ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫະພັນແມ່ຍິງກົມໃຫຍ່ເຕັກນິກກອງທັບ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII
ເວລາອອກຂ່າວ: 2020-10-28 08:18:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ວັນທີ 22 ຕຸລາ 2020 ນີ້, ສະຫະພັນແມ່ຍິງ ກົມໃຫຍ່ເຕັກ ນິກກອງທັບ ໄດ້ຈັດຕັ້ງເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມຜູ້ ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII ໂດຍການເປັນປະທານຂອງ ສະຫາຍ ພົນຕີ ກິລາກອນ ບຸນນະ ຜົນ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຫົວໜ້າກົມໃຫຍ່ ເຕັກນິກກອງທັບ, ມີຄະນະກົມ 6 ກົມ, 3 ຫ້ອງ, ຄະນະພັກ-ຄະນະ ບັນຊາກົມກອງຮາກຖານ, ພະ ແນກການ, ພະນັກງານຫຼັກແຫຼ່ງຕະຫຼອດຮອດສະມາຊິກສະຫະ ພັນແມ່ຍິງ ທົ່ວກົມໃຫຍ່ເຕັກນິກກອງທັບເຂົ້າຮ່ວມ. ການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ບັນດາເອກະສານກ່ຽວກັບມະຕິ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII ຄັ້ງນີ້, ກໍເພື່ອເຮັດໃຫ້ພະນັກງານ-ສະມາ ຊິກສະຫະພັນແມ່ຍິງ ທົ່ວກົມໃຫຍ່ ເຕັກນິກກອງທັບ ໄດ້ຮັບຮູ້ເຊື່ອມ ຊຶມ ແລະ ເຂົ້າໃຈແຕ່ລະເນື້ອ ໃນຂອງມະຕິກອງປະຊຸມໃຫຍ່ຜູ້ ແທ່ນແມ່ຍິງທົ່ວກອງທັບ ຄັ້ງທີ VIII ທີ່ວາງອອກ, ເພື່ອພ້ອມກັນ ເຊີດຊູຄວາມເປັນແບບຢ່າງນຳ ໜ້າທີ່ດີໃນທຸກດ້ານ, ເພີ່ມທະວີ ຄວາມສາມັກຄີເປັນ ເອກະພາບ ເຂົ້າຮ່ວມຢ່າງຕັ້ງໜ້າໃນການ ຈັດຕັ້ງມະຕິກອງປະຊຸມ, ຄວາມ ເປັນເອກະພາບໃນການຮັບຮອງ ເອົາບັນດາເນື້ອໃນທີ່ສຳຄັນ, ຮັບຮອງເອົາເນື້ອໃນບົດລາຍ ງານການເມືອງຂອງສະຫະພັນ ແມ່ຍິງທົ່ວກອງທັບ, ໂດຍສະຫຼຸບ ຕີລາຄາຢ່າງພາວະວິໄສຕໍ່ຜົນ ງານການເຄື່ອນໄຫວຂອງຄະນະ ນຳແມ່ຍິງ, ສະມາຊິກສະຫະພັນ ແມ່ຍິງໃນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມ, ໃນ 8 ແຜນງານ 29 ໂຄງການພັດທະ ນາແມ່ຍິງຂອງກອງທັບ, ເຊິ່ງໄດ້ ຕິດພັນກັບການປະກອບສ່ວນໃນ ການຈັດຕັ້ງປະຕິບັດ 4 ໜ້າທີ່ ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ, ພ້ອມນີ້, ຍັງໃຫ້ຮູ້ເຖິງເນື້ອ ໃນບົດສະຫຼຸບຂອງການຈັດຕັ້ງ ປະຕິບັດແຜນພັດທະນາສະຫະ ພັນແມ່ຍິງກະຊວງປ້ອງກັນປະ ເທດໃນໄລຍະ 5 ປີຜ່ານມາ ແລະ ແຜນພັດທະນາໃນ 5 ປີຕໍ່ໜ້າເຊິ່ງ ລວມມີ 4 ຄາດໝາຍສູ້ຊົນ ແລະ 4 ທິດທາງລວມ, ເຊິ່ງເປັນການ ວາງມາດຕະການ ແລະ ວິທີຈັດ ຕັ້ງປະຕິບັດເພື່ອເຮັດສຳເລັດໜ້າ ທີ່ວຽກງານໃນຊຸມປີຕໍ່ໜ້າໃຫ້ບັນ ລຸໄດ້ຕາມຄາດໝາຍທີ່ວາງໄວ້, ໃນໂອກາດດຽວກັນນີ້ຍັງໄດ້ເຜີຍ ແຜ່ເຊື່ອມຊຶມເນື້ອໃນບົດຄຳເຫັນ ໂອ້ລົມຂອງທ່ານ ນາງ ອິນລາ ວັນ ແກ້ວບຸນພັນ ກຳມະການສູນ ກາງພັກ ປະທານຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວ, ບົດຄຳເຫັນຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການ ເມືອງກອງທັບ, ຕໍ່ກອງປະຊຸມ ດັ່ງກ່າວເພື່ອເປັນເຂັມທິດເຍືອງ ທາງໃຫ້ແກ່ສະຫະພັນແມ່ຍິງ ທົ່ວກົມໃຫຍ່ເຕັກນິກກອງທັບ, ໄດ້ນຳເອົາໄປຈັດຕັ້ງຜັນຂະ ຫຍາຍໃນການຈັດຕັ້ງປະຕິບັດ ໜ້າທີວຽກງານຂອງຕົນໃຫ້ເກີດ ດອກອອກຜົນ ແລະ ເຮັດສຳເລັດ ໜ້າທີ່ຕາມການມອບໝາຍ, ເພື່ອ ເສີມຂະຫຍາຍມູນເຊື້ອແມ່ຍິງ ລາວໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ໄປເລື້ອຍໆ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ