງ ປ້ອງກັນປະເທດ ແລະ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະ ນະພັກຫ້ອງວ່າການກະຊວງປ້ອງ ກັນປະເທດເວົ້າລວມ, ເວົ້າສະ ເພາະວຽກງານກວດກາ, ຈັດຕັ້ງ ເຜີຍແຜ່ບັນດານິຕິກໍາຕ່າງໆກ່ຽວ ກັບວຽກງານກວດກາ ແລະ ກວດ ກາການປະຕິບັດລະບຽບຂອງ ພັກ, ການດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນ ແລະ ວຽກງານ ອື່ນໆ, ຕິດຕາມ, ກວດກາຊຸກຍູ້ ການກໍ່ສ້າງພັກ ແລະ ລົງກວດ ກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນເປັນປະຈໍາແຕ່ປີ 2016-2020, ທົ່ວຫ້ອງວ່າ ການກະຊວງປ້ອງກັນປະເທດ ປະກອບມີ 3 ຄະນະພັກຮາກ ຖານ, ມີ 10 ໜ່ວຍຮາກຖານ ແລະ ມີ 18 ໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານ, ມີສະມາ ຊິກພັກທັງໝົດ 614 ສະຫາຍ, ຍິງ 162 ສະຫາຍ, ສໍາຮອງ 28 ສະຫາຍ, ກົມກອງເຂັ້ມແຂງ ໜ່ວຍພັກຮູ້ນໍາພາຮອບດ້ານ ຮອດປີ 2018 ມີ 21 ກົມກອງ, ປີ 2019 ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ກອງປະ ຊຸມຂັ້ນກະຊວງຮັບຮອງຈໍານວນ 17 ໜ່ວຍພັກ, ກາງ 11 ໜ່ວຍ ພັກ, ມີສະມາຊິກພັກແຂງ 520 ສະຫາຍ, ກາງ 59 ສະຫາຍ, ພ້ອມນັ້ນກໍໄດ້ເອົາໃຈໃສ່ກໍ່ສ້າງ ຂະຫຍາຍພັກຮັບເອົາມະຫາຊົນຜູ້ ທີ່ມີຄວາມກ້າວໜ້າເຂົ້າເປັນສະ ມາຊິກພັກ ຈໍານວນ 171 ສະຫາຍ, ເລື່ອນສະມາຊິກພັກສໍາຮອງ ຂຶ້ນສົມບູນ 139 ສະຫາຍ, ສໍາລັບ ວຽກ ງານກວດກາລັດ, ຄະນະ ພັກ- ຄະນະບັນຊາ, ຄະນະກວດ ກາແຕ່ລະຂັ້ນໄດ້ພ້ອມກັນເອົາ ໃຈໃສ່ເຄື່ອນໄຫວດໍາເນີນການ ກວດກາການຈັດຕັ້ງປະຕິບັດ ແນວທາງແຜນນະໂຍບາຍຂອງ ພັກ, ຂໍ້ກໍານົດ, ກົດລະບຽບຂອງ ພັກ, ກົດໝາຍຂອງລັດ, ຂອງກອງ ທັບ ແລະ ລະບຽບການຕ່າງໆເວົ້າ ສະເພາະແມ່ນການຈັດຕັ້ງປະຕິ ບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງ ອອກ, ຜ່ານການກວດກາແຕ່ລະ ຄັ້ງເຫັນວ່າມີຫຼາຍກົມກອງພ້ອມ ກັນຈັດຕັ້ງປະຕິບັດຖືກຕ້ອງຕາມ ໜ້າທີ່ການເມືອງຂອງຕົນ, ເປັນ ຕົ້ນແມ່ນເຮັດໃຫ້ກົມກອງມີຄວາມ ສະຫງົບເປັນລະບຽບຮຽບຮ້ອຍ ດີ, ພ້ອມດຽວກັນນັ້ນ ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງ ປະທານກວດກາພັກ ຫົວໜ້າພະ ແນກກວດກາພັກ-ລັດ ຫ້ອງວ່າ ການກະຊວງປ້ອງກັນປະເທດໄດ້ ຂຶ້ນຜ່ານຂໍ້ກໍານົດ ວ່າດ້ວຍການ ຄົ້ນຄວ້າພິຈາລະນາແກ້ໄຂຄໍາ ຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາ ສະເໜີຂອງຄະນະກວດກາສູນ ກາງພັກຕື່ມອີກ. ໂດຍ: ນາງ ຈ່ອຍ ເພັດດາວອນ ຫ້ອງວ່າການກະຊວງປ້ອງກັນ ປະເທດໄດ້ສະຫຼຸບການເຄື່ອນ ໄຫວວຽກງານກວດກາພັກ-ລັດ ທົ່ວຫ້ອງວ່າການກະຊວງປ້ອງ ກັນປະເທດ ປີ 2016-2020 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ ແລະ ຂໍ້ຄົງຄ້າງ, ບາງ ບົດຮຽນທີ່ຖອດຖອນໄດ້, ຕະ ຫຼອດໄລຍະ 5 ປີຜ່ານມາ, ຄະ ນະພັກຫ້ອງວ່າການກະຊວງ ປ້ອງກັນປະເທດ ກໍຄືຄະນະພັກ ແຕ່ລະຂັ້ນ, ຜູ້ຮັບຜິດຊອບວຽກ ງານກວດກາຢູ່ໃນກົມກອງໄດ້ ພ້ອມກັນຄົ້ນຄວ້າເຊື່ອມຊຶມເນື້ອ ໃນມະຕິ X ຂອງພັກ, ມະຕິກອງ ປະຊຸມໃຫຍ່ ຄັ້ງທີ IV ຂອງຄະ ນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ V ຂອງອົງຄະນະພັກຫ້ອງ ວ່າການກະຊວງປ້ອງກັນປະເທດ ເວົ້າລວມ, ເວົ້າສະເພາະວຽກ ງານກວດກາ, ຈັດຕັ້ງເຜີຍແຜ່ ບັນດານິຕິກໍາຕ່າງໆກ່ຽວກັບ ວຽກງານກວດກາ ແລະ ກວດ ກາການປະຕິບັດລະບຽບຂອງ ພັກ, ການດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນ ແລະ ວຽກງານ ອື່ນໆ, ຕິດຕາມ, ກວດກາຊຸກຍູ້ ການກໍ່ສ້າງພັກ ແລະ ລົງກວດ ກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນເປັນປະຈໍາແຕ່ປີ 2016-2020, ທົ່ວຫ້ອງວ່າ ການກະຊວງປ້ອງກັນປະເທດ ປະກອບມີ 3 ຄະນະພັກຮາກ ຖານ, ມີ 10 ໜ່ວຍຮາກຖານ ແລະ ມີ 18 ໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານ, ມີສະມາ ຊິກພັກທັງໝົດ 614 ສະຫາຍ, ຍິງ 162 ສະຫາຍ, ສໍາຮອງ 28 ສະຫາຍ, ກົມກອງເຂັ້ມແຂງ ໜ່ວຍພັກຮູ້ນໍາພາຮອບດ້ານ ຮອດປີ 2018 ມີ 21 ກົມກອງ, ປີ 2019 ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ກອງປະ ຊຸມຂັ້ນກະຊວງຮັບຮອງຈໍານວນ 17 ໜ່ວຍພັກ, ກາງ 11 ໜ່ວຍ ພັກ, ມີສະມາຊິກພັກແຂງ 520 ສະຫາຍ, ກາງ 59 ສະຫາຍ, ພ້ອມນັ້ນກໍໄດ້ເອົາໃຈໃສ່ກໍ່ສ້າງ ຂະຫຍາຍພັກຮັບເອົາມະຫາຊົນຜູ້ ທີ່ມີຄວາມກ້າວໜ້າເຂົ້າເປັນສະ ມາຊິກພັກ ຈໍານວນ 171 ສະ ຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 139 ສະຫາຍ, ສໍາລັບວຽກ ງານກວດກາລັດ, ຄະນະພັກ- ຄະນະບັນຊາ, ຄະນະກວດກາແຕ່ ລະຂັ້ນໄດ້ພ້ອມກັນເອົາໃຈໃສ່ ເຄື່ອນໄຫວດໍາເນີນການກວດ ກາການຈັດຕັ້ງປະຕິບັດແນວ ທາງແຜນນະໂຍບາຍຂອງພັກ, ຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂອງກອງທັບ ແລະ ລະບຽບການຕ່າງໆເວົ້າ ສະເພາະແມ່ນການຈັດຕັ້ງປະຕິ ບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງ ອອກ, ຜ່ານການກວດກາແຕ່ລະ ຄັ້ງເຫັນວ່າມີຫຼາຍກົມກອງພ້ອມ ກັນຈັດຕັ້ງປະຕິບັດຖືກຕ້ອງຕາມ ໜ້າທີ່ການເມືອງຂອງຕົນ, ເປັນ ຕົ້ນແມ່ນເຮັດໃຫ້ກົມກອງມີຄວາມ ສະຫງົບເປັນລະບຽບຮຽບຮ້ອຍ ດີ, ພ້ອມດຽວກັນນັ້ນ ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງ ປະທານກວດກາພັກ ຫົວໜ້າພະ ແນກກວດກາພັກ-ລັດ ຫ້ອງວ່າ ການກະຊວງປ້ອງກັນປະເທດໄດ້ ຂຶ້ນຜ່ານຂໍ້ກໍານົດ ວ່າດ້ວຍການ ຄົ້ນຄວ້າພິຈາລະນາແກ້ໄຂຄໍາ ຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາ ສະເໜີຂອງຄະນະກວດກາສູນ ກາງພັກຕື່ມອີກ. ໂດຍ: ນາງ ຈ່ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ