ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ເຕັກນິກກອງທັບເອົາໃຈໃສ່ໃນການປັບປຸງກໍ່ສ້າງພັກປອດໃສ ເຂັ້ມແຂງໜັກແໜ້ນ
ເວລາອອກຂ່າວ: 2020-10-22 10:14:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ສະຫາຍ ພົນຈັດຕະວາ ຄໍາ ພາ ສີພອນໄຊ ກໍາມະການຄະນະ ພັກກະຊວງ ຮອງຫົວໜ້າກົມໃຫຍ່ ເຕັກນິກກອງທັບ, ໃຫ້ສໍາພາດຕໍ່ ນັກຂ່າວໜັງສືພິມກອງທັບ ເນື່ອງ ໃນໂອກາດຫ້າງຫາກະກຽມເພື່ອ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງປ້ອງ ກັນປະເທດທີ່ຈະໄຂຂຶ້ນໃນມໍ່ໆນີ້ວ່າ: ພາຍໃຕ້ການນໍາພາຂອງຄະ ນະພັກກະຊວງປ້ອງກັນປະເທດ, ຂົງເຂດວຽກງານຮັບປະກັນເປັນ ເຈົ້າເຕັກນິກຂັ້ນອົງການກົມໃຫຍ່, ຫ້ອງວ່າການກະຊວງ ທັງກໍາລັງ ຫຼວງ-ກໍາລັງທ້ອງຖິ່ນ, ຕະຫຼອດ ໄລຍະຜ່ານມາເຫັນວ່າ: ຄະນະນໍາ ກົມໃຫຍ່ເຕັກນິກກອງທັບໄດ້ເປັນເຈົ້າການເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສືກສາອົບຮົມການ ເມືອງ-ນຳພາແນວຄິດເປັນກົກ, ຖື ເອົາການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ຍູ້ແຮງການສ້າງກອງວັດທະນະ ທໍາ-ນັກຮົບວັດທະນາທໍາ ໃນນີ້ທົ່ວ ອົງຄະນະພັກກົມໃຫຍ່ເຕັກນິກ ກອງທັບມີ 8 ຄະນະພັກຮາກຖານ, 28 ໜ່ວຍພັກ ແລະ 22 ໜ່ວຍພັກ ເອກະລາດ, ມາຮອດປີ 2020 ມີ 13 ຄະນະພັກຮາກຖານເພີ່ມຂຶ້ນ 5 ຄະນະ, ມີ 44 ໜ່ວຍພັກ ແລະ 18 ໜ່ວຍພັກເອກະລາດຜ່ານ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ໄດ້ຮັບ ຮອງຈາກຄະນະປະຈຳພັກຂັ້ນ ເທິງ ມີ 56 ໜ່ວຍພັກກວມເອົາ 90,32% ທຽບໃສປີ 2017 ເພີ່ມ ຂຶ້ນ 61,09%, ໄປຄຽງຄູ່ກັບວຽກ ງານດັ່ງກ່າວຄະນະພັກ-ຄະນະ ບັນຊາຍັງໄດ້ເອົາໃຈໃສ່ຊີ້ນຳວຽກ ງານວິຊາສະເພາະ ເພື່ອຮັບປະກັນ ວຽກງານເຕັກນິກໃຫ້ແກ່ກອງທັບເປັນຢ່າງດີ. ໜຶ່ງໃນບັນດາໜ້າ ວຽກທີ່ຮີບດ່ວນຂອງຂະແໜງ ການເຕັກນິກແມ່ນວຽກງານປັບ ປຸງການຈັດຕັ້ງ, ຈັດວາງກໍາລັງ ເຕັກນິກຂັ້ນກົມ, ຫ້ອງການ, ພະ ແນກໃຫ້ພຽງພໍກັບໜ້າທີ່ວິຊາສະ ເພາະສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ໃນ ການເປັນເສນາທິການຮັບປະກັນ ເຕັກນິກໃຫ້ແກ່ກອງທັບ. ສິ່ງທີ່ ເປັນຄວາມພາກພູມໃຈຢ່າງຍິ່ງ ແມ່ນຂອບເຂດເຕັກນິກສາງຄັງ ຂອງບັນດາກົມກອງໄດ້ຮັບການ ປັບປຸງຫຼາຍກົມກອງທັງກໍາລັງ ຫຼວງ-ກໍາລັງທ້ອງຖິ່ນມີສາງຖາ ວອນກໍ່ສ້າງຖືກຕາມຂໍ້ກໍານົດເຕັກ ນິກມີເຂດສ້ອມແປງປະສົມ ເຊິ່ງ ປະກອບດ້ວຍກໍາລັງເຕັກນິກທີ່ ສາມາດເຮັດໜ້າທີ່ບົວລະບັດ ສ້ອມແປງພາຫະນະອາວຸດຍຸດ ໂທປະກອນນໍາໃຊ້ໄດ້ດີ, ມີບາງ ບ່ອນຍັງສາມາດດັດແປງປະ ກອບພາຫະນະເຄື່ອງມືເຄື່ອງຮັບ ໃຊ້ອັນໃໝ່ໃຫ້ແກ່ກົມກອງຂອງ ຕົນ, ພ້ອມນັ້ນບັນດາກົມກອງ ເຫຼົ່າຮົບໄດ້ມີການປະສານສົມ ທົບກັນເປັນຢ່າງດີກັບອົງການ ກົມໃຫຍ່ເຕັກນິກກອງທັບ ເຮັດ ໜ້າທີ່ຄຸ້ມຄອງຮັກສາບົວລະບັດ ຜັດເຊັດ, ພາຍຫຼັງກັບຈາກບັ້ນອົບ ຮົມ-ຫັດແອບໄດ້ເກັບຮັກສາໄວ້ ໃນສະຖານທີ່ເໝາະສົມ ແລະ ເວ ລາຫັດແອບ ໄດ້ຍົກສູງຄວາມຮັບ ຜິດຊອບບໍ່ປະໝາດຕໍ່ກັບເຄື່ອງ ຈັກໃໝ່, ອາວຸດກະສຸນ-ພະຫານະ ເຕັກທັນສະໄໝກໍບໍ່ໄດ້ລົດລະສຶກ ສາຄົ້ນຄວ້ານໍາປຶ້ມຄູ່ມືເພື່ອຮັບ ປະກັນດ້ານວຽກງານອົບຮົມ-ຫັດແອບໃຫ້ມີຄຸນນະພາບ ແລະ ມີ ຄວາມປອດໄພ ຈາກຄວາມເອົາ ໃຈໃສ່ດັ່ງກ່າວຈິ່ງເຮັດໃຫ້ພາຫະ ນະເຕັກນິກ-ອາວຸດຍຸດໂທປະ ກອນບໍ່ຊໍາລຸດເປ່ເພໂດຍບໍ່ສົມ ເຫດສົມຜົນຈະສຸດໂຊມເປ່ເພ ກໍພຽງແຕ່ຍ້ອນການເວລາຂອງ ການນໍາໃຊ້ເປັນຈຸດໜັກ. ນອກຈາກນັ້ນຍັງໄດ້ລົງຊຸກຍູ້ ແລກປ່ຽນຖອດຖອນບົດຮຽນ ການປະຕິບັດວຽກງານເຕັກນິກ ນໍາບັນດາກົມກອງຮາກຖານ ເຫັນໄດ້ວ່າ: ຄະນະພັກ-ຄະນະ ບັນຊາແຕ່ລະກົມກອງໄດ້ ເອົາໃຈ ໃສ່ຊີ້ນໍາບັນຊາອົງການເຕັກນິກ ຂອງຕົນດ້ວຍຄວາມຮັບຜິດຊອບ ສູງບວກກັບສະຕິຄວາມຮັບຜິດ ຊອບຂອງພະນັກງານ-ນັກຮົບ ໃນຂະແໜງການຍ້ອນແນວນັ້ນຈິ່ງເຮັດໃຫ້ວຽກງານຮັບປະກັນ ເຕັກນິກຢູ່ຫຼາຍກົມກອງດໍາເນີນ ໄປ ຕາມຈັງຫວະທີ່ສອດຄ່ອງ ແລະ ມີຄວາມຮັບປະກັນດີດັ່ງຄໍາຂັວນ ທີ່ວ່າ: ເຖິງຈະເກົ່າກໍຕ້ອງບົວລະບັດຮັກສາໃຫ້ສະອາດ, ເຖິງຈະ ຂາດຈະຫ້ຽນ, ກໍໃຫ້ບໍາລຸງຮັກ ສາປົວແປງຄົງໄວ້ຊົງຮູບເດີມ, ເຖິງຈະແມ່ນເຄື່ອງຜະລິດແຕ່ດົນ ນານຜ່ານມາໃຊ້ງານມາຫຼາຍ ສະມໍລະພູມກໍາຕາມກໍໃຫ້ຮັກສາ ໄດ້ສະມັດຕະພາບ ເພື່ອຄົງໄວ້ ແສນຍານຸພາບຂອງອາວຸດຍຸດໂທ ປະກອນພາຫະນະເຕັກນິກຂອງຜູ້ຜະລິດກຳນົດ. ສະຫາຍ ພົນຈັດຕະວາ ສີພອນ ໄຊ ຍັງໃຫ້ຮູ້ຕື່ມອີກວ່າ: ພາຫະ ນະອາວຸດຍຸດໂທປະກອນ ແລະ ອຸປະກອນເຕັກນິກການທະຫານ ແມ່ນເຄື່ອງມືສູ້ຮົບ ທີ່ສໍາຄັນທັງ ແມ່ນຊັບສົມບັດອັນລໍ້າຄ່າຂອງ ຊາດທີ່ປະກອບໃຫ້ແກ່ກອງທັບ ເພື່ອປະກອບເປັນກໍາລັງແຮງນໍາ ໃຊ້ເຂົ້າໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ຍົກສູງປະສິດ ທິພາບໃນການເຮັດໜ້າທີ່ການ ເມືອງ, ນອກຈາກພະນັກງານ-ນັກ ຮົບຈະມີນໍ້າໃຈເດັດດ່ຽວໜຽວ ແໜ້ນອາດຫານທົນທານມີຄວາມ ຮູ້, ຄວາມສາມາດດ້ານວິຊາສະ ເພາະທີ່ແນ່ນອນແລ້ວຈໍາເປັນ ຕ້ອງມີພາຫະນະອາວຸດຍຸດໂທປະ ກອນທີ່ດີ ແລະ ທັນສະໄໝເປັນ ເຄື່ອງປະກອບສ້າງນຳຍ້ອນ ແນວນັ້ນ, ໃນໄລຍະຜ່ານມາ ກໍ ຄືປັດຈຸບັນພັກ-ລັດຖະບານ ກໍຄື ຄະນະນໍາກະຊວງປ້ອງກັນປະ ເທດ ແລະ ຄະນະນໍາກົມໃຫຍ່ເຕັກ ນິກກອງທັບໄດ້ເອົາໃຈໃສ່ຊີ້ນໍາ ພ້ອມທັງສະໜອງທຶນຮອນອັນ ມະຫາສານຊື້ອາວຸດຍຸດໂທປະ ກອນທີ່ທັນສະໄໝສະໜອງໃຫ້ແຕ່ ລະກົມກອງຢ່າງເປັນລະບົບຄົບ ຊຸດຕາມທິດສ້າງກອງທັບ ປະຕິ ວັດທີ່ມີລະບຽບແບບແຜນ ແລະ ທັນສະໄໝ. ໂດຍ ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ