ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົບປະແລກປ່ຽນ ປ່ຽນລະຫ່ວາງຄະນະຜູ້ແທນປະຕິບັດງານພິເສດແຂວງຄຳມ່ວນ ແລະ ກອງປະຕິບັດງານພິເສດ 589 ສສ ຫວຽດນາມ
ເວລາອອກຂ່າວ: 2020-11-06 11:02:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ວັນທີ 3 ພະຈິກ 2020 ນີ້, ແຂວງຄຳມ່ວນ ໄດ້ຈັດກອງປະ ຊຸມປຶກສາຫາລືລະຫວ່າງຄະນະ ຜູ້ແທນປະຕິບັດງານພິເສດແຂວງ ຄຳມ່ວນ ສປປ ລາວ ກັບ ຄະນະ ປະຕິບັດງານພິເສດ 589 ກອງ ບັນຊາການທະຫານແຂວງກວາງ ບິ່ງ ສສ ຫວຽດນາມ, ຢູ່ທີ່ສະໂມ ສອນເຮືອນພັກເລກ 1 ຂອງ ແຂວງ, ຝ່າຍລາວນຳໂດຍ ສະຫາຍ ປອ ແກ້ວອຸດອນ ບຸດສິງຂອນ ( ອ່ານຕໍ່ໜ້າ 7 ) ຮອງເຈົ້າແຂວງໆຄຳມ່ວນ ຫົວ ໜ້າປະຕິບັດງານພິເສດແຂວງ ຄຳມ່ວນ ພ້ອມຄະນະ, ຝ່າຍຫວຽດ ນາມນຳໂດຍ ສະຫາຍ ພັນເອກ ບຸ່ຍ ນາມຈຸງ ຫົວໜ້າການເມືອງ ກອງປະຕິບັດງານພິເສດ 589 ກອງບັນຊາການທະຫານແຂວງ ກວາງບິ່ງ ສສ ຫວຽດນາມ ພ້ອມ ຄະນະ, ເຊິ່ງໃນກອງປະຊຸມ ສະ ຫາຍ ພັນເອກ ຄຳສາຍ ເພັດນວນ ສີ ກຳມະການຄະນະປະຈຳພັກ ກອງບັນຊາການ ຫົວໜ້າຫ້ອງ ການເມືອງ ກອງບັນຊາການທະ ຫານແຂວງຄຳມ່ວນ ໄດ້ຂຶ້ນຜ່ານ ແຈ້ງການຂອງຄະນະປະຕິບັດ ງານພິເສດລັດຖະບານແຫ່ງ ສປປ ລາວ ແລະ ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໆຄຳມ່ວນ ວ່າດ້ວຍ ການແຕ່ງຕັ້ງຄະນະປະຕິບັດງານ ພິເສດແຂວງ, ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຜ່ານໜັງສື ແຈ້ງການຂອງທ່ານຮອງເຈົ້າ ແຂວງໆຄຳມ່ວນ ວ່າດ້ວຍການ ແຕ່ງຕັ້ງພະນັກງານລົງສົ່ງມອບ ຄະນະປະຕິບັດງານພິເສດ 589 ກອງບັນຊາການທະຫານແຂວງ ກວາງບິ່ງ ສສ ຫວຽດນາມ ສົກ 2020-2021 ໃຫ້ບັນດາເມືອງ ທີ່ຈະລົງເຄື່ອນໄຫວພ້ອມ ທັງຜ່ານ ແຜນການຮ່ວມມືຈັດຕັ້ງເຄື່ອນ ໄຫວລະຫວ່າງຄະນະປະຕິບັດ ງານພິເສດແຂວງຄຳມ່ວນ ສປປ ລາວ ແລະ ກອງປະຕິບັດງານພິ ເສດ 589 ກອງບັນຊາການທະ ຫານແຂວງກວາງບິ່ງ ສສ ຫວຽດ ນາມ ວ່າດ້ວຍການສຳຫຼວດຊອກ ຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິ ທະຫານອາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍສະຫຼະ ຊີວິດແຕ່ປາງສົງຄາມ ຢູ່ພື້ນທີ່ ແຂວງຄຳມ່ວນ, ກອງປະຊຸມດັ່ງ ກ່າວຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄຳເຫັນ ເຊິ່ງໄດ້ເຈາະຈີ້ມ ເຖິງຫຼາຍບັນຫາທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ.ໃນນັ້ນ, ຫຼຸມຝັງ ສົບທີ່ຍັງເຫຼືອເຫັນວ່າຍັງບໍ່ມີ ຫຼາຍ, ສ່ວນຫຼາຍແມ່ນຂໍ້ມູນເກົ່າ ທີ່ໄດ້ດຳເນີນການສຳຫຼວດຂຸດ ຄົ້ນຫຼາຍຄັ້ງແຕ່ກໍຍັງບໍ່ທັນພົບ ເຫັນ, ພູມມີປະເທດມີການປ່ຽນ ແປງ, ຂໍ້ມູນຫຼຸມຝັງສົບຈຳນວນ ໜຶ່ງຖືກນໍ້າເຊາະເຈື່ອນ, ບາງຫຼຸມ ຝັງສົບຖືກໂຄງການກໍ່ສ້າງບ້ານ ເຮືອນປະຊາຊົນ, ຜູ້ທີ່ເຫັນຂໍ້ມູນ ໃນເມື່ອກ່ອນໄດ້ເສຍຊີວິດ,ສ່ວນ ຜູ້ທີ່ຍັງເຫຼືອກໍມີອາຍຸສັງຂານເຖົ້າ ແກ່ບໍ່ສາມາດໃຫ້ຂໍ້ມູນໄດ້, ບາງຂໍ້ ມູນເສັ້ນທາງເຂົ້າບໍ່ເຖິງເປົ້າໝາຍ, ແຕ່ເຖິງຢ່າງໃດກໍຕາມ ຄະນະຜູ້ ແທນທັງສອງຝ່າຍກໍໄດ້ພ້ອມກັນ ແກ້ໄຂຊອກຫາທ້ອນໂຮມອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະ ຫຼະຊີວິດໃນປາງສົງຄາມຢູ່ພື້ນທີ່ ແຂວງຄຳມ່ວນ ໃຫ້ໄດ້ຕາມຄາດ ໝາຍທີ່ວາງໄວ້. ໂອກາດທີ່ມີຄວາມໝາຍ- ຄວາມສຳຄັນນີ້, ກອງປະຕິບັດ ງານ 589 ຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນ ແລະ ກົມກອງລວມ ໝູ່ທີ່ຂຶ້ນກັບແຂວງຄຳມ່ວນ ໃນ ການປະກອບສ່ວນຢ່າງຕັ້ງໜ້າ ຫ້າວຫັນຕໍ່ກັບວຽກງານການ ຊອກຫາ, ທ້ອນໂຮມອັດຖິນັກ ຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍ ສະຫຼະຊີວິດໃນປາງສົງຄາມ ປະ ຈຳລະດູແລ້ງ ສົກ 2019-2020 ໃນນີ້ມອບໃຫ້ກົມກອງລວມໝູ່ 10 ກົມກອງ, ມອບໃຫ້ບຸກຄົນ 15 ສະຫາຍ. ໂດຍ: ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ