ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທົບທວນການຈັດຕັ້ງປະຕິບັດໂຕ້ຕອບພະຍາດ ໂຄວິດ - 19
ເວລາອອກຂ່າວ: 2020-10-22 10:19:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ຂປລ ໃນວັນທີ 21 ຕຸລາ 2020 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດໂຕ້ຕອບ ພະຍາດ ໂຄວິດ-19 ຂັ້ນສູນກາງ ໃນ ສປປ ລາວ ເພື່ອກະກຽມ ຄວາມພ້ອມ ໃນການຮັບມືກັບ ການລະບາດທີ່ອາດຈະເກີດຂຶ້ນ ໂດຍສະເພາະເອົາໃຈໃສ່ຜູ້ທີ່ເດີນ ທາງຈາກປະເທດທີ່ມີການລະ ບາດເຂົ້າມາປະເທດເຮົາ. ກອງປະຊຸມດຳເນີນພາຍໃຕ້ ການເປັນປະທານຮ່ວມ ຂອງ ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອິລິກ ເຊັດ ເຕີ ຜູ້ຕາງໜ້າອົງການສາກົນ ບໍ ລິການປະຊາຊົນປະຈຳພາກພື້ນ ແລະ ດຣ ມາກ ແອນດີວ ຈາ ຄອບ ຜູ້ຕາງໜ້າອົງການອະນາໄມ ໂລກປະຈຳ ສປປ ລາວ, ໂດຍມີ ຜູ້ຕາງໜ້າຈາກກະຊວງ, ສະຖານ ເອກອັກຄະລັດຖະທູດ, ອົງການ ຈັດຕັ້ງສາກົນ ແລະ ຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງກອງປະຊຸມຄັ້ງນີ້, ແມ່ນເພື່ອທົບທວນຄືນການຈັດ ຕັ້ງປະຕິບັດໄລຍະຂ້າມຜ່ານ ໃນ ການໂຕ້ຕອບ, ເພື່ອເປັນການ ຮຽນຮູ້ ແລະ ແລກປ່ຽນປະສົບ ການ ເຊິ່ງກັນ ແລະ ກັນ ແລະ ເພື່ອກຳນົດຈຸດດີ, ຂໍ້ຄົງຄ້າງ ເພື່ອນຳໄປຜັນຂະຫຍາຍເປັນ ແຜນຮອງຮັບຕໍ່ການໂຕ້ຕອບຕໍ່ ການລະບາດຂອງພະຍາດ ໂຄ ວິດ-19 ໃນຕໍ່ໜ້າຢູ່ໃນ ສປປ ລາວ. ພາຍຫຼັງການຄົ້ນຄວ້າ, ປຶກສາ ຫາລື ແລະ ແລກປ່ຽນບົດຮຽນ ຕະຫຼອດໄລຍະ 2 ວັນ, ຈະໄດ້ມີ ບົດລາຍງານຜົນການຈັດຕັ້ງ ປະຕິບັດການທົບທວນຄືນການ ໂຕ້ຕອບຕໍ່ການລະບາດຂອງ ພະຍາດດັ່ງກ່າວໃຫ້ທຸກພາກ ສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ທັນ ກັບສະພາບການກັນ ແລະ ຄວບ ຄຸມການລະບາດຂອງພະຍາດ ໂຄ ວິດ-19. ບົດລາຍງານດັ່ງກ່າວ, ຈະປະກອບດ້ວຍຂໍ້ສະເໜີແນະ ທີ່ຖືກຕ້ອງ ພ້ອມທັງກຳນົດພາ ລະບົດບາດຂອງແຕ່ລະໜ່ວຍ ງານທີ່ກ່ຽວຂ້ອງ ໃນການຈັດ ຕັ້ງປະຕິບັດອອກມາຢ່າງຈະ ແຈ້ງ. ພ້ອມກັນນັ້ນ, ກໍຈະມີຂໍ້ ແນະນຳເພື່ອນຳໄປຜັນຂະຫຍາຍ ເປັນແຜນງານແຫ່ງຊາດ ໃນ ການກະກຽມຄວາມພ້ອມ ເພື່ອ ປ້ອງກັນ ແລະ ໂຕ້ຕອບຕໍ່ການ ລະບາດຂອງພະຍາດດັ່ງກ່າວ. ຂະນະດຽວກັນ, ບັນດາກິດຈະ ກຳທີ່ຖືກຳນົດອອກມາຈະຖືເປັນ ກິດຈະກໍາບູລິມະສິດຂອງແຕ່ລະ ໜ່ວຍງານທີ່ກ່ຽວຂ້ອງ ແລະ ຈະຖືກນຳເຂົ້າໄປບັນຈຸຢູ່ໃນແຜນ ງານແຫ່ງຊາດໃນການກັນ ແລະ ຄວບຄຸມພະຍາດຕິດຕໍ່, ເຊິ່ງ ແຜນງານດັ່ງກ່າວຄາດວ່າຈະ ຖືກປັບປຸງໃໝ່ໃນເດືອນທັນວາ 2020 ນີ້. ໂອກາດນີ້, ທ່ານ ດຣ ພູທອນ ເມືອງປາກ ໂດຍຕາງໜ້າໃຫ້ລັດ ຖະບານສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງທຸກພາກ ສ່ວນ, ອົງການ, ສຳນັກງານລວມ ທັງບັນດາຄູ່ຮ່ວມພັດທະນາທີ່ ຮ່ວມແຮງຮ່ວມໃຈກັນສຸມທຸກ ກຳລັງແຮງ ແລະ ສະຕິປັນຍາ ລວມທັງການປະກອບສ່ວນທຶນ ແລະ ອຸປະກອນຕ່າງໆເຂົ້າໃນ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄ ວິດ-19 ໃນ ສປປ ລາວ ຕະຫຼອດ ໄລຍະຜ່ານມາ. ກອງປະຊຸມໃນຄັ້ງນີ້, ເປັນ ກອງປະຊຸມຂອງນັກຮົບແຖວ ໜ້າທີ່ປະຕິບັດໜ້າທີ່ໃນການປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດພະຍາດ ເພື່ອປົກປ້ອງ ປະເທດເຮົາໃຫ້ປອດໄພຈາກ ການລະບາດພະຍາດ ໂຄວິດ-19. ສະນັ້ນ, ຈຶ່ງໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນຕ້ອງໄດ້ເພີ່ມທະວີ ເອົາໃຈໃສ່ ແລະ ເຮັດວຽກຮ່ວມ ກັນໃນຫຼາຍພາກສ່ວນ ເພື່ອຈະ ແລກປ່ຽນຖອດຖອນບົດຮຽນ ຮ່ວມກັນ ເນື່ອງຈາກວ່າພະຍາດ ໂຄວິດ-19 ນີ້ ບໍ່ແມ່ນກະທົບ ແຕ່ສະເພາະສຸຂະພາບຂອງຄົນ, ແຕ່ຍັງມີຜົນກະທົບໃນທຸກຂະ ແໜງການຂອງລັດຖະບານ ນັບ ແຕ່ສູນກາງຮອດທ້ອງຖິ່ນ ໂດຍ ສະເພາະຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ພາກສ່ວນໃດ ໜຶ່ງກໍບໍ່ສາມາດປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂການລະບາດ ພະຍາດດັ່ງກ່າວໄດ້ພຽງລຳພັງ, ດ້ວຍເຫດນັ້ນທຸກພາກສ່ວນທີ່ ກ່ຽວຂ້ອງຈະຍັງຄົງສືບຕໍ່ຮ່ວມ ແຮງຮ່ວມໃຈກັນໃນການເອົາໃຈ ໃສ່ປ້ອງກັນ, ຄວບຄຸມ ແລະ ແກ້ ໄຂການລະບາດ. ນອກຈາກນັ້ນ, ຍັງສະແດງ ຄວາມເຊື່ອໝັ້ນວ່າ ບົນພື້ນຖານ ການເອົາໃຈໃສ່ຂອງບັນດາທ່ານ ທີ່ມາຮ່ວມກອງປະຊຸມໃນຄັ້ງນີ້ ຈະມີການສົນທະນາ, ແລກປ່ຽນ ບົດຮຽນ ແລະ ປະກອບຄໍາຄິດ ຄໍາເຫັນເພື່ອຈະເປັນຂໍ້ບົ່ງຊີ້ໃຫ້ ເຮົາຮູ້ໄດ້ວ່າມີມາດຕະການໃດແດ່ ທີ່ພວກເຮົາຈັດຕັ້ງປະຕິບັດໄດ້ດີ ແລະ ຍັງມີບັນຫາໃດທີ່ຄວນຈະ ມີການປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ໄດ້ມີການຈັດຕັ້ງປະຕິ ບັດວຽກງານຢ່າງມີຄວາມຮັບ ຜິດຊອບສູງ ໃນການກະກຽມຮັບ ມືໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດ ໂຄວິດ-19 ທີ່ອາດຈະ ເກີດຂຶ້ນໃນຮອບໃໝ່. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 20 ຕຸລາ ຜ່ານມາໄດ້ເກັບ ຕົວຢ່າງມາກວດວິເຄາະທັງໝົດ 303 ຄົນ, ໃນນັ້ນມີແຮງງານ ລາວມາແຕ່ໄທ 117 ຕົວຢ່າງ, ແຮງງານຈີນ 13 ຕົວຢ່າງ, ແຮງ ງານຫວຽດນາມ 55 ຕົວຢ່າງ, ແຮງງານໄທ 18 ຕົວຢ່າງ, ແລະ ບຸກຄົນທົ່ວໄປບໍ່ມີອາການ 100 ຕົວຢ່າງ, ຜົນການວິເຄາະແມ່ນ ພົບຜູ້ຕິດເຊື້ອຈຳນວນ 1 ຕົວຢ່າງ ເປັນເພດຊາຍ, ອາຍຸ 23 ປີ, ສັນ ຊາດລາວ ອາໄສ ຢູ່ເມືອງ ຈັນທະບູລີ, ນະຄອນຫຼວງວຽງ ຈັນ ອາຊີບນັກສຶກສາລາວ ຮຽນ ຢູ່ຣັດເຊຍ ຜູ້ກ່ຽວຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດ ໄວ້ ແລະ ຢູ່ໃນຫ້ອງຄົນດຽວໂດຍ ອີງຕາມການບອກເລົ່າຂອງ ຜູ້ ກ່ຽວ: ວັນທີ 2-3 ກັນຍາ 2020 ຜູ້ກ່ຽວມີອາການໄຂ້, ໄອ, ເມື່ອຍ ແລະ ດັງບໍ່ໄດ້ກິ່ນ, ຜູ້ກ່ຽວໄດ້ ຈຳກັດບໍລິເວນຕົນເອງຢູ່ຫ້ອງ ໃນຫໍພັກ ແລະ ບໍ່ໄດ້ໄປພົບແພດ. ປະມານ 1 ອາທິດ ຜູ້ກ່ຽວມີອາ ການ ດີຂຶ້ນແຕ່ຍັງສືບຕໍ່ມີອາການດັງ ບໍ່ໄດ້ກິ່ນ, ຮອດວັນທີ 6 ຕຸລາ 2020 ຜູ້ກ່ຽວມີຈຸດປະສົງຢາກເດີນທາງ ກັບ ສປປ ລາວ, ຈຶ່ງໄດ້ເດີນທາງ ໄປກວດຢູ່ໂຮງໝໍ, ຕໍ່ມາວັນທີ 9 ຕຸລາ ຜົນກວດພົບເຊື້ອພະຍາດ COVID-19, ຈຶ່ງໄດ້ເດີນທາງໄປ ຈຳກັດບໍລິເວນຕົນເອງຢູ່ສູນ, ທາງໂຮງຮຽນຈຶ່ງໄດ້ແຈ້ງສະ ຖານທູດລາວປະຈໍາຣັດເຊຍ, ຮອດ ວັນທີ 12 ຕຸລາ ຜົນ ກວດພົບບໍ່ພົບເຊື້ອພະຍາດ COVID-19, ຜູ້ກ່ຽວຈຶ່ງໄດ້ເດີນ ທາງກັບມາຫໍພັກເພື່ອກຽມໂຕຂຶ້ນ ຍົນບິນກັບ ສປປ ລາວ.ໃນ ວັນທີ 14 ຕຸລາ ໄດ້ເດີນ ທາງອອກ ຈາກຫໍພັກໄປເມືອງ ມົດສະກູ, ສ ຣັດເຊຍ.ວັນທີ 15 ຕຸລາ ໄດ້ ເດີນທາງອອກຈາກເມືອງມົດ ສະກູ, ສ ຣັດເຊຍ ມາຫາ ປາຣີ, ປະເທດຝຣັ່ງ. ວັນທີ 16 ຕຸລາ ໄດ້ເດີນທາງອອກຈາກ ປາຮີ ປະເທດຝຣັ່ງ ມາຮອດ ເມືອງອິນຊອນ ສ ເກົາຫຼີ ໃນວັນ ທີ 17 ຕຸລາ ໄດ້ເດີນທາງອອກ ຈາກ ອິນຊອນ ສ ເກົາຫຼີ ມາສະ ໜາມບິນວັດໄຕ, ວັນທີ 18 ຕຸລາ ໄດ້ເດີນທາງມາຮອດ ສປປ ລາວ ແລະ ໄດ້ຖືກເກັບຕົວຢ່າງ ເພື່ອ ກວດຫາເຊື້ອພະຍາດໂຄວິດ-19 ວັນທີ 20 ຕຸລາ 2020 ຜົນກວດ ແມ່ນພົບເຊື້ອພະຍາດCOVID- 19 ເຊິ່ງມີຜູ້ໂດຍສານທີ່ເດີນ ທາງຮ່ວມກັບຜູ້ກ່ຽວມີທັງໜົດ 122 ທ່ານ, ລວມທັງຜູ້ກ່ຽວນຳ ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ແລະ ຜົນກວດບໍ່ພົບເຊື້ອ, ຍົກ ເວັ້ນຜົນກວດຂອງຜູ້ກ່ຽວແມ່ນ ກວດພົບເຊື້ອ COVID-19. ສຳ ລັບຜູ້ສຳຜັດໃກ້ຊິດກັບຜູ້ກ່ຽວ ມີທັງໝົດ 27 ຄົນ (ໃນນັ້ນ ມີ 14 ຄົນ ນັ່ງຕັ່ງນ້ຳເບີໃກ້ກັບຜູ້ກ່ຽວ ໃນໄລຍະຢູ່ໃນຍົນ ແລະ ອີກ 13 ຄົນ ແມ່ນຂີ່ລົດເມຄັນດຽວກັນ ເພື່ອເດີນທາງໄປຍັງສະຖານທີ່ຈຳ ກັດບໍລິເວນທີ່ຖືກກຳນົດໄວ້). ຜູ້ ສຳຜັດໃກ້ຊິດທັງໝົດແມ່ນໄດ້ຖືກ ເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບ ເຊື້ອ ແລະ ໄດ້ຖືກຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຄະນະສະເພາະກິດ ກຳນົດໄວ້ຈົນຄົບກຳນົດ 14 ວັນ. ສັງລວມການກວດວິເຄາະແຕ່ ເດືອນມັງກອນ ຮອດວັນທີ 20 ຕຸລາ 2020 ໄດ້ເກັບຕົວຢ່າງມາ ກວດທັງໝົດ 61,699 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ