ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫັນເອົາການຄຸ້ມຄອງລົດເຂົ້າສູ່ແບບແຜນທັນສະໄໝ
ເວລາອອກຂ່າວ: 2020-10-27 09:26:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ວຽກງານຄຸ້ມຄອງລົດໃນ ກອງທັບ ເປັນວຽກງານໜຶ່ງທີ່ສໍາ ຄັນເພື່ອຮັບປະກັນການຄຸ້ມຄອງ ດ້ານຈໍານວນບໍ່ໃຫ້ຕົກເຮ່ຍເສຍ ຫາຍ, ບໍ່ໃຫ້ເຊື່ອມຄຸນນະພາບ, ການນໍາໃຊ້ໃຫ້ຖືກເປົ້າໝາຍ ແລະ ຖືກຕ້ອງຕາມຫຼັກການປະກອບ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃຫ້ກອງທັບເຮົາ ສາມາດເຄື່ອນໄຫວເຮັດສໍາເລັດໜ້າທີ່ການເມືອງຂອງຕົນ. ສະຫາຍ ພັນເອກ ຄໍາແປງ ບົວ ລະບັດ ກໍາມະການຄະນະພັກກົມ ໃຫຍ່ເຕັກນິກ ຫົວໜ້າກົມຄຸ້ມຄອງ ລົດ ກົມໃຫຍ່ເຕັກນິກກອງທັບໄດ້ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ກອງທັບວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ, ຄະນະພັກ-ຄະນະບັນຊາ ພວກເຮົາໄດ້ເອົາໃຈໃສ່ຊີ້ນໍາ-ນໍາ ພາແທດເຖິງຕົວຈິງຂົງເຂດວຽກ ງານວິຊາສະເພາະ ເພື່ອເຮັດໃຫ້ ການຄຸ້ມຄອງລົດໃນທົ່ວກອງທັບ ຫັນເຂົ້າສູ່ລະບຽບແບບແຜນຮັດ ກຸມກວ່າເກົ່າ ໂດຍໄດ້ສຸມໃສ່ຄົ້ນ ຄວ້າສ້າງນິຕິກຳຈໍານວນໜຶ່ງ ເພື່ອເປັນພື້ນຖານບ່ອນອີງໃນການ ນໍາໃຊ້ ເຊິ່ງໃນນິຕິກຳໄດ້ກຳນົດ ກ່ຽວກັບຫຼັກການຄຸ້ມຄອງດ້ານ ຈໍານວນພາຫະນະ, ກຳນົດການ ປະກອບປ້າຍທະບຽນລົດກອງ ທັບ, ກຳນົດປ້າຍ ແລະ ບັນດາ ຂໍ້ກຳນົດອື່ນໆ ທີ່ເປັນນະໂຍບາຍ ໃນການປະກອບພາຫະນະໃນ ກອງທັບ, ພ້ອມທັງໄດ້ນໍາເອົາ ນິຕິກຳດັ່ງກ່າວ ລົງຈັດຕັ້ງເຜີຍ ແຜ່ຢູ່ກົມກອງທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ເພື່ອເຮັດ ໃຫ້ພະແນກ, ຂະແໜງການວິຊາ ສະເພາະກ່ຽວຂ້ອງເຊື່ອມຊຶມກຳ ແໜ້ນຢ່າງເລິກເຊິ່ງ ແລະ ພ້ອມ ກັນຈັດຕັ້ງປະຕິບັດຢ່າງເຂັ້ມ ງວດ, ບົນພື້ນຖານປະຕິບັດຕາມ ຄຳຂວັນຂອງກົມຄຸ້ມຄອງລົດ “ຄຸ້ມຄອງດີ, ມີວິໄນ, ນໍາໃຊ້ໃຫ້ ໝົດຄຸນຄ່າ”, ນອກຈາກນັ້ນ ຍັງ ໄດ້ປັບປຸງລະບົບບັນຊີການຄຸ້ມ ຄອງໂດຍໄດ້ນໍາໃຊ້ເຄື່ອງມືຄຸ້ມ ຄອງທີ່ທັນສະໄໝ ດ້ວຍສິ່ງພິມ ແລະ ເອເລັກໂຕຼນິກ (ລະບົບໂປຼ ແກມ) ເຂົ້າຊ່ວຍ ເຮັດໃຫ້ລະບົບ ບັນ ຊີມີຄວາມຊັດເຈນ ແລະ ວ່ອງ ໄວຂຶ້ນຕື່ມ, ພ້ອມກັນນັ້ນ, ກໍໄດ້ ເອົາໃຈໃສ່ກໍ່ສ້າງນັກວິຊາສະ ເພາະໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສີມືອາຊີບທາງດ້ານວິຊາສະ ເພາະ ຕາມວິໄສທັດກົມໃຫຍ່ເຕັກ ນິກກອງທັບວາງອອກ ໂດຍເນັ້ນ ໃສ່ສ້າງພະນັກງານເຕັກນິກລົດ ແຕ່ລະຂັ້ນໃຫ້ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທໍາປະຕິວັດ, ກຳແໜ້ນພາ ລະບົດບາດ, ໜ້າທີ່ວິຊາສະເພາະ ຂອງຕົນ, ຮູ້ຮັກ ແລະ ພັດທະນາ ວິຊາຊີບ, ສ້າງແບບແຜນວິທີການ ນໍາພາ ແລະ ແບບແຜນວິທີເຮັດ ວຽກໃຫ້ມີວິທະຍາສາດທັນສະ ໄໝ ແລະ ທັນກັບສະພາບການ ຕົວຈິງຂອງການນໍາເຂົ້າລົດແຕ່ ລະຊະນິດ ເພື່ອຮັບປະກັນການປະ ຕິບັດໜ້າທີ່ໄດ້ຮັບໝາກຜົນສູງ. ກ່ຽວກັບການປົກປັກຮັກສາ, ບົວລະບັດຜັດເຊັດ ແລະ ສ້ອມແປງ ພາຫະນະ ປັດຈຸບັນແມ່ນມີສາງ ລົດຂອງກະຊວງປ້ອງກັນປະ ເທດ ໂດຍໄດ້ແບ່ງເປັນປະເພດລົດ ຮັບໃຊ້ບໍລິຫານທີ່ນໍາໃຊ້ປົກກະຕິ ແມ່ນບົວລະບັດສ້ອມແປງຕາມ ແຜນການປະຈຳປີ, ສ່ວນລົດ ທີ່ບໍ່ໄດ້ນໍາໃຊ້ປົກກະຕິຈະບົວລະ ບັດເກັບມ້ຽນຍາວນານເຊິ່ງມີ ເຕັກໂນໂລຊີທີ່ທັນສະໄໝໃນ ການປົກປັກຮັກສາຫຸ້ມຫໍ່ລົດໄລ ຍະສັ້ນ-ໄລຍະຍາວໂດຍບໍ່ຕ້ອງ ຕິດຈັກເປັນການປະຢັດນໍ້າມັນ ເຊື້ອໄຟໄດ້ດີ, ສ່ວນລົດຢູ່ໃນແຜນ ການເບິີກຈ່າຍແມ່ນໄດ້ເກັບມ້ຽນ ຮັກສາໃນຮົ່ມບົວລະບັດຮັກສາ ໃນແຕ່ລະມື້, ໄດ້ຕິດຈັກອຸຸ່ນຈັກໃນ ແຕ່ລະເດືອນຕາມແຜນນໍາໃຊ້ ແລະ ຢູ່ກົມກອງຮາກຖານທີ່ ມີພາຫະນະຫຼາຍ ກໍໄດ້ລົງຊີ້ນໍາ ໃນການຄຸ້ມຄອງ ດ້ານຈໍານວນ, ການບົວລະບັດຮັກສາ ແລະ ຈັດ ແບ່ງເປີເຊັນຄຸນນະພາບຂອງ ລົດ ເພື່ອສ້ອມແປງຮັບປະກັນ ການນໍາໃຊ້ໄດ້ເປັນປົກກະຕິ, ໂດຍທາງກົມຈະສະໜອງວັດ ຖຸອາໄຫຼ່ໃຫ້ກົມກອງເປັນຜູ້ສ້ອມ ແປງເອົາເອງ, ຖ້າສ້ອມແປງໜັກ ແມ່ນອີງຕາມແຜນການສ້ອມ ແປງປະຈໍາປີ ເຊິ່ງມີໂຮງງານປະ ຈໍາຢູ່ 4 ພາກຄື: ບັນດາກົມກອງ ພາກເໜືອແມ່ນເຂົ້າສ້ອມແປງຢູ່ໂຮງານປະສານເຫຼົ່າຫຼວງພະ ບາງ, ຂອບເຂດນະຄອນຫຼວງແມ່ນເຂົ້າສ້ອມແປງຢູ່ໂຮງງານ ມິດຕະພາບຫຼັກ 9, ພາກກາງ ແມ່ນເຂົ້າສ້ອມແປງຢູ່ໂຮງງານ ປະສານເຫຼົ່າພາກກາງ ແລະ ພາກ ໃຕ້ແມ່ນເຂົ້າສ້ອມແປງຢູ່ໂຮງ ງານປະສານເຫຼົ່າພາກໃຕ້, ເຊິ່ງ ທາງກົມຄຸ້ມຄອງລົດພວກເຮົາ ແມ່ນໄດ້ນໍາໃຊ້ໂປຼແກມຄຸ້ມຄອງ ວັດຖຸ-ອາໄຫຼ່ ເປັນຂົວຕໍ່ ຈາກສູນ ກາງລົງຮອດສາງວັດຖຸອາໄຫຼ່ ແຕ່ລະເຂດ ເຊິ່ງສາມາດກວດ ສອບກັນໄດ້ງ່າຍຖ້າທຽບໃສ່ ເມື່ອກ່ອນການຕົກເຮ່ຍເສຍຫາຍ ແມ່ນຫຼຸດໜ້ອຍລົງ, ສ່ວນການ ຄຸ້ມຄອງທະບຽນໃບຂັບຂີ່ຂອງ ກອງທັບ ແມ່ນໄດ້ອອກໃຫ້ນາຍ ແລະ ພົນທະຫານໃນກອງທັບ ກໍຄືຕາມການສະເໜີຂອງກົມ ກອງ, ສ່ວນຂັ້ນຕອນໃນການ ອອກແມ່ນ ຈະໄດ້ຈັດຕັ້ງສອບ ເສັງຕາມແຕ່ຂັ້ນຕອນ ແລະ ຍັງ ມີໂຮງຮຽນສອນຂັບລົດ 404 ໂດຍໄດ້ສອນເປັນສອງລະບົບ ຄື: ລະບົບການກໍ່ສ້າງນັກຂັບຂີ່ຂົນສົ່ງທົ່ວໄປໄລຍະເວລາຮໍ່າ ຮຽນ 6 ເດືອນ ແລະ ລະບົບຮຽນ ຂັບຂີ່ລາກແກ່ປືນໃຫຍ່ໜ້າດິນ-ປ້ອງກັນອາກາດ ເປົ້າໝາຍການກໍ່ສ້າງແມ່ນບັນດາກອງພົນ ແລະ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ. ສະຫາຍຫົວໜ້າກົມຄຸ້ມຄອງ ລົດ ກ່າວຕື່ມວ່າ: ທິດທາງແຜນ ການໃນຕໍ່ໜ້ານີ້, ຈະສືບຕໍ່ຄົ້ນ ຄວ້າຫັນເອົາການຄຸ້ມຄອງລົດ ໃນທົ່ວກອງທັບເຂົ້າສູ່ແບບແຜນຮັດກຸມ ແລະ ທັນສະໄໝຂຶ້ນຕື່ມ ແນໃສ່ເຮັດໃຫ້ການຄຸ້ມຄອງມີ ຄວາມສະດວກ, ວ່ອງໄວ ແລະ ຊັດ ເຈນຫຼາຍຂຶ້ນ ໂດຍການນໍາໃຊ້ ເຄື່ອງມືທີ່ທັນສະໄໝເປັນຕົ້ນ ແມ່ນ: ໂປຼແກມໃນການຄຸ້ມຄອງ ລົດ, ໂປຼແກມຄຸ້ມຄອງປ້າຍທະ ບຽນ ແລະ ຄຸ້ມຄອງໃບຂັບຂີ່ຂອງ ກອງທັບ, ຈະສືບຕໍ່ຄົ້ນຄວ້ານໍາເຂົ້າ ເຄື່ອງມືທີ່ທັນສະໄໝໃນການຄຸ້ມ ຄອງລົດເພື່ອປະກອບໃຫ້ບັນດາ ໂຮງງານ ແລະ ບັນດາສາງຕ່າງໆ ເປັນຕົ້ນແມ່ນ: ເຄື່ອງກວດກາວັດ ແທກ ການເປ່ເພຂອງພາຫະນະ ແຕ່ລະຊະນິດບັນຊາໂດຍຄອມ ພິວເຕີ ເພື່ອຮັບປະກັນການສ້ອມ ແປງໄດ້ຮັບຜົນດີກວ່າເກົ່າ. ໝາກຜົນດັ່ງກ່າວ, ກໍຍ້ອນໄດ້ ຮັບການຊີ້ນໍາຢ່າງໃກ້ຊິດຕິດ ແທດຈາກຄະນະນໍາກະຊວງ ປ້ອງກັນປະເທດ ກໍຄື ກົມໃຫຍ່ ເຕັກນິກກອງທັບບວກກັບ ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະບັນຊາ ກົມຄຸ້ມຄອງລົດຢ່າງຖືກທິດ ຕະ ຫຼອດໄລຍະ 5 ປີຜ່ານມາ, ຈຶ່ງ ໄດ້ເຮັດໃຫ້ຂົງເຂດວຽກງານຄຸ້ມ ຄອງລົດໃນທົ່ວກອງທັບ ມີຜົນ ສໍາເລັດຫຼາຍດ້ານເປັນຕົ້ນແມ່ນ ການກຳແໜ້ນໄດ້ທາງດ້ານຈໍາ ນວນ ແລະ ຄຸນນະພາບມີຄວາມ ຊັດເຈນ ກວ່າເກົ່າ, ການຕົກເຮ່ຍ ເສຍຫາຍມີທ່າຫຼຸດລົງຫຼາຍຖ້າ ທຽບໃສ່ກ່ອນໜ້ານີ້, ບັນດາລະ ຫັດເຄື່ອງໝາຍ, ປ້າຍທະບຽນ ລົດກອງທັບ ມີຄວາມລະອຽດ ຈະແຈ້ງຂຶ້ນຕື່ມ, ການຄຸ້ມຄອງ ໃນທຸກດ້ານໄດ້ຫັນເຂົ້າສູ່ລະບຽບ ແບບແຜນຮັດກຸມ ແລະ ທັນໄໝ ເທື່ອລະກ້າວ, ເຊິ່ງສາມາດຕອບ ສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກ ງານໃນໄລຍະໃໝ່, ທັງນີ້ກໍເພື່ອ ເອກອ້າງໄວ້ເປັນຜົນງານຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ທີ່ຈະໄຂຂຶ້ນໃນ ມໍ່ໆນີ້ໃຫ້ມີເນື້ອໃນຄວາມໝາຍ ເລິກເຊິ່ງ. ໂດຍ: ນາງ ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ