ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວເຮັດວຽກຢູ່ກອງພົນທີ 4
ເວລາອອກຂ່າວ: 2020-10-16 20:08:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ໃນວັນທີ 13-14 ກັນຍາ 2020 ນີ້, ສະຫາຍ ພັນເອກ ພັນ ສາຍ ຂັນທະໄຊ ຮອງຫົວໜ້າກົມ ສູ້ຮົບກົມໃຫຍ່ເສນາທິການກອງ ທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນ ໄຫວເຮັດວຽກຢູກອງພົນທີ 4 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຕ່າງຕາ ຕາດເວີນຄຳ ຮອງເລຂາຄະນະພັກກອງພົນ ຫົວໜ້າການທະຫານກອງພົນທີ 4, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ຕະຫຼອດຮອດພະນັກ ງານຫຼັກແຫຼ່ງທົ່ວກອງພົນທີ 4ເຂົ້າຮ່ວມ. ສະຫາຍ ພັນເອກ ຕ່າງຕາ ຕາດເວີນຄຳ ໄດ້ລາຍງານໂດຍ ຫຍໍ້ໃນການຈັດຕັ້ງປະຕິບັດໜ້າ ທີ່ການເມືອງຂອງຕົນໃນໄລຍະ ຜ່ານມາ, ເປັນຕົ້ນຖືເອົາວຽກງານ ການເມືອງ-ນຳພາແນວຄິດເປັນ ກົກສອດຫ້ອຍເຂົ້າໃນທຸກຂົງ ເຂດວຽກງານຂອງກົມກອງ,ເຮັດ ໃຫ້ພະນັກງານ-ນັກຮົບ ມີຄວາມ ອຸ່ນອ່ຽນທຸ່ນທ່ຽງ, ມີລະບຽບວິໄນ ເຂັ້ມງວດ, ເຮັດໃຫ້ສະພາບພາຍ ໃນກົມກອງມີຄວາມສະຫງົບ. ເພື່ອຕິດຕາມກຳສະພາບການ ເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫວັງ ດີ, ບັນຫາທາງດ້ານສາສະໜາ, ການພົວພັນສິ່ງເສບຕິດ, ຄ້າຂາຍ ຂອງເຖື່ອນ, ປະກົດການຫຍໍ້ທໍ້ ໃນສັງຄົມ ແລະ ອື່ນໆ.ຈັດຕັ້ງ ນຳພາພະແນກການທີ່ກ່ຽວຂ້ອງ ສ້າງແຜນການອົບຮົມ-ຫັດແອບ ປະຈຳປີ, ປະຈຳໄຕມາດ, ກວດ ກາພາຫະນະ, ອາວຸດ-ກະສຸນ ຮັບປະກັນ 100%. ໂອກາດນີ້ ສະຫາຍຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງກວດກາ ການກຽມພ້ອມສູ້ຮົບຂອງກອງ ພັນທີ 7 ແລະ ກອງພັນ 123 ທີ່ ຂຶ້ນກັບກອງພົນທີ 4 ພ້ອມທັງໄດ້ ເອກະພາບລຳດັບການຈັດວາງກຳລັງໃຫ້ຖືກກັບຫຼັກການຂອງກອງທັບປະຊາຊົນລາວໄດ້ກຳນົດໄວ້. ໂອກາດນີ້, ສະຫາຍຮອງຫົວ ໜ້າກົມສູ້ຮົມກົມໃຫຍ່ເສນາທິ ການກອງທັບ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງກົມກອງໃນການຈັດຕັ້ງປະ ຕິບັດເຄື່ອນໄຫວໃນໄລຍະຜ່ານ ມາ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະ ນະພັກ-ຄະນະບັນຊາກົມກອງ ເພີ່ມທະວີວຽກງານການເມືອງ-ນຳພາແນວຄິດໃຫ້ສູງກວ່າເກົ່າ ສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານລວມຂອງກົມກອງຕິດ ພັນກັບ 4 ໜ້າທີ່ໃຫຍ່ 26 ແຜນ ງານ, ເອົາໃຈໃສ່ໃນການປະຕິບັດ ການສ້າງແຜນອົບຮົມ-ຫັດແອບ ປະຈຳປີ, ປະຈຳໄຕມາດຂອງແຕ່ ລະເຫຼົ່າຮົບເພື່ອຮັບປະກັນໃຫ້ ແກ່ການກຽມພ້ອມສູ້ຮົບ 100%, ສືບຕໍ່ຫັນລົງກໍ່ສ້າງຮາກຖານ ການເມືອງຕິດພັນກັບການສົມ ທົບກັບກຳລັງທ້ອງຖິ່ນ, ກຳລັງ ປກສ ໃນຂອບເຂດຮັບຜິດຊອບ, ເພື່ອຕິດຕາມເກັບກຳສະພາບ ຂອງກຸ່ມຄົນບໍ່ດີ, ສິ່ງເສບຕິດ, ຄ້າ ຂາຍເຖື່ອນ, ບັນຫາທາງດ້ານສາ ສະໜາໃຫ້ຫຼຸດໜ້ອຍຖອຍລົງ ເທື່ອລະກ້າວ, ເພີ່ມທະວີຄວາມ ສາມັກຄີພາຍໃນ-ພາຍນອກ ໃຫ້ເປັນປຶກແຜ່ນ ເພື່ອພ້ອມກັນ ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້. ໂດຍ: ໂພຄຳ ພອນປະເສີດ ພາບ: ບົວຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ