ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງວຽງຈັນ ຈູດທຳລາຍຢາເສບຕິດທີ່ສານໄດ້ຕັດສິນແລ້ວ
ເວລາອອກຂ່າວ: 2020-10-20 08:44:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:



ໃນວັນທີ 16 ຕຸລາ 2020 ນີ້, ແຂວງວຽງຈັນ ໄດ້ຈັດພິທີ ຈູດທໍາລາຍສິ່ງເສບຕິດປະເພດ ຢາບ້າລວມທັງໝົດ 127.859 ເມັດ ແລະ ຢາໄອສ໌ 72 ກຣາມ ທີ່ຢຶດມາໄດ້ ແລະ ສານປະຊາ ຊົນແຂວງວຽງຈັນ ໄດ້ຕັດສິນ ຢ່າງເດັດຂາດແລ້ວ, ເນື່ອງໃນ ໂອກາດສະເຫຼີມສະຫຼອງວັນ ແຫ່ງຊາດຕ້ານຢາເສບຕິດ ຄົບ ຮອບ 19 ປີ (12 ຕຸລາ 2001-12 ຕຸລາ 2020), ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງ, ໂດຍການ ເປັນກຽດເຂົ້າຮ່ວມ ຂອງສະຫາຍ ບຸນສອນ ເພັດລາວັນ ຮອງເຈົ້າ ແຂວງໆວຽງຈັນ, ປະທານຄະນະ ກຳມະການຄວບຄຸມ ແລະ ຕ້ານ ຢາເສບຕິດຂັ້ນແຂວງ, ມີສະຫາຍ ພົນຈັດຕະວາ ປອ ທອງເຄນ ບຸນ ໝັ້ນ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ວຽງຈັນ, ມີຫົວໜ້າພະແນກການ ອ້ອມຂ້າງ, ນາຍ ແລະ ພົນຕຳ ຫຼວດເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຟອງ ວົງດາລາແສນ ຮອງຫົວໜ້າກອງ ບັນຊາການປ້ອງກັນຄວາມສະ ຫງົບແຂວງວຽງຈັນ ໄດ້ລາຍ ງານຕໍ່ພິທີວ່າ: ຄະດີທີ່ຄ້າງດໍາ ເນີນແຕ່ປີ 2019 ແລະ ຄະດີທີ່ ເກີດຂຶ້ນໃນປີ 2020 ມີທັງໝົດ 400 ເລື່ອງ,ມີຜູ້ຖືກຫາທັງໝົດ 519 ຄົນ, ຍິງ 74 ຄົນ ແລະ ສາ ມາດຍຶດຂອງກາງໄດ້ທັງໝົດ ຄື: ຢາບ້າ 1.083.554 ເມັດ, ຢາໄອສ໌ 275 ກວ່າກິໂລກຣາມ, ຢາເຄ 302 ກວ່າກິໂລກຣາມ, ເຮໂຣອິນ 1 ຄູ່, ກັນຊາອັດແທ່ງ 14 ແທ່ງ, ໂທລະສັບ 420 ເຄື່ອງ, ລົດຈັກ 108 ຄັນ, ລົດໃຫຍ່ 13 ຄັນ, ປືນສັ້ນ 6 ກະບອກ, ປືນ ສັ້ນ AK ຈໍານວນ 1 ກະບອກ, ລູກ ປືນສັ້ນ ຈຳນວນ 90 ລູກ, ລູກປືນ ແວ່ງ ຈໍານວນ 20 ລູກ, ລູກປືນ AK ຈຳນວນ 32 ລູກ, ໝາກແຕກ ຂຽບ ຈຳນວນ 1 ໜ່ວຍ, ໝາກຝ່າ ຈຳນວນ 2 ໜ່ວຍ, ເງິນກີບ 184 ລ້ານກວ່າກີບ, ເງິນບາດ 23 ພັນ ກວ່າບາດ, ເງິນໂດຣາ 1.000 ກວ່າໂດລາ, ເງິນຢວນ 2.100 ຢວນ, ຄະດີສົ່ງໃຫ້ອົງການໄອຍະ ການປະຊາຊົນມີທັງໝົດ 222 ເລື່ອງ, ມີຜູ້ຖືກຫາ 255 ຄົນ, ຍິງ 42 ຄົນ ພ້ອມດ້ວຍຂອງກາງ, ຄະດີທີ່ພວມດໍາເນີນການສຶບ ສວນ-ສອບສວນມີທັງໝົດ 178 ເລື່ອງມີຜູ້ຖືກຫາ 264 ຄົນ, ຍິງ 32 ຄົນພ້ອມດ້ວຍຂອງກາງ, ສ່ວນຢາເສບຕິດທີ່ສານຕັດສິນ ແລະ ໃຊ້ໄດ້ຢ່າງເດັດຂາດນັບແຕ່ ປີ 2019-2020 ລວມມີທັງໝົດ ຢາບ້າ127.859 ເມັດ, ຢາໄອສ໌ 72 ກຣາມ ແລະ ໄດ້ນຳມາຈູດທຳ ລາຍຖິ້ມໃນມື້ນີ້ແລ້ວ, ສ່ວນທີ່ຍັງເຫຼືອແມ່ນພວມດຳເນີນການສືບ ສວນ-ສອບສວນ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ