ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປິດຊຸດອົບຮົມວຽກງານເສນາ - ບັນຊາໃຫ້ຜູ້ບັນຊາກອງຮ້ອຍທະຫານຊາຍແດນເຂດພາກກາງ ແລະ ພາກໃຕ້ ປະຈຳປີ 2020
ເວລາອອກຂ່າວ: 2020-10-21 08:28:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ກົມທະຫານຊາຍແດນ ກົມ ໃຫຍ່ເສນາທິການກອງທັບ ໄດ້ ຈັດພິທີປິດຊຸດອົບຮົມ-ຫັດແອບ ວຽກງານເສນາ-ບັນຊາ ໃຫ້ແກ່ ພະນັກງານບັນຊາ ກອງຮ້ອຍ ທະຫານຊາຍແດນໃນເຂດພາກ ກາງ ແລະ ພາກໃຕ້ ປະຈຳປີ 2020 ຢູ່ທີ່ກອງບັນຊາການທະຫານ ເມືອງເຊບັ້ງໄຟ ແຂວງຄຳມ່ວນ, ໃນວັນທີ 17 ຕຸລາ ນີ້, ໂດຍການ ເປັນປະທານຮ່ວມຂອງສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ຄຳພາ ຕາງຊາ ຢຸດ ຫົວໜ້າການທະຫານ ກອງ ບັນຊາການທະຫານແຂວງຄຳ ມ່ວນ, ສະຫາຍ ທອງໄຊ ມັງໜໍ ເມກ ເລຂາພັກເມືອງ ເຈົ້າເມືອງໆ ເຊບັ້ງໄຟ, ມີຄະນະພັກ- ຄະນະບັນ ຊາ, ພະນັກງານ-ຄູອາຈານ ຈາກ ກົມທະຫານຊາຍແດນ, ຕາງໜ້າ ພະແນກທະຫານຊາຍແດນ ແຂວງ, ກອງຮ້ອຍທະຫານຊາຍ ແດນ ຕະຫຼອດຮອດນັກສຳ ມະນາກອນໃນເຂດພາກກາງແລະ ພາກໃຕ້ ເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນໂທ ຄຳ ເຫຼັກ ຫຼວງຊົມພູ ຫົວໜ້າພະແນກ ອົບຮົມກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບ ໄດ້ສະຫຼຸບຜ່ານການຈັດຕັ້ງອົບ ຮົມ-ຫັດແອບມາເປັນເວລາ 6 ວັນ ເຊິ່ງເລີ່ມແຕ່ວັນທີ 12 ຕຸລາ ເປັນຕົ້ນມາ, ໂດຍໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດ ຖອນໄດ້. ການອົບຮົມໃນຄັ້ງນີ້ໄດ້ມີນັກສຳມະນາກອນທີ່ຕາງໜ້າໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໃນເຂດພາກກາງ ແລະ ພາກໃຕ້ ເຂົ້າຮ່ວມທັງໝົດ 59 ສະຫາຍ, ເນື້ອໃນເອກະສານແມ່ນເນັ້ນໃສ່ ວຽກງານເສນາ-ບັນຊາ, ການນຳ ໃຊ້ແຜ່ນທີ່, ບາງບັນຫາກ່ຽວກັບ ວຽກງານສືບຂ່າວຊາຍແດນ, ແຜນການສູ້ຮົບປ້ອງກັນທີ່ຕັ້ງ ກອງຮ້ອຍ ແລະ ເອກະສານແຜນ ການປ້ອງກັນຊາຍແດນປະຈຳປີ, ຜ່ານການອົບຮົມສາມາດຕີລາ ຄາໄດ້ປະເພດເກັ່ງກວມເອົາ 80% ແລະ ມີບຸກຄົນດີເດັ່ນໃນ ບັ້ນເຝິກອົບຮົມ ຈຳນວນ 10 ສະ ຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ສີພັນ ພຸດທະວົງ ກໍໄດ້ໂອ້ລົມ ຫຼາຍບັນຫາທີ່ສຳຄັນ ພ້ອມທັງ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຄະນະຮັບຜິດຊອບ ແລະ ນັກເຝິກອົບຮົມທີ່ໄດ້ພ້ອມກັນຍົກ ສູງຄວາມຮັບຜິດຊອບ ສຸມທຸກ ສະຕິປັນຍາຢ່າງຕັ້ງໜ້າເຮັດໃຫ້ ບັ້ນອົບຮົມ-ຫັດແອບໃນຄັ້ງນີ້ ບັນ ລຸໄດ້ຕາມຄາດໝາຍ ພ້ອມດຽວ ກັນນີ້ຍັງໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາ ແຕ່ລະກົມກອງ ແລະ ນັກສຳມະນາກອນທີ່ເຂົ້າ ຮ່ວມການເຝິກອົບຮົມ, ຈົ່ງນຳເອົາ ບົດຮຽນທີ່ໄດ້ຈາກການເຝິກອົບ ຮົມໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນໜ້າ ທີ່ວຽກງານຂອງຕົນຮັບປະກັນ ໃຫ້ແຕ່ລະທ້ອງຖິ່ນມີຄວາມສະ ຫງົບປອດໄພ. ໂດຍ: ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ