ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍທະຫານປ້ອງກັນຊາຍແດນ 113 ປິດຊຸດອົບຮົມ
ເວລາອອກຂ່າວ: 2020-10-20 08:49:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ວັນທີ 12 ຕຸລາ 2020 ນີ້, ກອງຮ້ອຍທະຫານປ້ອງກັນຊາຍ ແດນ 113 ທີ່ຂຶ້ນກັບກອງບັນຊາ ການທະຫານແຂວງຜົ້ງສາລີ ໄດ້ປິດຊຸດອົບຮົມການເມືອງ, ການທະຫານ, ພະລາທິການ-ເຕັກ ນິກ ແລະ ວຽກງານປ້ອງກັນ ຊາຍແດນ, ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ສົມຈັນ ລອດສຸລີ ຄະນະພັກກອງບັນຊາ ການ ຫົວໜ້າຫ້ອງພະລາທິການ ທະຫານແຂວງຜົ້ງສາລີ, ມີຫົວ ໜ້າພະແນກຊາຍແດນ, ຄະນະ ພັກ-ຄະນະບັນຊາ ຕະຫຼອດຮອດ ນາຍ ແລະ ພົນທະຫານເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສຸກວັນໄຊ ພົມມະສີ ຫົວໜ້າພະ ແນກຊາຍແດນ ໄດ້ຂຶ້ນຜ່ານຂໍ້ ຕົກລົງຂອງກອງບັນຊາການທະ ຫານແຂວງ ວ່າດ້ວຍ ການອະ ນຸມັດໃຫ້ກອງຮ້ອຍທະຫານ ປ້ອງກັນຊາຍແດນ 113 ປິດ ຊຸດອົບຮົມການເມືອງ, ການທະ ຫານ, ພະລາທິການ-ເຕັກນິກ ແລະ ວຽກງານປ້ອງກັນຊາຍ ແດນ ປະຈໍາໄຕມາດ II ປີ 2020. ຫຼັງຈາກນັ້ນ, ສະຫາຍ ພັນຕີ ເພັງວິໄລ ຮອງເລຂາໜ່ວຍພັກ ຫົວໜ້າການເມືອງກອງຮ້ອຍ ໄດ້ຂຶ້ນຜ່ານບົດສະຫຼຸບຜົນ ການອົບຮົມ-ຫັດແອບລວມ ມີ: ພາກການເມືອງ ສະເລ່ຍ 79,29%, ພະລາທິການ 79,33%, ພາກລະບຽບ 85,86%, ກີລາການທະຫານ 78,25%, ພາກສິລະປະຍຸດ 81,05%, ພາກຊ່າງແສງ 88,03%, ຍຸດທະວິທີ 88,03% ແລະ ວຽກງານວິຊາສະເພາະ ຊາຍແດນ 89,12%. ສະຫາຍ ພັນໂທ ສົມຈັນ ລອດສຸລີ ໄດ້ຍ້ອງຍໍຊົມເຊີຍຄະ ນະພັກ-ຄະນະບັນຊາ ນາຍ ແລະ ພົນທະຫານທີ່ເຮັດສໍາເລັດໜ້າ ທີ່ຕາມການມອບໝາຍຂອງ ຂັ້ນເທິງ ແລະ ປິດຊຸດອົບຮົມ-ຫັດແອບໄດ້ຕາມແຜນການ ທີ່ວາງໄວ້, ພ້ອມກັນນີ້ໄດ້ເນັ້ນ ໜັກກ່ຽວກັບວຽກງານປ້ອງ ກັນຊາຍແດນໃຫ້ຖືເປັນວຽກ ງານສໍາຄັນໂດຍສະເພາະແມ່ນ ກວດກາຫຼັກໝາຍຊາຍແດນ, ຄົນເຂົ້າ-ອອກເມືອງເພື່ອເຮັດໃຫ້ຂອບເຂດຄວາມຮັບຜິດ ຊອບຂອງກົມກອງມີຄວາມສະ ຫງົບໂດຍພື້ນຖານ. ໂດຍ: ບຸນປະເສີດ ສີສົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ