ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 5 ເປີດຊຸດອົບຮົມກໍ່ສ້າງນາຍສິບຊຸດທີ V
ເວລາອອກຂ່າວ: 2020-10-22 10:16:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໂດຍປະຕິບັດຕາມທິດຊີ້ນຳ ຂອງກະຊວງປ້ອງກັນປະເທດ ກໍ ຄືກົມອົບຮົມກົມໃຫຍ່ເສນາທິການ ກອງທັບ ວ່າດ້ວຍການເປີດຊຸດ ອົບຮົມກໍ່ສ້າງກຳລັງໃຫ້ເຕີບໃຫຍ່ ເຂັ້ມແຂງ ໜັກແໜ້ນ ທາງດ້ານປະ ລິມານ ແລະ ຄຸນນະພາບ, ພ້ອມກັນ ເຮັດສຳເລັດໜ້າທີ່ການເມືອງທີ່ ຂັ້ນເທິງມອບໝາຍໃຫ້ ໃນວັນ ທີ 20 ຕຸລາ 2020 ນີ້ຢູ່ທີ່ສູນເຝິກ ກອງພົນທີ 5 ໄດ້ ເປີດຊຸດອົບຮົມ ກໍ່ສ້າງນາຍສີບຊຸດທີ V ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ວັນທອງ ບຸດຕະວົງ ຮອງເລຂາຄະນະພັກ ຫົວໜ້າການ ທະຫານກອງພົນທີ 5 ມີຄະນະ ພັກ-ຄະນະບັນຊາອົງການ 5 ຫ້ອງ ຄະນະອຳນວຍການສູນເຝິກພ້ອມ ດ້ວຍຄູ-ອາຈານພະນັກງານ-ນັກ ຮົບເຂົ້າຮ່ວມ. ສະຫາຍ ພັນໂທ ຄຳພັດ ແສນ ຜາສົມພູ ຮອງຫົວໜ້າການທະ ຫານສູນເຝິກດັ່ງກ່າວໄດ້ຂຶ້ນຜ່ານ ແຜນການກໍ່ສ້າງນາຍສີບຊຸດທີ V ລະບົບ 1 ປີປະຈຳສົກຮຽນ 2020 - 2021 ໂດຍປະຕິບັດຕາມ ການອະນຸມັດຂອງກົມໃຫ່ຍເສນາ ທິການກອງທັບ ວ່າດ້ວຍການເປີດຊຸດອົບຮົມກໍ່ສ້າງນາຍສິບຊຸດ ທີ V ລະບົບ 1 ປີ ຢູ່ກອງພົນທີ 5 ເພື່ອເປັນການຍົກສູງລະດັບການ ບັນຊາ-ນຳພາ ຂອງພະນັກງານ ໝູ່ຂັ້ນ, ຂັ້ນໜວດໃຫ້ມີຄຸນະພາບ ສູງສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການ ຂອງ ໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານທັງເປັນການກໍ່ ສ້າງພະນັກງານຮຸ່ນສືບທອດ ປ່ຽນແທນຕາມລະບຽບຫຼັກການ ຂອງກອງທັບວາງອອກ ໃຫ້ມີ ປະສິດຕິພາບສູງ. ໃນນີ້ເນື້ອໃນທີ່ ຈະອົບຮົມມີ 3 ໜວດຄວາມຮູ້ ຄື: ໜວດຄວາມຮູ້ທົ່ວໄປ, ໜວດ ຄວາມຮູ້ພື້ນຖານວິຊາສະເພາະ, ໜວດວິຊາສະເພາະ ໃນນີ້ໜວດ ຄວາມຮູ້ທົ່ວໄປປະກອບມີ ວິຊາ ພາສາອັງກິດ, ຄອມພີວເຕີ, ໜວດ ຄວາມຮູ້ພື້ນຖານວິຊາສະເພາະ ມີວິຊາລະບຽບງົດງາມ, ວິຊາກີ ລາກາຍຍະກຳ, ວິຊາການເມືອງ, ວິຊາເສນາ, ວິຊາເຫຼົ່າລົບຮັບປະ ກັນ, ໜວດວິຊາສະເພາະມີວິຊາ ສີນລະປະຍຸດທະຫານຮາບ, ສີນ ລະປະຍຸດແບກຫາບ ແລະ ວິຊາ ຍຸດທະວິທີກຳນົດເວລາ 365 ວັນ ໃນນີ້ໜວດຄວາມຮູ້ພື້ນຖານ ວິຊາສະເພາະ 56 ວັນ, ໜວດ ຄວາມ ຮູ້ວິຊາສະເພາະ121 ວັນ. ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ວັນທອງ ບຸດຕະວົງ ໄດ້ໂອ້ລົມເຊິ່ງກ່ອນອື່ນສະຫາຍ ໄດ້ຍົກໃຫ້ເຫັນສະພາບການຂອງ ໂລກ ແລະ ພາກພື້ນທີ່ມີການຜັນ ແປໄປຢ່າງສັບສົນ. ຈາກນັ້ນຍັງ ໄດ້ຊີ້ໃຫ້ເຫັນຈຸດປະສົງຂອງການ ເປີດຊຸດອົບຮົມຄັ້ງນີ້ເຊິ່ງມີຄວາມ ສຳຄັນເປັນຢ່າງຍິ່ງເພາະມັນເປັນ ການຍົກລະດັບຄວາມຮູ້, ຄວາມ ສາມາດໃນການນຳພາ-ບັນຊາ ຂອງພະນັກງານຂັ້ນໝູ່, ຂັ້ນໜວດ ແລະ ທັງເປັນການສ້າງຄວາມຊຳນິຊຳນານທາງດ້ານສິລະປະຍຸດ-ຍຸດທະວິທີຂັ້ນພື້ນຖານຂອງທະ ຫານຮາບ ແລະ ການຈັດຕັ້ງປະ ຕິບັດບັນດາຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ. ພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ ພະນັກງານ, ຄູ-ອາຈານຕ້ອງໄດ້ ເອົາໃຈໃສ່ປັບປຸງແບບແຜນໃນ ການສິດສອນໃຫ້ຖືກຕ້ອງຕາມ ຫຼັກສູດມີຫົວຄິດປະດິດສ້າງໃນ ການສົ່ງຄວາມຮູ້ໃຫ້ນັກຮຽນ ແລະ ພະນັກງານ-ນັກຮົບທີ່ເຂົ້າມາອົບ ຮົມໃນຄັ້ງນີ້ຕ້ອງສຸມສະຕິປັນຍາ ເຫື່ອແຮງເຂົ້າໃນການເຝິກຝົນຫຼໍ່ ຫຼອມຕົນເອງທາງດ້ານຄຸນສົມ ບັດສີນທຳປະຕິວັດ ແລະ ລະບຽບ ວິໃນຢ່າງເຂັ້ມງວດ ພ້ອມດຽວກັນ ນັ້ນກໍຕ້ອງເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງ ຍາກ ເພື່ອເຮັດໃຫ້ການເຝິກອົບ ຮົມຄັ້ງນີ້ສຳເລັດໄປດ້ວຍດີ . ໂດຍ:ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ