ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໂອ້ລົມພະນັກງານຫຼັກແຫຼ່ງທະຫານແຂວງອັດຕະປື
ເວລາອອກຂ່າວ: 2020-10-29 08:15:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງທົ່ວທະຫານ ແຂວງອັດຕະປື ໃນວັນທີ 28 ຕຸລາ ນີ້, ໂດຍສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳ ເລັດທີ່ກຳລັງປະກອບອາວຸດ ທ້ອງຖິ່ນແຂວງອັດຕະປື ຍາດມາ ໄດ້ໃນຊຸມປີຜ່ານມາໂດຍສະເພາະ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເປັນເຈົ້າການເຮັດວຽກ ງານສຶກສາອົບຮົມການເມືອງ- ນຳພາແນວຄິດເປັນກົກສອດ ຫ້ອຍທຸກຂົງເຂດວຽກງານລວມ ຂອງກົມກອງ ໂດຍສະເພາະ ແມ່ນວຽກງານການເມືອງ-ນຳ ພາແນວຄິດ, ວຽກງານການທະ ຫານ, ວຽກງານປ້ອງກັນການ ກຽມພ້ອມສູ້ຮົບ, ການປ້ອງກັນ ໄພພິບັດ, ວຽກງານອົບຮົມ-ຫັດ ແອບ, ວຽກງານກຳລັງພົນ, ວຽກ ງານພະລາທິການ - ເຕັກນິກ, ຈັດຕັ້ງເຊື່ອມຊຶມແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງ ລັດ, ຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງ ແລະ ວິຊາສະ ເພາະຂອງຕົນເຮັດໃຫ້ຂອບ ເຂດກົມກອງຮັບຜິດຊອບມີ ຄວາມປອດໄພໂດຍພື້ນຖານ. ສະຫາຍ ພົນຕີ ຈັນທອງ ສອນ ຕະອາດ ໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງເອົາໃຈໃສ່ຊີ້ ນຳວຽກງານກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດ ຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ປັບປຸງກໍ່ສ້າງກຳລັງ ໃຫ້ເຂັ້ມແຂງ, ວຽກງານອົບຮົມ- ຫັດແອບຕ້ອງເພີ່ມທະວີຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ, ເຮັດວຽກເປັນໝູ່ຄະນະ ມີຄວາມສາມັກຄີພາຍໃນເປັນ ປຶກແຜ່ນ, ພ້ອມກັນຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໃຫ້ປະກົດຜົນ ເປັນຈິິງ, ເອົາໃຈໃສ່ເຮັດໃຫ້ທ້ອງ ຖິ່ນຂອງຕົນມີຄວາມສະຫງົບ ໄປຄຽງຄູ່ກັນນັ້ນ, ກໍຕ້ອງປະ ຕິບັດນ້ຳໃຈເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໂດຍອີງໃສ່ເງື່ອນ ໄຂ ແລະ ທ່າແຮງບົ່ມຊ້ອນຂອງ ກົມກອງ ເພື່ອປັບປຸງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ. ໂດຍ : ແສງຫຼ້າ ກຸວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ