ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫ່ຍ 644 ມອບບັດສະມາຊິກພັກສົມບູນ ຊຸດທີ IV
ເວລາອອກຂ່າວ: 2020-11-06 10:40:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2062 | ຄວາມນິຍົມ:



ພິທີມອບບັດສະມາຊິກພັກສົມ ບູນ ຊຸດທີ IV ຂອງບັນດາໜ່ວຍ ພັກທີ່ຂຶ້ນກັບຄະນະພັກ ກອງພັນ ໃຫຍ່ 644 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2020 ທີ່ຜ່ານມານີ້, ໂດຍ ການເປັນປະທານຂອງສະຫາຍ ພັນເອກ ຄຳສີ ພົມມະຈັນ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 644 . ຄະນະພັກ- ຄະນະບັນຊາພະນັກງານຫຼັກ ແຫຼ່ງ, ຂັ້ນນຳພາ-ບັນຊາ, ຈາກພະ ແນກການ, ກົມກອງອ້ອມຂ້າງ, ຕະຫຼອດຮອດບັນດາສະມາຊິກ ພັກສົມບູນ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນລົ້ນ ໄຊ ຍະລາດ ປະທານກວດກາພັກ ຫົວໜ້າພະແນກການເມືອງ ໄດ້ ຂຶ້ນຜ່ານມະຕິຕົກລົງຂອງຄະນະ ພັກກະຊວງປ້ອງກັນປະເທດ ວ່າ ດ້ວຍການຮັບຮອງອອກບັດສະ ມາຊິກພັກສົມບູນປະຕິບັດຕາມຂໍ້ ຕົກລົງຂອງກົມໃຫຍ່ການເມືອງ ສູນກາງພັກ ແລະ ບົດແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍ ການອອກບັດ-ມອບບັດ ໃຫ້ສະມາຊິກພັກສົມບູນຂອງພັກ ປະຊາຊົນປະຕິວັດລາວ, ຄະນະ ພັກກະຊວງປ້ອງກັນປະເທດ ຕົກ ລົງຮັບຮອງການອອກບັດສະມາ ຊິກພັກສົມບູນ ຊຸດທີ 4 ໃຫ້ບັນດາ ສະຫາຍສະມາຊິກພັກ ຢູ່ຄະນະພັກ ກອງພັນໃຫຍ່ 644 ຈຳນວນ 65 ສະຫາຍ. ໂດຍ: ສົມສັກ ແກ້ວດວງດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ