ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວຕກ ປະກາດການຈັດຕັ້ງ ແລະ ເລື່ອນຊັ້ນ, ປະດັບທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2020-10-16 20:19:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ວັນທີ 14 ຕຸລາ ນີ້, ວິທະ ຍາຄານເຕັກນິກການທະຫານ ໄດ້ ຈັດພິທີປະກາດການຈັດຕັ້ງ, ຂັ້ນ ຄະນະວິຊາ, ພະແນກການ ແລະ ປະກາດເລື່ອນຊັ້ນ, ປະດັບທຽບ ຊັ້ນໃຫ້ນາຍທະຫານ ແລະ ນັກ ຮຽນທີ່ຮຽນຈົບວິຊາສະເພາະ ຈາກສາຍລັດ ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ແສງຍືນ ລັດສະໜີ ເລ ຂາຄະນະພັກຫົວໜ້າການເມືອງ ວິທະຍາຄານເຕັກນິກທະຫານ ມີ ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 6 ຫ້ອງ, ຄະນະວິຊາ ຄູພ້ອມດ້ວຍພະນັກງານກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳບົກ ເພັດ ດາວອນ ຮອງຫົວໜ້າຫ້ອງ ການເມືອງວິທະຍາຄານເຕັກ ນິກການທະຫານ ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດ ແລະ ຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ ວ່າ ດ້ວຍການແຕ່ງຕັ້ງ, ຂັ້ນຄະນະ ວິຊາຄູ, ຂັ້ນພະແນກການ ແລະ ເລື່ອນຊັ້ນ, ປະດັບທຽບຊັ້ນໃຫ້ ນາຍທະຫານ ທີ່ຮຽນຈົບຈາກ ສາຍລັດ. ໃນນີ້, ແຕ່ງຕັ້ງ ສະຫາຍ ພັນໂທ ຄຳໝັ້ນ ປັນຍາວົງ ເປັນ ຫົວໜ້າພະແນກໂຄສະນາອົບຮົມ, ສະຫາຍ ພັນໂທ ສາຍເພັດ ເມືອງ ຈັນ ເປັນຫົວໜ້າພະແນກການ ອົບຮົມ-ກໍ່ສ້າງ, ສະຫາຍ ພັນຕີ ວົງ ໄຊ ສຸກກະເສີມ ເປັນຫົວໜ້າພະ ແນກບໍລິຫານສັງລວມຫ້ອງອົບ ຮົມ, ສະຫາຍ ພັນຕີ ວຽງຄຳ ແສງ ສະຫວ່າງ ເປັນຮອງຫົວໜ້າພະ ແນກຊາວໜຸ່ມ, ສະຫາຍ ພັນຕີ ສົມແພງ ຄຸດຕະວົງ ເປັັນຮອງຫົວ ໜ້າພະແນກແຜນການຫ້ອງອົບ ຮົມ-ກໍ່ສ້າງ, ສະຫາຍ ພັນຕີ ແຫຼວ ຄຳ ຂັນທະວີໄຊ ເປັນຮອງຫົວ ໜ້າພະແນກບໍລິຫານ-ສັງລວມ ຫ້ອງອົບຮົມ, ສະຫາຍ ຮ້ອຍເອກ ພິມທອງ ເທບພະວົງ ເປັນຮອງ ຫົວໜ້າພະແນກກວດກາ, ສະ ຫາຍ ຮ້ອຍເອກ ຈັນທະລິ ອົມດາລາ ເປັນຮອງຫົວໜ້າພະແນກການ ພິມ ຫ້ອງອົບຮົມ, ສະຫາຍ ພັນຕີ ບຸນຄາດ ບຸນຍາວົງ ເປັນຫົວໜ້າ ພະແນກແຜນການຫ້ອງການ ເມືອງ, ຮ້ອຍເອກ ນາງ ຈັນ ເພັງ ວິສິສົມບັດ ເປັນຮອງຫົວໜ້າພະ ແນກແຜນການຫ້ອງການເມືອງ, ສະຫາຍ ພັນໂທ ແສງຈັນ ສຸທິຈັກ ເປັນຫົວໜ້າວິຊາຄູການ ເມືອງ, ສະຫາຍພັນໂທ ພາວັນ ພິມມະໂຄດ ເປັນຮອງຫົວໜ້າວິຊາຄູການ ເມືອງ, ສະຫາຍ ພັນໂທ ບຸດດີ ດອນ ເມືອງ ເປັນຮອງຫົວໜ້າຄະນະ ວິຊາຄູລົດໂອໂຕ, ສະຫາຍ ພັນໂທ ບຸນສີ ພູມິນະລາດ ເປັນຮອງຫົວ ໜ້າຄະນະວິຊາລົດໂອໂຕ, ສະ ຫາຍ ພັນໂທ ປະສານ ວັດທະນະ ວົງ ເປັນຮອງຫົວໜ້າຄະນະວິຊາ ພື້ນຖານເຕັກນິກ, ສະຫາຍ ພັນໂທ ວິໄຊ ເທບວົງສາ ເປັນຫົວໜ້າຄະ ນະວິຊາຄູຄຸ້ມຄອງອາວຸດ-ກະສຸນ ສະຫາຍ ພັນໂທ ບຸນຫຼາຍ ສີສົມ ພູ ເປັນຮອງຫົວໜ້າສູນທົດລອງ-ເຝິກຫັດ, ສະຫາຍ ພັນຕີ ຄຳໃສ ສໍ ບຸນເຕັມເປັນຮອງຫົວໜ້າຄະນະ ວິຊາຄູພື້ນຖານເຕັກນິກ, ສະຫາຍ ພັນຕີ ອຳນາດ ສຸລິເດດ ເປັນຮອງ ຫົວໜ້າຄະນະວິຊາຄູຄຸ້ມຄອງອາ ວຸດ-ກະສຸນ, ສະຫາຍ ພັນຕີ ທອງ ແດງ ສີຫາມາຍາ ເປັນຮອງຫົວ ໜ້າຄະນະວິຊາຄູວິທະຍາສາດ ພື້ນຖານ ແລະ ສະຫາຍ ຮ້ອຍເອກ ວົງສອນ ສິມມະວົງ ເປັນຮອງ ຫົວໜ້າຄະນະວິຊາຄູວິທະຍາສາດ ພື້ນຖານ. ພ້ອມນີ້, ກໍໄດ້ປະກາດ ເລື່ອນຊັ້ນຮ້ອຍເອກ ຂັ້ນພັນຕີ 14 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍ ເອກ ຂຶ້ນພັນຕີ 5 ສະຫາຍ, ເລື່ອນ ຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 7 ສະ ຫາຍ ເລື່ອນທຽບຊັ້ນຮ້ອຍໂທຂຶ້ນ ຮ້ອຍເອກ 7 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 4 ສະຫາຍ, ປະດັບທຽບຊັ້ນຮ້ອຍໂທ ຈຳນວນ 9 ສະຫາຍ ແລະ ຮ້ອຍຕີ 2 ສະ ຫາຍ. ໂດຍ: ຄຳຜິວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ