ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດສະຕາໂທລະຄົມ ຈັດງານພົບປະແລກປ່ຽນບົດຮຽນກັບບັນດາລັດວິສະຫະກິດຂອງລັດ
ເວລາອອກຂ່າວ: 2020-10-27 09:25:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ວັນທີ 22 ຕຸລາ 2020 ນີ້, ບໍລິສັດສະຕາໂທລະຄົມ ຈໍາ ກັດ (ຢູນີເທວ) ໄດ້ເປີດງານພົບ ປະແລກປ່ຽນບົດຮຽນກັບບັນດາ ລັດວິສາຫະກິດຂອງລັດຢູ່ທີ່ຫ້ອງ ປະຊຸມຂອງຕົນໂດຍການເຂົ້າ ຮ່ວມຂອງ ທ່ານ ລິວ ແມັງຮ່າ ຜູ້ ອໍານວຍການໃຫຍ່ບໍລິສັດສະຕາ ໂທລະຄົມ ຈໍາກັດ, ມີ ທ່ານ ປອ ນາງ ໄກສອນ ຈັນສີນາ ຫົວໜ້າ ກົມຄຸ້ມຄອງການຮຽນ-ການ ສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດພ້ອມ ດ້ວຍບັນດາອຳນວຍການວິສາ ຫະກິດຂອງລັດເຂົ້າຮ່ວມ. ສະຫາຍ ພັນ ເອກ ບີມົວໄຟ ດາເຢຍຈາ ຮອງຜູ້ອໍານວຍການ ບໍລິສັດສະຕາໂທລະຄົມ ຈໍາ ກັດ ໄດ້ກ່າວວ່າ ບໍລິສັດ ສະຕາ ໂທລະຄົມ ຈໍາກັດແມ່ນບໍລິສັດ ຮ່ວມທຶນດໍາເນີນທຸລະກິດລະ ຫວ່າງລັດຖະບານແຫ່ງ ສປປ ລາວ ຖືຫຸ້ນ 51% ແລະ ລັດຖະ ບານແຫ່ງ ສສ ຫວຽດນາມ ຖື ຫຸ້ນ49%. ບໍລິສັດໄດ້ສ້າງຕັ້ງ ແລະ ເຄື່ອນໄຫວດໍາເນີນທຸລະກິດ ຢ່າງເປັນທາງການວັນທີ 01 ເມສາ 2008. ວັນທີ 16 ຕຸລາ 2009 ບໍລິສັດ ໄດ້ເປີດຕົວ ເຄື່ອງ ໝາຍການຄ້າ“ຢູນີເທວ“ຢ່າງ ເປັນທາງການ. ໃນຊຸມປີຜ່ານມາ, ບໍລິສັດສະຕາໂທລະຄົມໄດ້ກາຍ ເປັນບໍລິສັດທີ່ດໍາເນີນທຸລະກິດ ໃຫ້ບໍລິການດ້ານໂທລະຄົມມະນາຄົມການສື່ສານທີ່ປະສົບຜົນສໍາເລັດດີທີ່ສຸດໃນ ສປປລາວ. ພາຍຫຼັງ 12 ປີໄດ້ສ້າງຕັ້ງຂຶ້ນ, ຢູນີເທວໄດ້ ສືບຕໍ່ພັດທະນາພື້ນຖານໂຄງລ່າງ ລະບົບເຄືອຂ່າຍໂທລະຄົມມະນາ ຄົມການສື່ສານໃນຂອບເຂດທົ່ວ ປະເທດທີ່ປະກອບດ້ວຍອຸປະກອນ ເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ຂອງໂລກ, ໄດ້ສະໜອງບໍລິການ ທາງດ້ານໂທລະຄົມໃຫ້ກັບປະ ຊາຊົນລາວ, ສັງຄົມລາວຈາກສູນ ກາງໄປຍັງທ້ອງຖິ່ນ ເຂດຫ່າງໄກ ສອກຫຼີກ ແລະ ທຸລະກັນດານ. ດ້ວຍວິໄສທັດຮັບໃຊ້ປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ນັບມື້ນັບສະດວກ ສະບາຍ ແລະ ສົດໃສຍິ່ງໆຂຶ້ນ. ຢູນີເທວໄດ້ມີການພັດທະນາ ຢ່າງຕໍ່ເນື່ອງ ແລະ ກາຍເປັນບໍລິສັດ ໂທລະຄົມມະນາຄົມ ທີ່ນອນຢູ່ໃນ ລະດັບແຖວໜ້າຂອງ ສປປ ລາວ, ມີລະບົບເຄືອຂ່າຍທີ່ໃຫຍ່ ແລະ ກ້ວາງຂວາງທີ່ສຸດ, ມີພື້ນທີ່ປົກ ຄຸມສັນຍານທີ່ກວ້າງຂວາງກວມ ຫຼາຍກ່ວາ 93% ພົນລະເມືອງທົ່ວ ປະເທດ, ດ້ວຍສູນສະຖານີຮັບ ສົ່ງສັນຍານມືຖືຫຼາຍກ່ວາ 8.000 ແຫ່ງ, ມີລະບົບສາຍສົ່ງສາຍໄຍ ແກ້ວ ຫຼາຍກ່ວາ34.000 ກິໂລ ແມັດ, ມີຫຼາຍກ່ວາ 3 ລ້ານ ເລກ ໝາຍລູກຄ້າ, ລູກຄ້າອິນເຕີເນັດ ຄວາມໄວສູງຫຼາຍກ່ວາ 40.000 ຄົນ, ລາຍຮັບລວມຍອດບັນລຸ ໄດ້ຫຼາຍກ່ວາ 1.300 ລ້ານໂດລາ ສະຫະລັດ, ມອບພັນທະໃຫ້ລັດ ຖະບານຈໍານວນ 650 ລ້ານໂດ ລາຫະລັດ ແລະ ຊ່ວຍເຫຼືອສັງຄົມ ຈໍານວນ 12 ລ້ານໂດລາສະຫະ ລັດ ໃນເງື່ອນໄຂຍຸກປະຕິວັດອຸດ ສະຫະກໍາ 4.0 ຂອງໂລກປັດ ຈຸບັນ, ຢູນີເທວໄດ້ກ້າວເຂົ້າສູ່ໄລ ຍະໃໝ່ ແຫ່ງການພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ໄອຊີທີຢ່າງ ເປັນທາງການແລ້ວ ແລະ ຈະ ກາຍເປັນບໍລິສັດເຕັກໂນໂລຊີ ທີ່ ນໍາໜ້າ ໃນການປະຕິວັດຫັນເປັນ ດີຈີຕອນຂອງ ສປປ ລາວ. ສະຫາຍ ພັນເອກ ບີມົວ ໄຟດາ ເຢຍຈາ ຍັງກ່າວຕືມອີກວ່າ: ດ້ວຍຄວາມເຊື່ອໝັ້ນຕໍ່ກັບປະສົບ ການ ແລະ ທ່າແຮງຄວາມສາມາດ ໃນການຈັດຕັ້ງຜັນຂະຫຍາຍບັນ ດາແນວທາງ, ວິທີການກ່ຽວກັບ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນ ສະໄໝ, ບໍລິສັດສະຕາໂທລະຄົມ ໄດ້ສຸມໃສ່ຊຸກຍູ້ຊ່ວຍເຫຼືອ ແລະ ຊຸກຍູ້ໃຫ້ບັນດາອົງກອນ, ອົງ ການຈັດຕັ້ງພາກລັດ ແລະ ເອກະ ຊົນ ໄດ້ເຂົ້າເຖິງ ແລະ ໄດ້ນໍາໃຊ້ ລະບົບເຄື່ອງມື, ຊັອບແວ ທີ່ທັນສະໄໝຕ່າງໆເພື່ອຊ່ວຍໃນການຈັດການ, ການບໍລິຫານຄຸ້ມຄອງ ວຽກງານ ໃນອົງກອນຂອງລັດ ໃຫ້ມີຄວາມວ່ອງໄວ, ປະຢັດ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ. ທັງນີ້, ເພື່ອແນໃສ່ປະຕິບັດຕາມ ນະໂຍບາຍຊຸກຍູ້, ສົ່ງເສີມການ ຄຸ້ມຄອງ, ການບໍລິຫານໃຫ້ແກ່ ສັງຄົມ, ຕອບສະໜອງໄດ້ກັບ ຄວາມຕ້ອງການ “ຫັນເປັນດີຈີ ຕອນ” ດ້ວຍລະບົບເຕັກໂນໂລຊີ ທີ່ທັນສະໄໝ ຕາມນະໂຍບາຍ ແລະ ແຜນພັດທະນາຂອງລັດຖະບານ. ດ້ວຍວິໄສທັດ ແລະ ຄວາມ ມຸ່ງໝັ້ນຂອງຢູນີເທວ. ໃນອະນາ ຄົດອັນໃກ້ນີ້, ຢູນີເທວ ບໍ່ພຽງແຕ່ ເປັນວິສາຫະກິດດ້ານໂທລະຄົມມະນາຄົມການສື່ສານພຽງຢ່າງດຽວເທົ່ານັ້ນ, ຢູນິເທວ ຍັງຈະ ກາຍເປັນບໍລິສັດ ດ້ານເຕັກໂນ ໂລຊີ, ເດີນໜ້າເຂົ້າສູ່ ການປະຕິວັດ ລະບົບເອເລັກໂຕຼນິກຂອງປະ ເທດ, ນໍາເອົາເຕັກໂນໂລຊີທີ່ທັນ ສະໄໝລະບົບ 5G,loT, ກະເປົາ ເງິນເອເລັກໂຕຼນິກ, Bigdta ເຂົ້າ ສູ່ການດໍາລົງຊີວິດຂອງປະຊາ ຊົນລາວ, ສັງຄົມລາວຢ່າງເປັນ ຮູບປະທໍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ