ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງລະບົບຊົນລະປະທານຫັນເປັນທັນສະໄໝ
ເວລາອອກຂ່າວ: 2020-10-23 10:12:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ວັນທີ 20 ຕຸລາ 2020 ນີ້, ກົມຊົນລະປະທານ, ກະຊວງກະສິ ກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສຶກສາຄວາມເປັນ ໄປໄດ້ໂຄງການຫັນເປັນດີຈີຕ໋ອນ ດ້ານການຄຸ້ມຄອງລະບົບຊົນ ລະປະທານເພື່ອຫັນເປັນທັນສະ ໄໝຂອງ ສປປ ລາວ, ຢູ່ທີ່ສຳນັກ ງານໃຫຍ່ ບໍລິສັດ ສະຕາໂທລະ ຄົມ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດ ຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຜູ້ຊີ້ນໍາວຽກງານຊົນລະປະທານ, ມີທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ປະທານ ສະພາ ບໍລິຫານ ບໍລິສັດ ສະຕາໂທ ລະຄົມຈໍາກັດ, ທ່ານ ບຸນຄໍາ ສີດາ ວົງ ຫົວໜ້າກົມຊົນລະປະທານ, ທ່ານ ລີວ ແມ່ງ ຮ່າ ຜູ້ອໍານວຍ ການໃຫຍ່ ບໍລິສັດ ສະຕາ ໂທລະ ຄົມຈໍາກັດ , ມີບັນດາທ່ານຫົວໜ້າ ກົມ-ຮອງກົມ, ຫົວໜ້າພະແນກ- ຮອງພະແນກ ກະຊວງກະສິກໍາ ແລະ ປ່າໄມ້, ຄະນະອໍານວຍການ ບໍລິສັດສະຕາໂທລະຄົມ ຈໍາກັດ, ແຂກຖືກເຊີນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນຄໍາ ສີດາວົງ ໃຫ້ຮູ້ ວ່າ: ກົມຊົນລະປະທານ ແມ່ນກົງ ຈັກໜຶ່ງຂອງກະຊວງກະສິກໍາ ແລະ ປ່າໄມ້, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ກະຊວງ ກະສິກໍາ ແລະ ປ່າໄມ້ ໃນການ ຄຸ້ມຄອງມະຫາພາກກ່ຽວກັບ ການພັດທະນາ, ຄຸ້ມຄອງວຽກ ງານຊົນລະປະທານ ແລະ ການ ລະບາຍນ້ຳໄປຕາມທິດຫັນເປັນ ທັນສະໄໝ, ມີປະສິດທິຜົນ ແລະ ຍືນຍົງ. ສ່ວນເປົ້າໝາຍການ ຮ່ວມມືລະຫວ່າງກົມຊົນລະປະ ທານ ແລະ ບໍລິສັດສະຕາໂທລະ ຄົມຈໍາກັດແມ່ນເພື່ອສ້າງເງື່ອນ ໄຂໃຫ້ສອງຝ່າຍໄດ້ຮ່ວມມືກັນ ໃນການສຶກສາຄວາມເປັນໄປ ໄດ້ໂຄງການຫັນເປັນດິຈິຕ໋ອນ ດ້ານການຄຸ້ມຄອງລະບົບຊົນ ລະປະທານຫັນເປັນທັນສະໄໝ ຂອງ ສປປ ລາວ ແນໃສ່ເພື່ອຄົ້ນ ຄ້ວາ, ພັດທະນາ ແລະ ບໍລິການ ດ້ານວິຊາການ-ເຕັກນິກກ່ຽວກັບ ຄຸ້ມຄອງນໍາໃຊ້ນ້ໍາເພື່ອຫຼຸດຜ່ອນ ຊັບພະຍາກອນນ້ໍາ, ແຮງງານ ແລະ ຕົ້ນທຶນການຜະລິດກະສິກໍາ ໄປຕາມທິດ“ຫັນເປັນດີຈີຕ໋ອນ” ດ້ວຍລະບົບເຕັກໂນໂລຊີທີ່ທັນສະ ໄໝປະກອບສ່ວນເຂົ້າໃນການຈັດ ຕັ້ງຜັນຂະຫຍາຍຍຸດທະສາດພັດ ທະນາກະສິກໍາຮອດປີ 2025 ແລະ ວິໄສທັດຮອດປີ 2030. ເຊິ່ງການຮ່ວມມືຄັ້ງນີ້ ແມ່ນ ໄດ້ກໍານົດຂອບເຂດຄື: ສຶກສາ ຄວາມເປັນໄປໄດ້ເພື່ອຈະນໍາໄປ ພັດທະນາບັນດາໂຄງການຮ່ວມ ມືໃນແຕ່ລະກິດຈະກໍາເຊັ່ນ: ຄົ້ນ ຄວ້າ-ພັດທະນາລະບົບໂຄງການ ຄຸ້ມຄອງບໍລິຫານຈັດການນ້ໍາ ຊົນລະປະທານໃນເຂດອ່າງໂຕ່ງ ຮັບນ້ໍາ ເພື່ອການຜະລິດກະສິກໍາ ຍົກສູງປະສິດທິພາບຫຼຸດຜ່ອນຄວາມສ່ຽງຈາກໄພນ້ໍາຖ້ວມ ແລະ ແຫ້ງແລ້ງ (Agriculture Water Resoured Management Project Platform); ຄົ້ນຄວ້າ-ພັດທະນາ ລະບົບໂຄງການຄຸ້ມຄອງນໍາໃຊ້-ບໍລິຫານຈັດການນ້ໍາຊົນລະປະ ທານໃນລະດັບໄຮ່ນາ ຍົກສູງປະ ສິດທິພາບການນຳໃຊ້ນຳ້ຢ່າງ ປະຍັດຕາມຄວາມຕ້ອງການ ນ້ໍາຂອງພືດຫຼຸດຜ່ອນຕົ້ນທຶນການ ຜະລິດກະສິກໍາ (On Farm Water Operation & ManagementProject Platform); ຄົ້ນຄວ້າ-ພັດທະນາລະ ບົບໂຄງການຄຸ້ມຄອງບໍລິຫານ ຈັດການນຳ້ຊົນລະປະທານໃນ ກິດຈະການປູກຝັງ ຫັນການສະ ໜອງນ້ໍາແບບທັນສະໄໝຢູ່ ບັນດາເຮືອນຮົ່ມປູກພືດຜັກ, ພືດສວນ, ໄມ້ໃຫ້ໝາກ, ໄມ້ອຸດ ສະຫະກໍາ ແລະ ທົ່ງຫຍ້າລ້ຽງ ສັດ (Agriculture Plantation WaterManagement Project); ຄົ້ນຄວ້າ-ພັດທະນາລະບົບໂຄງການຄຸ້ມຄອງບໍລິຫານຈັດການນຳ້ຊົນລະປະ ທານໃນກິດຈະການລ້ຽງສັດ ແລະ ປາມົງ ຍົກສູງປະສິດທິພາບ ລະບົບການນໍາໃຊ້ນ້ໍາໃນບັນດາ ຟາມລ້ຽງສັດ ໃຫ້ທັນສະໄໝຫຼຸດ ຜ່ອນການນໍາແຮງງານ ແລະ ຕົ້ນ ທຶນການຜະລິດ (Livestock and Fisheries Management Project). ພ້ອມນີ້, ຍັງ ໄດ້ສຶກສາຂອບເຂດການຮ່ວມມື ດ້ານອື່ນໆທີ່ມີຄວາມຈຳເປັນ, ເປັນປະໂຫຍດແກ່ສັງຄົມ ແລະ ມີ ຄວາມເປັນໄປໄດ້ທາງດ້ານເສດ ຖະກິດໂດຍຕ່າງຝ່າຍຕ່າງມີຜົນ ປະໂຫຍດບົນພື້ນຖານການເຫັນ ດີຂອງສອງຝ່າຍ, ສຶກສາ, ຄົ້ນ ຄວ້າ ພ້ອມທັງຮ່ວມກັນສ້າງ ເປັນໂຄງການຕົວແບບຕາມຂອບ ເຂດການຮ່ວມມື ທີ່ໄດ້ກໍານົດໄວ້. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ