ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ກັບໂຮງງານຊີມັງລາວວັງວຽງ ສ້າງກິດຈະກຳຮ່ວມກັນ
ເວລາອອກຂ່າວ: 2018-12-17 09:13:08 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນທ່າມກາງບັນຍາກາດທີ່ ທົ່ວພັກ - ທົ່ວກອງທັບ ແລະ ທົ່ວ ປວງຊົນລາວບັນດາເຜົ່າພວມ ເບີກບານມ່ວນຊື່ນກັບການສ້າງ ຂະບວນການ ສ້າງຜົນງານຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນສຳຄັນອື່ນໆຂອງຊາດ ຂອງພັກ-ລັດນັ້ນ ກອງພົນທີ 1 ຮ່ວມກັບໂຮງງານຊີມັງລາວວັງ ວຽງຈັດກິດຈະກຳຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບ ຄົບ ຮອບ 70 ປີ ແລະ ວັນສ້າງຕັ້ງ ກອງພົນທີ 1 ຄົບຮອບ 35 ປີ ຢ່າງມີບັນຍາກາດທີ່ສະໜິດສະ ໜົມ ແລະ ເບີກບານມ່ວນຊື່ນໃນ ວັນທີ 9 ທັນວາ 2018 ນີ້, ການ ສ້າງກິດຈະກຳຮ່ວມກັນຄັ້ງນີ້ ແມ່ນການຕຶກເບັດສາມັກຄີໜອງ ປາລວມຂອງສອງກົມກອງ, ໂດຍການເຂົ້າຮ່ວມຂອງ ພັນ ເອກ ແສງຍືນ ລັດສະໝີ ເລຂາ ຄະນະພັກ, ຫົວໜ້າການເມືອງ ກອງພົນທີ 1, ມີທ່ານ ທອງຈັນ ສຸ ນະຜົນ ຜູ້ອຳນວຍການໂຮງງານ ຊີມັງລາວວັງວຽງຫຼັງທີ 1, ພ້ອມ ດ້ວຍນາຍ ແລະ ພົນທະຫານ, ພະ ນັກງານລັດຖະກອນ ແລະ ກຳ ມະກອນຈາກສອງພາກສ່ວນເຂົ້າ ຮ່ວມ, ໂອກາດນີ້ຍັງໄດ້ທົບທວນ ຄືນບົດບັນທຶກສັນຍາແຮກສ່ຽວ ໃນຊຸມປີຜ່ານມາ ແລະ ຜັດປ່ຽນ ກັນແລກປ່ຽນບົດຮຽນໃນການ ພົວພັນຊ່ວຍເຫຼືອໃນດ້ານຕ່າງໆ ບົນພື້ນຖານການຈັດຕັ້ງປະຕິບັດ ແຜນການຮ່ວມມືແຮກສ່ຽວລະ ຫວ່າງສອງກົມກອງມີການພັດ ທະນາດີຂຶ້ນ ເຊິ່ງໃນໄລຍະ 4 ປີ ຜ່ານມາ ນີ້, ສອງກົມກອງໄດ້ເປັນ ເອກະພາບປົກປັກຮັກສາໜອງປາ ແລະ ລ້ຽງປາຮ່ວມກັນຢູ່ກອງພົນ ທີ 1, ລວມທັງໝົດ 3 ໜອງ ໃນ ນັ້ນມີໜອງປາຝາ 1 ໜອງ, ໜອງ ປາທົ່ວໄປ 2 ໜອງ, ປ່ອຍປາຈຳ ນວນ 15.000 ກວ່າໂຕ ແລະ ປ່ອຍປາຝາ 100 ກວ່າໂຕ ນີ້ກໍ ແມ່ນບາດກ້າວໃໝ່ຂອງການພົວ ພັນຮ່ວມມື ແລະ ພັດທະນາກົມ ກອງຮ່ວມກັນລະຫວ່າງກອງພົນ ທີ 1 ກັບໂຮງງານຊີມັງລາວວັງ ວຽງ. ພາຍຫຼັງສຳເລັດກິດຈະກຳຕຶກ ເບັດແລ້ວ ທັງສອງພາກສ່ວນກໍ ໄດ້ຈັດການແຂ່ງຂັນກີລາເປຕັງຢູ່ ກອງພົນທີ 1 ຕື່ມອີກ ດ້ວຍບັນ ຍາກາດສະໜິດສະໜົມຮັກແພງ ແລະ ເບີກບານມ່ວນຊື່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ