ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 4 ເພີ່ມທະວີປັບປຸງກົມກອງເຂັ້ມແຂງໜັກແໜ້ນ
ເວລາອອກຂ່າວ: 2020-10-21 08:22:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ບໍ່ພຽງແຕ່ມີໜ້າທີ່ປົກປັກ ຮັກສາປະເທດຊາດ, ເສີມຂະ ຫຍາຍມູນເຊື້ອ ອົງອາດກ້າຫານ ຂອງກອງທັບວີລະຊົນ ແລະ ສ້າງ ກົມກອງໃຫ້ມີຄວາມເຂັ້ມແຂງ ກຽມພ້ອມສູ້ຮົບເທົ່ານັ້ນ, ກອງພົນ ທີ 4 ຍັງເປັນເຈົ້າການກໍ່ສ້າງພະ ນັກງານ-ນັກຮົບ ແລະ ກໍ່ສ້າງ ກົມກອງເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ ຮັບປະກັນເຮັດສຳເລັດ ໜ້າທີ່ວຽກງານໃນໄລຍະໃໝ່ ຂອງຊາດ, ຂອງກອງທັບ ແລະ ອອກແຮງແຂ່ງຂັນກັນສ້າງຜົນ ງານຢ່າງຈູບຈ້າວຫ້າວຫັນ, ປະຕິ ບັດໜ້າທີ່ວຽກງານຂອງຕົນປະ ກອບສ່ວນ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ສ້າງກົມ ກອງ ແລະ ສ້າງຕົນເອງ, ປະຕິບັດ ໜ້າທີ່ວຽກງານວິຊາສະເພາະ ເຂົ້າຮ່ວມ ໃນການຕອບຕ້ານກັບ ກຸ່ມຄົນບໍ່ຫວັງດີ ແລະ ປະກົດ ການຫຍໍ້ທໍ້ຕ່າງໆ ໃນສັງຄົມຢ່າງ ຮອບດ້ານ. ສະຫາຍ ພັນເອກ ຕາງຕາ ຕາດເວີນຄໍາ ຫົວໜ້າການທະ ຫານ ກອງພົນທີ 4 ໃຫ້ສໍາພາດ ຕໍ່ນັກຂ່າວໜັງສືພິມກອງທັບວ່າ: ກອງພົນທີ 4 ມີມູນເຊື້ອການຕໍ່ ສູ້ພິລາດອາດຫານພາຍໃຕ້ການ ນໍາພາ-ບັນຊາ ແລະ ປັບປຸງກໍ່ສ້າງ ຂອງຄະນະພັກ-ຄະນະບັນຊາແຕ່ ລະຮຸ່ນ ເຮັດໜ້າທີ່ປົກປັກຮັກສາ ອໍານາດອະທິປະໄຕຂອງປະເທດ ຊາດໄວ້ໄດ້ຢ່າງໝັ້ນຄົງ. ຕະຫຼອດ ໄລຍະຜ່ານມາ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ໜ້າທີ່ວຽກງານໃນໄລຍະໃໝ່ ຂອງການປະຕິວັດ ກໍຄື ການປັບ ປຸງກໍ່ສ້າງກອງທັບເຮົາໃຫ້ເຕີບ ໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆນັ້ນ, ກອງພົນທີ 4 ໄດ້ເຕົ້າໂຮມເອົາ ບັນ ດາກົມກອງທີ່ມີມູນເຊື້ອສູ້ຮົບ ພິລາດອາດຫານ ໃນໄລຍະຕໍ່ສູ້ ປົດປ່ອຍຊາດ ໂດຍສືບທອດພາ ລະກິດປະຕິວັດ ຈາກຄະນະບັນ ຊາການທະຫານພາກກາງຂອງ ເຂດທະຫານລາວໃຕ້ ເປັນຂີດ ໝາຍອັນສໍາຄັນ ທີ່ສະແດງໃຫ້ ເຫັນເຖິງການເຕີບໃຫຍ່ຂະຫຍາຍ ຕົວ ແລະ ຄວາມເຂັ້ມແຂງຂອງ ກອງທັບປະຊາຊົນລາວ ໃນການ ຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການຂອງປະເທດຊາດ ເພື່ອສ້າງກອງທັບປະຕິວັດໃຫ້ ເປັນກໍາລັງຫຼັກແຫຼ່ງ ໃນພາລະກິດ ປົກປັກຮັກສາໝາກຜົນຂອງການ ປະຕິວັດ, ຮັກສາອໍານາດອະທິປະ ໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໃຫ້ໝັ້ນຄົງ. ເພື່ອຕອບສະໜອງໃນໜ້າທີ່ ວຽກງານໄລຍະໃໝ່ ເຮັດໃຫ້ສະ ພາບມີຄວາມສະຫງົບ ເຖິງວ່າສະ ພາບແວດລ້ອມນອກຕົວ ແລະ ໃນຕົວຈະມີຄວາມຫຍຸ້ງຍາກ ປານໃດກໍຕາມ, ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ ໄດ້ຖືເປັນ ສໍາຄັນໃນວຽກງານປັບປຸງກໍ່ ສ້າງກໍາລັງ ແລະ ການຈັດຕັ້ງ, ເອົາໃຈໃສ່ ສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກ ງານ-ນັກຮົບ ມີຄຸນທາດການ ເມືອງໜັກແໜ້ນ, ມີຄວາມຈົງຮັກ ພັກດີບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດ ຊາດ ແລະ ຕໍ່ປະຊາຊົນ, ກໍາແໜ້ນ ແນວທາງແຜນນະໂຍບາຍຂອງ ພັກ ໃນແຕ່ລະໄລຍະ, ຮັບຮູ້ເຊື່ອມ ຊຶມຕໍ່ໜ້າທີ່ວຽກງານການເມືອງ ຂອງກອງທັບ, ຂອງກົມກອງ, ຕັ້ງໜ້າເຝິກແອບຮໍ່າຮຽນສີລະ ປະຍຸດ-ຍຸດທະວິທີ, ຍົກລະດັບ ດ້ານການທະຫານໃຫ້ນາຍ ແລະ ພົນທະຫານສູງຂຶ້ນເລື້ອຍໆ, ໄປ ພ້ອມກັບການຈັດຕັ້ງປະຕິບັດບັນ ດາຂໍ້ກໍານົດ, ກົດລະບຽບຂອງ ກອງທັບ, ກົດໝາຍຂອງລັດຢ່າງ ເຂັ້ມງວດ ,ຖັນແຖວພະນັກງານ ແຕ່ລະຮຸ່ນໄດ້ຮັບການກໍ່ສ້າງ ເຝິກຝົນ ແລະ ຫຸ້ມຫໍ່ໃຫ້ເຕີບໃຫຍ່ ຂະຫຍາຍຕົວຕໍ່ເນື່ອງ, ຜ່ານ ຂະ ບວນວິວັດແຫ່ງການເຄື່ອນໄຫວ ວຽກງານ ແລະ ສູ້ຮົບຕົວຈິງ ໄດ້ ມີຫຼາຍສະຫາຍກາຍເປັນພະນັກ ງານສືບທອດປ່ຽນແທນຢູ່ແຕ່ລະ ຂັ້ນ, ຫຼາຍສະຫາຍກາຍເປັນການ ນໍາຂັ້ນສູງຂອງພັກ-ລັດ, ກະຊວງ ປ້ອງກັນປະເທດ ແລະ ບ່ອນອື່ນໆ, ມີຫຼາຍສະຫາຍໄດ້ຮັບນາມມະ ຍົດເປັນວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນຢ່າງສົມກຽດ, ຄຽງຄູ່ກັບການສ້າງຖັນແຖວພະ ນັກງານທົ່ວກອງພົນ ຍັງໄດ້ແຂ່ງ ຂັນກັນ ປັບປຸງກໍ່ສ້າງກົມກອງ ໃຫ້ກາຍເປັນກົມກອງ ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ. ເນື່ອງໃນໂອກາດຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກ ກະຊວງ ປ້ອງກັນປະເທດ ແລະ ກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະ ບວນຟົດຟື້ນແຂງແຮງ, ກອງພົນ ທີ 4 ໄດ້ເຄື່ອນໄຫວຍູ້ແຮງທຸກ ຂະບວນການໂຄສະນາເຜີຍແຜ່ສຶກສາອົບຮົມໜ້າທີ່ການເມືອງ, ຈັດຕັ້ງບັນດາກິດຈະກໍາໂຄສະ ນາປຸກລະດົມ ດ້ວຍຫຼາຍຮູບ ການຜ່ານໂທລະໂຄ່ງ, ປ້າຍໂຄສະ ນາ, ຄໍາຂວັນ, ງານແຂ່ງຂັນກີລາ, ງານສະແດງສິລະປະ ແລະ ອື່ນໆ ຊຸກຍູ້ບັນດາກົມກອງອອກແຮງ ແຂ່ງຂັນສ້າງຜົນງານຂອງຕົນໃຫ້ມີໃບໜ້າອັນໃໝ່ ເພື່ອກ້າວເຂົ້າສູ່ ຄວາມທັນສະໄໝ ແລະ ຮັບປະ ກັນໜ້າທີ່ວຽກງານຂອງພັກໃນ ໄລຍະໃໝ່. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ