ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຊ່ວຍເຫຼືອອຸປະກອນສື່ສານ
ເວລາອອກຂ່າວ: 2020-10-16 20:32:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ພິທີມອບ-ຮັບເຄື່ອງອຸປະ ກອນສື່ສານຊ່ວຍເຫຼືອລ້າຈໍາ ນວນ 220 ຊຸດ ຈາກກະຊວງປ້ອງ ປະເທດ ແຫ່ງ ສສ ຫວຽດນາມ ໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2020 ນີ້, ຢູ່ທີ່ຫ້ອງປະ ຊຸມກົມສື່ສານ ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ພັນເອກພິເສດ ຕ່າວວັນທ້າຍ ທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສສ ຫວຽດນາມປະຈໍາລາວ ທັງ ເປັນຜູ້ຕາງໜ້າມອບເຄື່ອງອຸປະ ກອນດັ່ງກ່າວ ແລະ ສະຫາຍ ພົນ ຈັດຕະວາ ຄໍາຄິດ ໄຊສົງຄາມ ຫົວໜ້າກົມສື່ສານກົມໃຫຍ່ເສນາ ທິການກອງທັບ ເປັນຜູ້ກ່າວຮັບ, ເຊິ່ງມີບັນດາຄະນະນໍາທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ສະຫາຍພັນເອກພິເສດ ຕ່າວວັນ ທ້າຍ ໄດ້ກ່າວວ່າ: ໃນຊຸມປີຜ່ານ ມາ, ການຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດ ຍັງໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ, ນັບມື້ນັບຫັນເຂົ້າສູລວງເລິກ ແລະ ປະກົດຜົນເປັນຈິງ. ໂດຍ ໄດ້ປະກອບສ່ວນຍົກສູງກໍາລັງ ແຮງ ແລະ ຄວາມອາດສາມາດ ກຽມພ້ອມສູ້ຮົບຂອງກອງທັບ ສອງຊາດ. ສໍາລັບເຄື່ອງອຸປະ ກອນທີ່ນໍາມາມອບໃນຄັ້ງນີ້, ແມ່ນ ໜຶ່ງໃນຜະລິດຕະພັນທີ່ພົ້ນເດັ່ນ, ມີປະສິດທິພາບສູງ ແມ່ນກຸ່ມ ບໍລິສັດ ອຸດສາຫະກໍາໂທລະຄົມ ກອງທັບຫວຽດນາມ (ຫວຽດ ແທວ) ເປັນຜູ້ຄົ້ນຄວ້າພັດທະນາ ແລະ ຜະລິດ. ເພື່ອເຮັດໃຫ້ກອງ ທັບປະຊາຊົນລາວ ນໍາໃຊ້ເຄື່ອງອຸປະກອນດັ່ງກ່າວເຂົ້າໃນວຽກງານການຕິດຕໍ່ສື່ສານໃຫ້ໄດ້ຮັບຜົນດີ. ຈາກນັ້ນສະຫາຍ ພົນຈັດຕະ ວາ ຄໍາຄິດ ໄຊສົງຄາມ ກໍໄດ້ຕາງ ໜ້າກອງທັບປະຊາຊົນລາວສະ ແດງຄວາມຂອບໃຈ ແລະ ຮູ້ບຸນ ຄຸນຢ່າງລົ້ນເຫຼືອຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນຕໍ່ກອງທັບປະ ຊາຊົນຫວຽດນາມທີ່ຍາມໃດກໍໄດ້ ເອົາໃຈໃສ່ໃຫ້ການສະໜັບສະ ໜູນ, ອູ້ມຊູຊ່ວຍເຫຼືອໃຫ້ແກ່ກອງ ທັບປະຊາຊົນລາວ ຕະຫຼອດມາ. ພ້ອມກັນນັ້ນສະຫາຍຍັງກ່າວວ່າ: ຕະຫຼອດໄລຍະຜ່ານມາສອງກອງ ທັບລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະສອງເຫຼົ່າຮົບສື່ສານ ຍາມໃດກໍມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງຮອບດ້ານ ແລະ ສະໜິດ ແໜ້ນ, ບໍ່ວ່າໃນຍາມສົງຄາມ ແລະ ໃນຍາມສັນຕິພາບ, ທັງເປັນ ສັນຍາລັກຂອງຄວາມໝັ້ນຄົງທະນົງແກ່ນແຫ່ງການພົວພັນຮ່ວມມື ແລະ ຄວາມສາມັກຄີພິເສດ ລະຫວ່າງສອງກອງທັບລາວ-ຫວຽດນາມ. ພ້ອມທັງໃຫ້ຄໍາໜັ້ນ ສັນຍາວ່າຈະເອົາໃຈໃສ່ຊີ້ນໍາ ການເຝິກອົບຮົມ-ຫັດແອບເພື່ອນໍາໃຊ້ເຄື່ອງອຸປະກອນສື່ສານດັ່ງ ກ່າວ ຢ່າງມີປະສິດທິຜົນສູງສຸດ, ເອົາໃຈໃສ່ບົວລະບັດຮັກສາໃຫ້ ຖືກຕ້ອງຕາມຫຼັກການ. ໂດຍ: ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ