ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການເມືອງທະຫານແຂວງຄຳມ່ວນ ລົງກວດກາການກໍ່ສ້າງສູນເຝິກອົບຮົມການທະຫານ ເຂດພາກກາງ
ເວລາອອກຂ່າວ: 2020-10-20 08:42:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ວັນທີ 14 ຕຸລາ 2020 ນີ້, ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກຳມະການຄະນະ ປະຈຳພັກແຂວງ ເລຂາຄະນະ ພັກ ຫົວໜ້າການເມືອງກອງບັນ ຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະ, ໄດ້ລົງຕິດຕາມ ກວດກາການກໍ່ສ້າງສູນເຝິກອົບ ຮົມການທະຫານ ເຂດພາກກາງ ຢູ່ບ້ານນາສະອາດ ເມືອງທ່າແຂກ ແຂວງຄຳມ່ວນ. ທ່ານ ວຽງຄອນ ວັນເທວາ ຮອງປະທານ ບໍລິສັດໂຊກຈະເລີນ ກໍ່ສ້າງຈຳກັດຜູ້ດຽວ ໄດ້ ລາຍງານຕໍ່ຄະນະວ່າ : ມາຮອດ ປັດຈຸບັນໄດ້ບຸກເບີກເນື້ອທີ 62,500 ຕາແມັດ, ຖົມດິນແດງ, ຫົດນ້ຳ, ຢຽບແໜ້ນ, ໄດ້ຕາມແຜນ ການ ແລະ ກໍ່ສ້າງອາຄານຫ້ອງ ການຄູເຝິກທີ່ເປັນອາຄານ 2 ຊັ້ນ ຂະໜາດ 17 x 34 ແມັດ, ອາ ຄານຫ້ອງການຄຸ້ມຄອງນັກສຶກ ສາ ເປັນອາຄານສອງຊັ້ນຂະໜາດ 17 x 34 ແມັດ ລວມ 2 ຫຼັງ, ໄດ້ປະຕິບັດວຽກງານຕີຜັງຂຸດ ຂຸມເສົາເທເບຕົງກັນເປື້ອນຕີນ ເສົາ ແລະ ເທເບຕົງເສີມເຫຼັກເສົາ ຕໍໄດ້ສຳເລັດ ແລະ ຈະສືບຕໍ່ໃນ ບັນ ດາແຜນການຂອງໂຄງການ ໃຫ້ສຳເລັດຕາມແຜນການໃນ ວາງໄວ້. ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ສົມແຄນ ອັບປະ ສອນ ໄດ້ເນັ້ນໜັກໃຫ້ຄະນະພັກ- ຄະນະບັນຊາ, ພະແນກການທີ່ ກ່ຽວຂ້ອງເອົາໃຈໃສ່ລົງຕິດຕາມ ກວດກາການກໍ່ສ້າງຢ່າງເປັນປົກ ກະຕິ, ພ້ອມທັງຊີ້ນຳພະນັກງານ - ວິຊາການ ແລະ ຜູ້ຮັບເໝົາໂຄງ ການກໍ່ສ້າງສືບຕໍ່ຈັດຕັ້ງປະຕິບັດ ການກໍ່ສ້າງໃຫ້ມີຄຸນນະພາບ ແລະ ມີຜົນສຳເລັດຕາມແຜນການທີ່ ວາງໄວ້. ໂດຍ : ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ