ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກຊາວໜຸ່ມຫ້ອງວ່າການກະຊວງສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ
ເວລາອອກຂ່າວ: 2020-10-21 08:21:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນວັນທີ 20 ຕຸລາ 2020 ນີ້, ພະແນກຊາວໜຸ່ມຫ້ອງວ່າ ການກະຊວງປ້ອງກັນປະເທດໄດ້ ສະຫຼຸບຕີລາຄາການຈັດຕັ້ງປະຕິ ບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະ ຈໍາສົກປີ 2017-2019, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນ ເອກ ໄພວັນ ຈັນທະພົມມາ ຮອງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະທດ, ມີຄະນະພັກ-ຄະນະບັນຊາກົມກອງຮາກຖານ, ບໍລິສັດ-ລັດວິສາຫະກິດ, ຄະນະ ບໍລິຫານງານ, ຄະນະໜ່ວຍຊາວ ໜຸ່ມ ທີ່ຂຶ້ນກັບພ້ອມດ້ວຍສະມາ ຊິກຊາວໜຸ່ມທົ່ວຫ້ອງວ່າການກະ ຊວງເຂົ້າຮ່ວມ. ສະຫາຍ ພັນໂທ ສຸກັນ ພົງພັນ ຈິດ ຫົວໜ້າພະແນກຊາວໜຸ່ມ ຫ້ອງວ່າການກະຊວງປ້ອງກັນ ປະເທດໄດ້ໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາ ຄະນະຊາວໜຸ່ມແຕ່ລະ ຂັ້ນແມ່ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາ ພາສະມາຊິກຊາວໜຸ່ມຈັດຕັ້ງປະ ຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຢ່າງມີຈຸດສຸມສອດຄ່ອງກັບວຽກ ງານຕົວຈິງ, ໃນນີ້, ດ້ານແນວຄິດ ແມ່ນໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງແນວຄິດເປັນ ວຽກງານສໍາຄັນຢືນຢູ່ແຖວໜ້າ ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດດ້ານ ນີ້ສາມາດປະຕິບັດບັນລຸໄດ້ 95%, ດ້ານການເຝິກຝົນຫຼໍ່ຫຼອມ-ຮໍ່າ ຮຽນ: ສະມາຊິກຊາວໜຸ່ມໄດ້ມີ ຄວາມຫ້າວຫັນ, ກະຕືລືລົ້ນໃນ ການຊອນຮູ້ຮໍ່າຮຽນດ້ວຍຕົນເອງ ຈາກປະສົບການວິຊາສະເພາະ ພ້ອມທັງໄປຍົກລະດັບວັດທະນະ ທໍາ ແລະ ວິຊາສະເພາະອື່ນໆ ຕາມທຶນທີ່ກົມ ກອງແບ່ງໃຫ້ ແລະ ຕາມຄວາມສາມາດຂອງຕົນເອງ ໃນນີ້, ມີສະມາຊິກຊາວໜຸ່ມໄປສຶກ ສາຮໍ່າຮຽນຢູ່ພາຍໃນ ແລະ ຕ່າງ ປະເທດ ຈໍານວນ 24 ສະຫາຍ, ດ້ານນີ້ບັນລຸໄດ້ 95%, ດ້ານການ ຈັດຕັ້ງ: ແມ່ນໄດ້ເອົາໃຈໃສ່ປັບປຸງ ກົງຈັກການຈັດຕັ້ງຊາວໜຸ່ມນັບ ແຕ່ຄະນະບໍລິຫານງານລົງຮອດ ຂັ້ນໜ່ວຍໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ໃນນີ້, ໄດ້ແຍກໜ່ວຍຊາວໜຸ່ມ ຫ້ອງການບໍລິຫານ-ຫ້ອງການ ເມືອງອອກເປັນ 2 ໜ່ວຍ, ສ້າງຕັ້ງ ໜ່ວຍຊາວໜຸ່ມຂຶ້ນໃໝ່ 2 ໜ່ວຍ ແລະ ຍົກລະດັບໜ່ວຍຊາວໜຸ່ມຂຶ້ນ ເປັນຄະນະບໍລິຫານງານ 1 ຄະນະ ດ້ານນີ້ບັນລຸໄດ້ 97% ແລະ ດ້ານ ວິຊາຊີບ-ສ້າງວຽກເຮັດງານທໍາ: ແມ່ນໄດ້ເອົາໃຈໃສ່ເປັນບັນຫາ ສໍາຄັນ ໂດຍໄດ້ເລັ່ງໃສ່ກົມກອງ ທີ່ມີເງື່ອນໄຂສະດວກສ້າງເປັນ ຈຸດສຸມໃນການປູກຝັງ-ລ້ຽງສັດ, ຕໍ່າຫູກທໍໄໝ ແລະ ຂາຍເຄື່ອງ ຍ່ອຍຕ່າງໆ ເພື່ອສ້າງວຽກເຮັດ ງານທໍາໃຫ້ແກ່ພະນັກງານ, ສະ ມາຊິກຊາວໜຸ່ມ ທັງເປັນການ ສ້າງລາຍຮັບໃຫ້ແກ່ຄອບຄົວ ກໍ ຄື ສະມາຊິກຊາວໜຸ່ມເອງ ດ້ານ ນີ້ບັນລຸໄດ້ 90%, ນອກຈາກວຽກ ງານດັ່ງກ່າວ, ສະມາຊິກຊາວໜຸ່ມ ຍັງໄດ້ເປັນເຈົ້າການເຂົ້າຮ່ວມຂະ ບວນການຕ່າງໆເປັນຕົ້ນແມ່ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂະບວນ ການອົບຮົມ-ຫັດແອບ ແລະ ກຽມ ພ້ອມສູ້ຮົບ, ຂະບວນການຕອບ ບຸນແທນຄຸນ ແລະ ແຮກສ່ຽວ, ຂະ ບວນການກີລາ, ສິລະປະ-ວັນນະ ຄະດີ, ຖາມ-ຕອບຄວາມຮູ້ຮອບ ຕົວ, ຂະບວນການປັບປຸງກໍ່ສ້າງ ກົມກອງ ແລະ ຂະບວນການອື່ນໆ ຢ່າງເປັນຂະບວນການຟົດຟື້ນ. ຜ່ານການຈັດຕັ້ງປະຕິບັດເນື້ອ ໃນຂໍ້ແຂ່ງຂັນ 4 ບຸກເຂົ້າສູ່ວຽກ ງານຕົວຈິງໃນຜ່ານມາສາມາດຕີ ລາຄາຜົນໄດ້ຮັບຄື: ປະເພດນໍາ ໜ້າ 4 ບຸກ ມີ 3 ຄະນະບໍລິຫານ ງານ, 39 ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ 457 ສະ ຫາຍ, ປະເພດແຂງມີ 5 ໜ່ວຍ, 676 ສະຫາຍ ແລະ ປະເພດກາງມີ 3 ໜ່ວຍ, 44 ສະຫາຍ, ຈາກ ນັ້ນກໍໄດ້ມອບໃບຢັ້ງຢືນ 4 ບຸກໃຫ້ ຄະນະບໍລິຫານງານ, ໜ່ວຍຊາວ ໜຸ່ມ ແລະ ສະມາຊິກຊາວໜຸ່ມທີ່ ໄດ້ຮັບການຢັ້ງຢືນ 4 ບຸກໃນຄັ້ງ ນີ້ຢ່າງສົມກຽດ. ໂດຍ: ນ.ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ