ຄະນະສະເພາະກິດຕ້ານໄພພິບັດກອງບັນຊາການທະຫານແຂວງສະຫວັນນະເຂດ ລົງຊີ້ນຳກູ້ໄພນ້ຳຖ້ວມ
ເວລາອອກຂ່າວ: 2020-10-20 08:41:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:
ໃນວັນທີ 15-16 ຕຸລາ 2020
ນີ້, ຄະນະສະເພາະກິດຕ້ານໄພພິບັດນໍ້າຖ້ວມຂັ້ນກອງບັນຊາການ ທະຫານແຂວງສະຫວັນນະເຂດ ເຊິ່ງນຳໂດຍ ສະຫາຍ ພັນໂທ ແຫຼວຄຳ ໄຊຍະສົມບັດ ຮອງ ຫົວໜ້າຫ້ອງການເມືອງຄະນະສະ ເພາະກິດຕ້ານໄພພິບັດນໍ້າຖ້ວມ ພ້ອມພະແນກການທີ່ກ່ຽວຂ້ອງໄດ້ລົງຕິດຕາມໄພພິບັດນໍ້າຖ້ວມ ຢູ່ເມືອງຈຳພອນ. ໃນໂອກາດດັ່ງ ກ່າວນີ້ ສະຫາຍ ຄຳລຸຍ ຍາດຕິ
ວົງ ກຳມະການພັກແຂວງເລຂາ ພັກເມືອງເຈົ້າເມືອງຈຳພອນ ທັງ
ເປັນປະທານຕ້ານໄພພິບັດນໍ້າ ຖ້ວມຂັ້ນເມືອງ ໄດ້ລາຍງານສະ ພາບນໍ້າຖ້ວມໃນທົ່ວເມືອງຈຳ ພອນ ເລີ່ມແຕ່ວັນທີ 9 ຕຸລາ ຫາ
ວັນທີ 15 ຕຸລາ ນີ້. ປັດຈຸບັນມີ
ບ້ານຖືກນໍ້າ ຈຳນວນ 25 ບ້ານ,
ມີ 1.202 ຄອບຄົວ, ເນື້ອທີ່ ທຳການຜະລິດກະສິກຳຖືກນໍ້າ ຖ້ວມມີ 1,673.20 ເຮັກຕາ, ເນື້ອ
ທີ່ເສຍຫາຍມີ 14,05 ເຮັກຕາ. ເສັ້ນທາງການສັນຈອນຖືກຕັດ ຂາດ 5 ບ້ານ. ປັດຈຸບັນຄະນະ ກຳມະການຕ້ານໄພພິບັດຂັ້ນກອງ ບັນຊາການທະຫານແຂວງໄດ້ ຈັດຕັ້ງກຳລັງພະນັກງານ-ນັກ
ຮົບຈາກກອງພັນທີ 3 ແລະ ກອງ ຮ້ອຍ 208, ກອງພັນ 207 ທະ ຫານແຂວງສະຫວັນນະເຂດ.
ພ້ອມທະຫານເມືອງຈຳພອນໄດ້ ລົງໄປຊ່ວຍເຫຼືອ ເຊິ່ງວິທີຊ່ວຍ
ເຫຼືອແມ່ນໄດ້ແບ່ງເປັນ 3 ໜ່ວຍ
ເຂົ້າຊ່ວຍກຸ່ມບ້ານທີ 1 ທີ 2 ແລະ
ກຸ່ມບ້ານທີ 5 ທີ່ກຳລັງຮັບຜົນກະ ທົບໜັກໃນໂອກາດນີ້ ຄະນະສະ ເພາະກິດທະຫານແຂວງ ແລະ ຄະນະສະເພາະກິດຕ້ານໄພພິບັດ ຂັ້ນເມືອງ ກໍໄດ້ລົງໄປຕິດຕາມຕົວ
ຈິງ. ພ້ອມທັງ, ຊຸກຍູ້ ແລະ ໃຫ້ກຳ ລັງໃຈພະນັກງານ-ນັກຮົບທີ່ກຳລັງປະຕິບັດໜ້າທີ່ກ່ຽວເຂົ້າ, ຂົນ
ເຂົ້າທີ່ຖືກນໍ້າຖ້ວມຊ່ວຍເຫຼືອຄອບ ຄົວປະຊາຊົນຜູ້ທີ່ຖືກຜົນກະທົບ ໜັກໄປໄວ້ຢູ່ເຂດປອດໄພ.
ໂດຍ: ຄຳໃສ ສີຫາລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ