ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 1 ຈັດຈັດພິທີມອບຫຼຽນກາລະນຶກ 70 ປີ
ເວລາອອກຂ່າວ: 2018-12-18 09:21:32 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ໃນວັນທີ 12 ທັນວາ 2018 ນີ້, ກອງພົນທີ1 ໄດ້ຈັດ ພິທີມອບຫຼຽນກາລະນຶກ 70 ໃຫ້ພະນັກງານທີ່ມີຜົນງານໃນ ພະລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍການເຂົ້າຮ່ວມຂອງ ພັນເອກ ແສງຍືນ ລັດສະໝີ ເລຂາຄະ ນະພັກ ຫົວໜ້າການເມືອງ ກອງ ພົນ, ມີຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ພ້ອມດ້ວຍພະນັກງານ ຫຼັກແຫຼ່ງທົ່ວກອງພົນເຂົ້າຮ່ວມ. ໂດຍປະຕິບັດຕາມຂໍ້ຕົກ ລົງຂອງກະຊວງປ້ອງກັນປະ ເທດວ່າດ້ວຍການປະດັບຫຼຽນ ກາລະນຶກ 70 ໃຫ້ແກ່ພະນັກ ງານ-ນັກຮົບທົ່ວກອງພົນທີ 1 ຈຳນວນ 1.032 ສະຫາຍ, ເຊິ່ງ ໄດ້ຈັດພິທີມອບຢ່າງເປັນທາງ ການ ແລະ ມີບັນຍາກາດເບີກ ບານມ່ວນຊື່ນ. ເພື່ອຕອບສະ ໜອງຜົນງານຄວາມດີນາຍ ແລະ ພົນທະຫານກອງທັບປະ ຊາຊົນລາວ ທີ່ໄດ້ອຸທິດຕົນປະ ກອບສ່ວນເຂົ້າໃນພາລະກິດ ປົດປ່ອຍຊາດ ແລະ ປົກປັກຮັກ ສາປະເທດຊາດຕະຫຼອດໄລຍະ ຜ່ານມາ, ໂດຍພາຍໃຕ້ການນໍາ ພາ ແລະ ສຶກສາອົບຮົມຈາກ ພັກ, ຍາມໃດກໍມີ ຄວາມຈົງຮັກ, ພັກດີ,ບໍລິສຸດຜຸດຜ່ອງ, ມີລະ ບຽບແບບແຜນທີ່ເຂັ້ມງວດ. ເຊື່ອໝັ້ນຕໍ່ການນໍພາຂອງພັກ, ເຊື່ອໝັ້ນຕໍ່ກໍາລັງແຮງຂອງຕົນ. ມີຄວາມເດັດດ່ຽວໜຽວແໜ້ນ, ພິລາດອາດຫານ, ມີນໍ້າໃຈເສຍ ສະຫຼະອັນສູງສົ່ງເພື່ອຊາດ, ເພື່ອ ປະຊາຊົນ, ເພື່ອອຸດົມການສັງ ຄົມນິຍົມ, ບໍ່ຫວັ່ນໄຫວຄອນ ແຄນຕໍ່ອຸປະສັກ, ມີມານະຈິດ ອົດທົນຜ່ານຜ່າຄວາມຫຍຸ້ງ ຍາກນາໆປະການ ແລະ ຍອມ ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອການປະຕິວັດ. ເຊິ່ງຜ່ານ ພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາປະເທດ ຊາດ, ຮັກສາໄດ້ອໍານາດອະ ທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ. ແມ່ນຂີດໝາຍ ອັນສໍາຄັນພະນັກງານ-ນັກຮົບ ກອງທັບປະຊາຊົນລາວໄດ້ນໍາ ເອົາຄວາມອົບອຸ່ນ,ອຸດົມ,ສົມ ບູນ, ຮຸ່ງເຮືອງ,ສີວິໄລຂອງ ປວງຊົນລາວບັນດາເຜົ່າ. ໂດຍ: ໂກຣັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ