ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງບໍລິຄຳໄຊ ປິດບັ້ນອົບຮົມ - ຫັດແອບວຽກງານຮັບປະກັນເຕັກນິກປະຈຳປີ 2020
ເວລາອອກຂ່າວ: 2020-10-29 08:13:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ພິທີປິດບັ້ນອົບຮົມ-ຫັດແອບ ວຽກງານຮັບປະກັນເຕັກນິກທົ່ວ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ປະຈຳປີ 2020 ໄດ້ຈັດ ຂຶ້ນໃນວັນທີ 26 ຕຸລານີ້, ພາຍ ຫຼັງທີ່ໄດ້ອົບຮົມມາເປັນເ ວລາ 14 ວັນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະ ຫວັນ ມິ່ງຈຳປາບານ ຮອງຫົວ ໜ້າກົມໃຫຍ່ເຕັກນິກກອງທັບ, ເຂົ້າຮ່ວມມີ ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະ ຫ້ອງ, ພະແນກ ແລະ ຫົວໜ້າເຕັກ ນິກຂອງແຕ່ລະກົມກອງຕະ ຫຼອດຮອດພະນັກງານວິຊາສະ ເພາະເຕັກນິກທົ່ວທະຫານແຂວງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳເດີມ ກອງ ມະນີ ຮອງຫົວໜ້າຫ້ອງເຕັກນິກ ທະຫານແຂວງບໍລິຄຳໄຊ ໄດ້ສະ ຫຼຸບຄືນຜ່ານການອົບຮົມ-ຫັດ ແອບວຽກງານຮັບປະກັນເຕັກນິກ ທົ່ວກອງບັນຊາການທະຫານ ແຂວງບໍລິຄຳໄຊ ປະຈຳປີ 2020, ໂດຍບັ້ນອົບຮົມ-ຫັດແອບໃນຄັ້ງ ນີ້ມີນັກສຳມະນາກອນເຂົ້າຮ່ວມ ທັງໝົດ 30 ສະຫາຍ, ເຊິ່ງບັ້ນອົບ ຮົມແມ່ນໄດ້ເລັ່ງໃສ່ທັງພາກທິດ ສະດີຫຼັກການ ແລະ ພາກປະຕິບັດ ຕົວຈິງໃນນີ້, ພາກທິດສະດີຜ່ານ ການອົບຮົມສາມາດຕີລາຄາຜົນ ໄດ້ຮັບຄື: ວຽກງານເສນາເຕັກນິກ ຂັ້ນເກັ່ງກວມເອົາ 54%, ກາງ 46%, ວຽກງານຄຸ້ມຄອງນຳ ໃຊ້ລົດຂັ້ນເກັ່ງກວມເອົາ 84%, ກາງ 16%, ວຽກງານຄຸ້ມຄອງ ອາວຸດ-ກະສຸນຂັ້ນເກັ່ງກວມເອົາ 89%, ກາງ 11%, ວຽກງານ ສິດໜ້າທີ່ ຂອງນັກຂັບຂີ່ ຂັ້ນເກັ່ງ ກວມເອົາ 84%, ກາງ 16%, ວຽກງານບົວລະບັດ-ສ້ອມແປງ ລົດຂັ້ນເກັ່ງກວມເອົາ 85%, ກາງ 15%, ວຽກງານບົວລະບັດ-ສ້ອມ ແປງປືນຂັ້ນເກັ່ງກວມເອົາ 54%, ກາງ 46%, ວຽກງານບົວລະ ບັດລົດຫຸ້ມເກາະຂັ້ນເກັ່ງກວມ ເອົາ 98%, ກາງ 2% ແລະ ພາກ ປະຕິບັດຕົວຈິງ ຮຽນຂັບຂີ່ລົດ ໂອໂຕສາມາດຕີລາຄາຜົນໄດ້ຮັບຂັ້ນເກັ່ງກວມເອົາ 84%, ກາງ 16%, ຮຽນຂັບຂີ່ລົດຫຸ້ມເກາະຂັ້ນເກັ່ງກວມເອົາ 98%, ກາງ 2%, ວຽກງານບົວລະບັດອາວຸດ-ກະສຸນຂັ້ນເກັ່ງກວມເອົາ 54%, ກາງ 46%, ບົວລະບັດ-ສ້ອມ ແປງລົດຂັ້ນເກັ່ງກວມເອົາ 85%, ກາງ 15% ແລະ ວຽກງານຊ່າງ ຈອດ, ຊ່າງເຊື່ອມຂັ້ນເກັ່ງກວມ ເອົາ 73%, ກາງ 27%. ໂອກາດນີ້, ສະຫາຍ ຮອງຫົວ ໜ້າກົມໃຫຍ່ເຕັກນິກ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກ ສ່ວນ, ຄະນະຮັບຜິດຊອບ ກໍຄື ຄູ ອາຈານ ທີ່ໄດ້ສຸມໃສ່ອົບຮົມ-ຫັດ ແອບສໍາເລັດຕາມແຜນການພ້ອມ ທັງໄດ້ຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈົ່ງເອົາ ໃຈໃສ່ຕໍ່ວຽກງານຮັບປະກັນ ດ້ານເຕັກນິກ, ເອົາໃຈໃສ່ບົວ ລະບັດຮັກສາພາຫະນະ-ວັດຖຸ ອຸປະກອນທີ່ຂັ້ນເທິງປະກອບ ໃຫ້ສາມາດນໍາໃຊ້ໄດ້ປົກກະຕິ, ໂດຍສະເພາະພະນັກງານວິ ຊາສະເພາະເຕັກນິກທີ່ສໍາເລັດ ບັ້ນເຝິກອົບຮົມຄັ້ງນີ້, ຈົ່ງນໍາເອົາ ບົດຮຽນໄປໝູນໃຊ້ເຂົ້າໃນວຽກ ງານຕົວຈິງ ຮັບປະກັນໃຫ້ຖືກ ຕາມຫຼັກການເຕັກນິກ, ແນໃສ່ ປົກປັກຮັກສາພາຫະນະ, ວັດຖຸອຸປະກອນຕ່າງໆທີ່ໄດ້ປະກອບໃຫ້, ຮັບປະກັນນໍາໃຊ້ໄດ້ຍາວນານ ຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ. ຂ່າວ-ພາບ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ