
ກະກຽມໃຫ້ແກ່ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ຢູ່ແຂວງສະຫວັນນະເຂດ
ເວລາອອກຂ່າວ: 2018-12-18 09:05:36 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 17119 | ຄວາມນິຍົມ:
ໃນວັນທີ 15 ທັນວາ 2018 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າ
ການປົກຄອງແຂວງສະຫວັນ ນະເຂດ ໄດ້ເປີດກອງປະຊຸມຄະ ນະກຳມະການກະກຽມໃຫ້ແກ່ ງານສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ທີ່ໃກ້ຈະມາຮອດ ໃນມໍ່ໆນີ້, ໂດຍການເຂົ້າຮ່ວມ ເປັນປະທານຂອງ ທ່ານ ສັນຕິ ພາບ ພົມວິຫານ ກຳມະການສູນ ກາງພັກ ເລຂາພັກແຂວງ ເຈົ້າ ແຂວງໆສະຫວັນນະເຂດ, ມີບັນ ດາທ່ານຄະນະປະຈຳພັກແຂວງ, ມີຄະນະພັກ-ຄະນະບັນຊາກອງ ພົນທີ 4, ກອງພັນໃຫຍ່ 644, ໂຮງໝໍບໍລິເວນ 109 ແລະ ກອງ ບັນຊາການທະຫານແຂວງສະ ຫວັນນະເຂດ ພ້ອມດ້ວຍບັນດາ ອະນຸກຳມະການຝ່າຍປົກຄອງ ຈຳນວນໜຶ່ງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງໆ ສະຫວັນນະເຂດ ແລະ ພັນເອກ ຂັນທະລີ ທາທິລາດ ຫົວໜ້າການ
ທະຫານກອງບັນຊາການທະ ຫານແຂວງ ກໍໄດ້ຜ່ານຄຳສັ່ງ ແນະນຳຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 02/ ຄລສພ ລົງວັນທີ 19 ກຸມພາ 2018 ກ່ຽວກັບການຈັດຕັ້ງສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ, ຜ່ານຄຳສັ່ງແນະນຳຂອງກະ ຊວງປ້ອງກັນປະເທດສະບັບເລກ ທີ 1520/ກປທ, ລົງວັນທີ 4 ເມສາ 2018 ຜ່ານເອກະສານ ຄຳແນະນຳຂອງຄະນະກຳມະ ການຊີ້ນຳລະດັບຊາດ ສະບັບ
ເລກທີ 2382/ກປທ ແລະ ຜ່ານ ຂໍ້ຕົກລົງແຕ່ງຕັ້ງອະນຸກຳມະ ການຊີ້ນຳຂັ້ນແຂວງ, ຈາກນັ້ນ ໃນກອງປະຊຸມກໍ່ໄດ້ປືກສາຫາລື ຄົ້ນຄວ້າ ແລະ ມອບໝາຍໜ້າທີ່ ໃຫ້ແຕ່ລະພາກສ່ວນຢ່າງລະ ອຽດ.
ຕອນທ້າຍ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງ ພັກ, ປະທານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ເລຂາ ພັກແຂວງ, ເຈົ້າແຂວງໆສະ ຫວັນນະເຂດ ທັງເປັນປະທານ ຄະນະຊີ້ນຳລວມໃຫ້ແກ່ງານສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ກໍໄດ້ໂອ້ລົມພ້ອມທັງຮຽກ ຮ້ອງໃຫ້ອະນຸກຳມະການແຕ່ລະ ພາກສ່ວນຈົ່ງໄດ້ເອົາໃຈໃສ່ເຮັດ ໜ້າທີ່ຂອງຕົນທີ່ໄດ້ຮັບມອບ ໝາຍຄັ້ງນີ້ໃຫ້ສຳເລັດຜົນ ໂດຍ ສະເພາະວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຕ້ອງໃຫ້ມີຄວາມປອດໄພ 100%.
ໂດຍ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ