ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ພະລາທິການກອງທັບ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII
ເວລາອອກຂ່າວ: 2020-10-21 08:24:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ໃນວັນທີ 15 ຕຸລາ ນີ້, ທີ່ສະ ໂມສອນກົມໃຫຍ່ພະລາທິການ ກອງທັບ, ໄດ້ຈັດຕັ້ງເຜີຍແຜ່ເຊື່ອມ ຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງ ທົ່ວກອງທັບ ຄັ້ງທີ VIII ຂຶ້ນ, ໂດຍການເຂົ້າຮ່ວມເປັນປະ ທານຂອງສະຫາຍ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້, ກຳມະການຄະນະ ພັກອົງການກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ສະມາຊິກແມ່ຍິງກົມກອງອ້ອມ ຂ້າງກົມໃຫຍ່ພະລາທິການກອງ ທັບ ເຂົ້າຮ່ວມ. ຈຸດປະສົງ ໃນການຈັດຕັ້ງເຜີຍ ແຜ່ເຊື່ອມຊຶມບັນດາເອກະສານ ກ່ຽວກັບມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງ ທົ່ວກອງທັບ ຄັ້ງທີ VIII. ໃນຄັ້ງນີ້, ກໍເພື່ອເຮັດໃຫ້ພະ ນັກງານ-ນັກຮົບ ເວົ້າລວມ, ເວົ້າ ສະເພາະສະມາຊິກສະຫະພັນແມ່ຍິງທົ່ວກົມໃຫຍ່ພະລາທິການ ກອງທັບ, ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈ ແຕ່ລະເນື້ອໃນຂອງ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ ຍິງທົ່ວກອງທັບ ຄັ້ງທີ VIII ທີ່ວາງ ອອກ. ເພື່ອພ້ອມກັນເຊີດຊູຄວາມ ເປັນແບບຢ່າງນຳໜ້າໃນທຸກ ດ້ານ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບ ເຂົ້າຮ່ວມຢ່າງຕັ້ງ ໜ້າໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມ, ຄວາມເປັນເອກະ ພາບໃນການຮັບຮອງເອົາບັນ ດາເນື້ອໃນທີ່ສຳຄັນ, ຮັບຮອງເອົາ ເນື້ອໃນບົດລາຍງານການເມືອງ ຂອງສະຫະພັນແມ່ຍິງທົ່ວກອງ ທັບ, ໂດຍການສະຫຼຸບຕີລາຄາ ຢ່າງພາວະວິໄສຕໍ່ຜົນງານການ ເຄື່ອນໄຫວຂອງຄະນະນຳແມ່ ຍິງ, ສະມາຊິກສະຫະພັນແມ່ຍິງ ໃນການຈັດຕັ້ງຜັນຂະຫຍາຍມະ ຕິຂອງກອງປະຊຸມ, ໃນ 8 ແຜນ ງານ 29 ໂຄງການພັດທະນາ ແມ່ຍິງກອງທັບ, ເຊິ່ງໄດ້ຕິດພັນກັບການປະກອບສ່ວນໃນການ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ພ້ອມ ນີ້, ກໍຍັງໄດ້ໃຫ້ຮູ້ເຖິງເນື້ອໃນບົດ ສະຫຼຸບການຈັດຕັ້ງປະຕິບັດແຜນ ພັດທະນາສະຫະພັນແມ່ຍິງກະ ຊວງປ້ອງກັນປະເທດ ໃນໄລຍະ 5 ປີ(2015-2020) ແລະ ແຜນ ພັດທະນາ ໄລຍະ 5 ປີໃນຕໍ່ໜ້າ (2021-2025) ເຊິ່ງລວມມີ 4 ຄາດໝາຍສູ້ຊົນ ແລະ 4 ທິດທາງ ລວມ ເຊິ່ງເປັນການວາງມາດຕະ ການ ແລະ ວິທີການຈັດຕັ້ງປະຕິ ບັດເພື່ອເຮັດສຳເລັດໜ້າທີ່ວຽກງານໃນຊຸມປີຕໍ່ໜ້າບັນລຸໄດ້ຕາມ ຄາດໝາຍທີ່ວາງໄວ້. ໃນໂອກາດດຽວກັນ, ຍັງໄດ້ ເຜີຍແຜ່ເຊື່ອມຊຶມເນື້ອໃນບົດຄໍາ ເຫັນໂອ້ລົມຂອງທ່ານ ນາງ ອິນ ລາວັນ ແກ້ວບຸນພັນ, ກໍາມະການ ສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ ຍິງລາວ, ບົດຄໍາເຫັນຂອງສະ ຫາຍ ພົນໂທ ປອ ທອງລອຍ ສີລິ ວົງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບຕໍ່ກອງປະ ຊຸມດັ່ງກ່າວ, ທັງນີ້, ກໍເພື່ອເປັນ ເຂັມຊີ້ທິດເຍືອງທາງໃຫ້ແກ່ ເອື້ອຍນ້ອງສະຫະພັນແມ່ຍິງທົ່ວ ກອງທັບ, ເວົ້າລວມ, ເວົ້າສະເພາະ ເອື້ອຍນ້ອງສະຫະພັນແມ່ຍິງທົ່ວ ກົມໃຫຍ່ພະລາທິການກອງທັບ ໄດ້ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ. ໂດຍ: ວົງພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ