ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງລັດຖະມົນຕີກະຊວງການຕ່າງປະເທດ
ເວລາອອກຂ່າວ: 2018-12-18 09:12:00 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ໃນວັນທີ 16 ທັນວາຜ່ານ ມາ, ທີ່ທໍານຽບປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມ ຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດ ຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ໄດ້ເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງ ປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າ ພາບ. ໃນໂອກາດນີ້, ສະຫາຍ ປະທານ ປະເທດ ບຸນຍັງ ວໍລະ ຈິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ການ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການຂອງ ສະຫາຍ ຫວັງ ອີ້ ແລະ ຄະນະໃນຄັ້ງນີ້, ເຊິ່ງເປັນ ການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນເປັນມູນ ເຊື້ອ ແລະ ການເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ ທີ່ນັບ ມື້ນັບໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ທັງທາງກວ້າງ ແລະ ທາງເລິກ ແລະ ກໍໍເຫັນວ່າ ການພົວພັນຮ່ວມມືສອງຝ່າຍ ແມ່ນຢູ່ໃນລະດັບທີ່ດີທີ່ສຸດໃນ ປະຫວັດສາດ. ພ້ອມນີ້, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນການພົບປະ ສອງຝ່າຍກັບ ສະຫາຍ ສີ ຈິ້ນ ຜິງ, ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປ ຈີນ ເຖິງສອງ ຄັ້ງ ໃນເວລາພຽງເຄິ່ງປີ ແລະ ໄດ້ບັນລຸຄວາມເປັນເອກະພາບ ຮ່ວມກັນເພື່ອເສີມຂະຫຍາຍ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານຂອງສອງປະເທດໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຢືນ ຢັນສະໜັບສະໜູນການສ້າງຄູ່ ຮ່ວມຊະຕາກຳ ລາວ-ຈີນ ທີ່ມີ ລັກສະນະຍຸດທະສາດໃຫ້ເປັນ ຮູບປະທຳ, ຂຸ້ນຂ້ຽວ ປຶກສາຫາ ລືກັນກ່ຽວກັບການສ້າງແຜນ ແມ່ບົດວ່າດ້ວຍການສ້າງປະຊາ ຄົມຄູ່ຮ່ວມຊະຕາກຳສັງຄົມນິ ຍົມ ລາວ-ຈີນ ເພື່ອໃຫ້ສຳເລັດ ໂດຍໄວ. ພ້ອມດຽວກັນນີ້, ກໍສະ ເໜີໃຫ້ສອງຝ່າຍສືບຕໍ່ຜັນຂະ ຫຍາຍຂໍ້ຕົກລົງຂອງການນຳ ຂັ້ນສູງໃຫ້ໄດ້ຮັບການຈັດຕັ້ງປະ ຕິບັດ ແລະ ມີໝາກຜົນດີ, ການ ກຳນົດເອົາປີ 2019 ເປັນປີ ທ່ອງທ່ຽວ ຈີນ-ລາວ ສະເໜີໃຫ້ ສອງຝ່າຍຮີບຮ້ອນຮ່ວມກັນປຶກ ສາສ້າງແຜນການລະອຽດນຳ ກັນເພື່ອໄດ້ໃຫ້ທັນເປີດປີທ່ອງ ທ່ຽວໃນຕົ້ນປີໜ້າ. ໃນໂອກາດ ນີ້, ສະຫາຍ ບຸນຍັງ ວໍລະຈິດ ກໍ ໄດ້ສະແດງຄວາມຂອບໃຈມາ ຍັງ ສະຫາຍ ສີ ຈິ້ນ ຜິງ ຕໍ່ການ ເຊື້ອເຊີນເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືລະດັບສູງ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ 2 ທີ່ຈະຈັດຂຶ້ນໃນເດືອນເມສາ 2019 ແລະ ສະແດງຄວາມຍິນ ດີຈະເຂົ້າຮ່ວມຕາມການເຊື້ອ ເຊີນ ແລະ ຈະສືບຕໍ່ດໍາເນີນການ ຢ້ຽມຢາມເປັນການພາຍໃນ, ພ້ອມທັງໄດ້ຖືໂອກາດນີ້ຝາກ ຄວາມຢື້ຢາມຖາມຂ່າວອັນອົບ ອຸ່ນເຖິງສະຫາຍປະທານ ສີ ຈິ້ນ ຜິງ, ສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນທີ່ໃຫ້ການ ຊ່ວຍເຫຼືອແກ່ ສປປ ລາວ ມາ ໂດຍຕະຫຼອດ, ລວມທັງມາຊ່ວຍ ເຫຼືອຮັບມືກັບໄພພິບັດທຳມະ ຊາດນໍ້າຖ້ວມຢູ່ ສປປ ລາວ ໃນ ປີນີ້. ໃນຕອນທ້າຍ, ສະຫາຍ ບຸນ ຍັງ ວໍລະຈິດ ໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອ, ການຮ່ວມມືແບບຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນ ຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງ ຄົມນິຍົມ ລາວ-ຈີນ ຈົ່ງໝັ້ນຄົງ ຂະນົງແກ່ນຕະຫຼອດໄປ ແລະ ອວຍພອນໃຫ້ ສະຫາຍ ຫວັງອີ້ ແລະ ຄະນະຈົ່ງມີສຸຂະພາບເຂັ້ມ ແຂງ, ປະສົບຜົນສໍາເລັດໃໝ່ຍິ່ງ ໃຫຍ່ກວ່າເກົ່າໃນພາລະກິດອັນ ໃຫຍ່ຫຼວງ ແລະ ສູງສົ່ງຂອງສະ ຫາຍ. ໃນໂອກາດດຽວກັນ, ສະ ຫາຍ ຫວັງ ອີ້ ໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງຕໍ່ການ ຕ້ອນຮັບອັນອົບອຸ່ນຂອງສະ ຫາຍປະທານປະເທດໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມືຂອງສອງພັກ, ສອງລັດຖະບານ ແລະ ປະຊາ ຊົນສອງຊາດ ລາວ-ຈີນ ໃນໄລ ຍະຜ່ານມາ, ສະແດງຄວາມຍິນ ດີສືບຕໍ່ເສີມຂະຫຍາຍສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານ ຈີນ-ລາວ ຕາມ ທິດ 4 ດີ ໃຫ້ນັບມື້ແໜ້ນແຟ້ນ ຍິ່ງຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ. (ຂ່າວ: ກະຊວງການຕ່າງປະ ເທດ, ພາບ: ພູວຽງຄຳ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ