ກອງຮ້ອຍ 684 ເປີດຊຸດອົບຮົມໄລຍະສັ້ນ ວຽກງານສື່ສານ ກ້ອງຊ່ອງ ເຫຼົ່າຮົບປ້ອງກັນອາກາດ
ເວລາອອກຂ່າວ: 2020-11-06 19:15:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:
ທ້າຍເດືອນຕຸລາ ນີ້, ກອງ ຮ້ອຍ 684 ໃນກອງພັນໃຫຍ່ 502 ທີ່ຂຶ້ນກັບກອງພົນທີ 5 ໄດ້ເປີດຊຸດອົບຮົມໄລຍະສັ້ນ ວິຊາສະເພາະວຽກງານສື່ສານ ກ້ອງຊ່ອງ ເຫຼົ່າຮົບປ້ອງກັນອາ ກາດຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຈິດຕະກອນ
ພຸດທະວົງ ຫົວໜ້າພະແນກເສ ນາທິການ ກອງພັນໃຫຍ່ 502, ມີຂະແໜງປ້ອງກັນອາກາດ ກອງພັນໃຫຍ່ 502, ມີຄະນະພັກ-ຄະນະບັນຊາ ກອງຮ້ອຍ 684, ຄູ-ອາຈານ ຕະຫຼອດຮອດ ນັກ ເຝີກອົບຮົມເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນກວ້າງ
ຟອງຄໍາແດງ ຫົວໜ້າຂະແໜງ ປ້ອງກັນອາກາດ ພະແນກເສນາ ທິການ ກອງພັນໃຫຍ່ 502 ໄດ້ຂຶ້ນຜ່ານແຜນການອົບຮົມ ໄລຍະສັ້ນ ວິຊາສະເພາະວຽກ ງານສື່ສານ ກ້ອງຊ່ອງ ເຫຼົ່າຮົບ
ປ້ອງກັນອາກາດ ເຊິ່ງການອົບ
ຮົມໃນຄັ້ງນີ້ປະກອບມີ: ພາກ ທິດສະດີ ຮຽນຮູ້ກ່ຽວກັບຈັກ ສື່ສານ (ຈັກ XD–D 9–D1), ຄຸນ
ລັກສະນະຕົ້ນຕໍທົ່ວໄປ, ຄວາມສໍາ
ຄັນກ່ຽວກັບຈັກ PRC–188, ຄວາມຮູ້ກ່ຽວກັບທິດສະດີຈັກ ລວມ 20 ປະຕູ, ຄວາມຮູ້ກ່ຽວກັບ ໂທລະສັບ HDX–1A, ສາຍ ໂທລະສັບນໍາໃຊ້ຢູ່ໃນກອງທັບ, ພາກປະຕິບັດຕົວຈິງ ຮຽນຮູ້ກ່ຽວ ກັບກ້ອງຊ່ອງປ້ອງກັນອາກາດ, ຄຸນຄ່າການປະກອບສ້າງຂອງ ກ້ອງຊ່ອງມື d–8, ການປະກອບ ກ້ອງຊ່ອງປາບ -2A, ການກຽມ ກ້ອງຊ່ອງປາບ -2A, ເຮັດວຽກ
ງານກຽມພ້ອມສູ້ຮົບ (ກ້ອງ
ຊ່ອງປາບ -2A), ການປະກອບ
ສ້າງ ແລະ ລັກສະນະຕົ້ນຕໍ T3K ທັງນີ້, ກໍເພື່ອເປັນການ ເຝີກຝົນເຕັກນິກ ແລະ ຫັດແອບວິຊາສະເພາະເຫຼົ່າຮົບປ້ອງກັນອາກາດໃຫ້ມີຄວາມຄ່ອງແຄ້ວ, ມີໄຫວພິກ, ມີຄວາມຊໍານິຊໍາ ນານເພື່ອຮັບປະກັນໃນການເຮັດ ໜ້າທີ່ວິຊາສະເພາະຂອງຕົນກໍຄື ຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນ ດີ. ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ