ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສາລະວັນ ເຜີຍແຜ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2020-10-20 08:46:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ວັນທີ 14 ຕຸລາ 2020 ນີ້ ກອງບັນຊາການະຫານແຂວງສາ ລະວັນ ໄດ້ເປີດກອງປະຊຸມເຜີຍ ແຜ່ຄຳສັ່ງຂອງກົມໃຫ່ຍເສນາທິ ການ ວ່າດ້ວຍການປັບປຸງການ ກຽມພ້ອມສູ້ຮົບຂອງບັນດາກົມ ກອງທ້ອງຖິ່ນແຂວງສາລະວັນ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມີ່ງຈຳປາບານ ຮອງ ຫົວໜ້າກົມໃຫ່ຍເຕັກນິກ ກອງ ທັບ, ເຂົ້າຮ່ວມພິທີມີ ສະ ຫາຍ ພັນເອກ ພູວັນ ພີມມະຈັນ ເລຂາຄະນະພັກຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງສາລະວັນ, ມີ ກົມສູ້ຮົບ, ຄະນະພັກ-ຄະນະບັນຊາກອງ ບັນ ຊາການ, ຫົວໜ້າພະແນກ-ຮອງ ພະແນກການ 5 ຫ້ອງອ້ອມຂ້າງ ແລະ ກົມກອງທີ່ກ່ຽວຂ້ອງເຂົ້າ ຮ່ວມຮັບຟັງ. ສະຫາຍ ພັນເອກ ສໍາລານ ສີລິໂພຄໍາ ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ກອງເລຂາ ໄດ້ຂຶ້ນຜ່ານຄຳສັ່ງ ແນະນຳຂອງກົມໃຫ່ຍເສນາທິ ການກອງທັບ ວ່າດ້ວຍການ ປັບປຸງການກຽມພ້ອມສູ້ຮົບ ຂອງບັນດາກົມກອງທີ່ຂຶ້ນກັບ ກອງບັນຊາການທະຫານແຂວງ ສາລະວັນ ໂດຍອີງໃສ່ທິດທາງ ແຜນການປັບປຸງບັນດາກົມ ກອງກຳລັງຫຼວງ, ກຳລັງທ້ອງ ຖິ່ນ ແລະ ທິດຊີ້ນຳຂອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ ວ່າດ້ວຍການປັບປຸງບັນ ດາກົມກອງທີ່ຢູ່ໃນໂຄງການ ເພື່ອໃຫ້ມີຄວາມພ້ອມໃນທຸກດ້ານ ແລະ ສາມາດເຄື່ອນໄຫວປະຕິ ບັດໜ້າທີ່ໄດ້ຕະຫຼອດເວລາ, ຜ່ານ ການຈັດຕັ້ງປະຕິບັດແຜນການ ໃນໄລຍະຜ່ານມາເຫັນວ່າບັນດາ ກົມກອງໄດ້ມີຄວາມພະຍາຍາມ ແລະ ສູ້ຊົນຈັດຕັ້ງປະຕິບັດໜ້າທີ່ ວຽກງານຢ່າງບໍ່ຢຸດຢັ້ງ ແລະ ມີ ຜົນສຳເລັດໃນລະດັບສູງ, ແຕ່ ເຖິງຢ່າງໃດກໍຕາມຖ້າທຽບໃສ່ ຄວາມຮຽກຮ້ອງຕ້ອງການ ຂອງ ໜ້າທີ່ວຽກງານໃນການກຽມ ພ້ອມສູ້ຮົບ ແລະ ສູ້ຮົບຂອງບັນດາ ກົມກອງເຫັນວ່າຍັງມີຫຼາຍດ້ານ ທີ່ຈະໄດ້ປັບປຸງເປັນຕົ້ນ: ແມ່ນຂັ້ນ ກອງພັນ, ກອງຮ້ອຍ, ຂັ້ນໝວດ ແລະ ຂັ້ນໝູ່, ການສັບຊ້ອນໜ້າທີ່ ໃຫ້ເປັນລະບົບຄົບຖ້ວນຕາມຂໍ້ກຳ ນົດທີ່ວາງໄວ້, ຈັດຕັ້ງລະບົບປະ ຈຳການທາງດ້ານຈຳນວນພົນ, ພາຫະນະໃຫ້ຄົບຊຸດ, ຈັດຕັ້ງເຝິກ ແອບຮໍ່າຮຽນປະຈຳປີ ຕາມທິດ ຊີ້ນຳຂອງຂັ້ນເທິງໃຫ້ຕໍ່ເນື່ອງ ລຽນຕິດເຮັດໃຫ້ພະນັກງານ- ນັກຮົບມີຄວາມສໍານິສໍານານ ຄ່ອງແຄ້ວ, ປັບປຸງແບບແຜນການ ນໍາພາຂອງຄະນະພັກ-ຄະນະບັນ ຊາໃຫ້ໄປຕາມທິດກ້າວໜ້າທັນ ສະໄໝ ແລະ ຈັດຕັ້ງກວດກາກຽມ ພ້ອມສູ້ຮົບຢູ່ແຕ່ລະຂັ້ນ, ແຕ່ລະ ຂະແໜ່ງການ ໃຫ້ເຂັ້ມງວດຕາມ ລະບອບກວດກາ. ໃນໂອກາດນີ້ ສະຫາຍ ພົນຈັດ ຕະວາ ຄອນສະຫວັນ ມີ່ງຈຳປາ ບານ ໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນ ຈົ່ງເພີ່ມທະວີ ວຽກງານສຶກສາອົບຮົມການ ເມືອງນໍາພາແນວຄິດໃຫ້ພະນັກ ງານ-ນັກຮົບຢ່າງຕໍ່ເນື່ອງລຽນ ຕິດ, ຍົກສູງບົດບາດການນໍາພາ ຂອງພັກແບບແຜນວິທີນຳພາ- ບັນຊາ, ເອົາໃຈໃສ່ການປັບປຸງ ການກຽມພ້ອມສູ້ຮົບຂອງບັນ ດາກົມກອງທີ່ຂຶ້ນກັບຄວາມຮັບ ຜິດຊອບຂອງຕົນ, ນອກນີ້ ກໍເອົາ ໃຈໃສ່ກວດກາການບົວລະບັດ ແລະ ປົກປັກຮັກສາພາຫະນະ, ອາວຸດຍຸດໂທປະກອນໃຫ້ເປັນ ປະ ຈຳ ເພື່ອນຳໃຊ້ໃຫ້ໄດ້ຍາວນານ. ໂດຍ: ຂາວທອງ ໄຊຍະທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ