ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສຸກເສີນການຄຸ້ມຄອງໄພພິບັດຂັ້ນສູນກາງ
ເວລາອອກຂ່າວ: 2020-10-22 10:25:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ກອງປະຊຸມສຸກເສີນຂອງຄະ ນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ເພື່ອຕອບໂຕ້ໄພພິບັດ ນ້ໍາຖ້ວມຢູ່່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ ນີ້, ທີ່ກະຊວງແຜນການ ແລະ ການ ລົງທຶນ ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນ ປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ, ມີ ບັນດາຮອງລັດຖະມົນຕີ, ຮອງ ປະທານ ແລະ ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ບັນຫາໄພພິບັດແມ່ນເກີດຈາກການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນໄພນ້ໍາຖ້ວມ, ແຜ່ນດິນໄຫວ, ຄື້ນຊຸນາມິ, ລົມ ພາຍຸພັດ ແລະ ບັນຫາອື່ນໆໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ ຫຼວງຕໍ່ພາກພື້ນ ແລະ ສາກົນ ເພາະ ບັນຫາໄພພິບັດດັ່ງກ່າວ ໄດ້ເກີດ ຂຶ້ນເປັນປະຈໍາ ແລະ ເພີ່ມຄວາມ ຮຸນແຮງຂຶ້ນເລື້ອຍໆ, ສ້າງຜົນກະ ທົບ ແລະ ຄວາມເສຍຫາຍຢ່າງ ຫຼວງຫຼາຍຕໍ່ສຸຂະພາບ, ຊີວິດ, ຊັບ ສິນຂອງລັດ, ລວມໝູ່, ປະຊາຊົນ, ເສດ ຖະກິດ ແລະ ການດໍາລົງຊີວິດ ຂອງຄົນໃນສັງຄົມທັງໃນໄລຍະ ສັ້ນ ແລະ ໄລຍະຍາວ, ຕົວຢ່າງ: ເຫດການໄພພິບັດນຳ້ຖ້ວມໃນປີ 2018 ແລະ 2019 ທີ່ຜ່ານ ມາ ປັດຈຸບັນລັດຖະບານ ຍັງສືບຕໍ່ສຸມ ໃສ່ໃຫ້ການຊ່ວຍເຫຼືອຟື້ນຟູຄືນ ຫຼັງໄພພິບັດ ໂດຍສະເພາະແມ່ນ ສະພາບການແກ້ໄຂຟື້ນຟູຢູ່ເມືອງ ສະໜາມໄຊ ແຂວງອັດຕະປື ແລະ ໄລຍະທ້າຍປີ 2019 ຫາ ຕົ້ນປີ 2020 ກໍຄືໃນປັດຈຸບັນ, ສປປ ລາວ ຂອງພວກເຮົາ. ນອກຈາກໄດ້ ຮັບຜົນກະທົບຢ່າງໜັກຈາກບັນ ຫາການລະບາດຂອງພະຍາດໂຄ ວິດ-19, ກໍຍັງໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ ເປັນຕົ້ນ-ໄພນ້ໍາຖ້ວມ, ແຫ້ງແລ້ງ, ດິນເຈື່ອນ, ລົມພາຍຸ, ແຜ່ນດິນ ໄຫວ, ການລະບາດຂອງພະຍາດ ອະຫິວາໝູອາຟຣິກກາ, ບັນຫາ ສັດຕູພືດທໍາລາຍພື້ນທີ່ການຜະ ລິດຂອງປະຊາຊົນ, ການລະບາດ ຂອງໄຂ້ຍຸງລາຍ ແລະ ອື່ນໆ. ຊຶ່ງ ທັງໝົດເຫດການເລົ່ານີ້ໄດ້ສົ່ງຜົນ ກະທົບໂດຍກົງຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງ ປະຊາຊົນ, ສ້າງ ຄວາມເສຍຫາຍຕໍ່ພື້ນຖານໂຄງ ລ່າງເສດຖະກິດຂອງປະເທດ ເປັນຕົ້ນ- ເຫດການໄພນ້ໍາຖ້ວມທີ່ກໍາລັງເກີດຂຶ້ນຢູ່ແຂວງສະຫວັນ ນະເຂດ ຢູ່ 8 ເມືອງຄື: ເມືອງພີນ, ເຊໂປນ, ນອງ, ທ່າປາງທອງ, ສອງຄອນ, ຈໍາພອນ, ຊົນບູລີ ແລະ ເມືອງວິລະບູລີ, ສົ່ງຜົນກະ ທົບໂດຍກົງຕໍ່ປະຊາຊົນ ຢູ່ 90 ບ້ານ, 2.874 ຄອບຄົວ, 15.764 ຄົນ (ຍິງ 4.333 ຄົນ), ມີການ ຍົກຍ້າຍປະຊາຊົນ ຈໍານວນ 21 ບ້ານ, 2.070 ຄອບຄົວ, 8.991 ຄົນ, ຍິງ 4.333 ຄົນ (ປັດຈຸບັນ ປະຊາຊົນໄດ້ກັບເຮືອນຊານ ຂອງຕົນໝົດແລ້ວ), ເຮືອນເສຍ ຫາຍບາງສ່ວນ ຈໍານວນ 35 ຫຼັງ, ສ້າງຄວາມເສຍຫາຍຕໍ່ພື້ນທີ່ການ ຜະລິດຂອງປະຊາຊົນ, ສັດລ້ຽງ, ຊົນລະປະທານ, ເສັ້ນທາງ, ຂົວ, ໂຮງຮຽນ, ສຸກສາລາ, ແຫຼ່ງນໍ້າ ກິນ-ນໍ້າໃຊ້ ອື່ນໆ. ມາຮອດປັດຈຸ ບັນລະດັບນຳ້ໄດ້ມີການເພີ່ມຂຶ້ນ ແລະ ອາດເຮັດໃຫ້ເກີດມີນ້ໍາຖ້ວມ ອີກ. ໃນກອງປະຊຸມໄດ້ຮັບຟັງການ ລາຍງານສະພາບໄພພິບັດ ທີ່ເກີດ ຂຶ້ນ ໂດຍລວມຢູ່ບັນດາແຂວງ ໃນທົ່ວປະເທດ ໂດຍສະເພາະ ແມ່ນບັນຫາໄພນ້ໍາຖ້ວມທີ່ກໍາລັງ ເກີດຂຶ້ນຢູ່ແຂວງສະຫວັນນະເຂດ, ຮັບຟັງການລາຍງານສະພາບການແຈ້ງຂ່າວເຕືອນໄພ ແລະ ການປ່ອຍນ້ໍາຢູ່ບັນດາເຂື່ອນ, ຮັບຟັງການລາຍງານຄວາມ ຄືບໜ້າການແກ້ໄຂຟື້ນຟູຫຼັງໄພພິ ບັດຢູ່ເມືອງສະໜາມໄຊ ແຂວງອັດ ຕະປື. ຈາກນັ້ນ, ຜູ້ເຂົ້າຮ່ວມຍັງ ໄດ້ປະກອບຄໍາຄິດຄໍາເຫັນເພື່ອ ພ້ອມກັນແກ້ໄຂຕໍ່ກັບສະພາບການ ດັ່ງກ່າວໃຫ້ທ່ວງທັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ