ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈູດທຳລາຍຢາເສບຕິດນ້ຳໜັກເກືອບ 700 ກິໂລ
ເວລາອອກຂ່າວ: 2020-10-16 09:21:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ອຳນາດການປົກຄອງນະ ຄອນຫຼວງວຽງຈັນ ໄດ້ຈັດພິທີ ຈູດທຳລາຍຢາເສບຕິດຊະນິດ ຕ່າງໆ ນໍ້າໜັກເກືອບ 700 ກິ ໂລ ໃນອາທິດຜ່ານມານີ້, ຢູ່ທີ່ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ, ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫຼວງວຽງຈັນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສຸກພະຈັນ ບຸດດາຄຳ ຫົວໜ້າກອງບັນຊາ ການ ປກສ ນະຄອນຫຼວງວຽງ ຈັນ ໃຫ້ຮູ້ວ່າ: ຢາເສບຕິດເປັນ ໄພອັນຕະລາຍທີ່ຮ້າຍແຮງຕໍ່ ມວນມະນຸດ ແລະ ມີລັກສະນະ ເພີ່ມຂຶ້ນ, ໂດຍ ສະເພາະແມ່ນ ສປປ ລາວ ກໍຄື ນະ ຄອນຫຼວງ ວຽງຈັນ. ການແຜ່ລາມຂອງຢາເສບ ຕິດກາຍເປັນໄພອັນຕະລາຍ ແລະ ໄດ້ສົ່ງຜົນກະທົບຕໍ່ການດຳລົງ ຊີວິດຂອງພໍ່ແມ່ປະຊາຊົນ ກໍຄື ຄວາມໝັ້ນຄົງ ແລະ ຄວາມສະ ຫງົບສຸກຂອງປະເທດຊາດ ສະ ນັ້ນ ພັກ-ລັດຖະບານ ກໍຄືອຳນາດ ການປົກຄອງນະຄອງຫຼວງວຽງ ຈັນ ຈິ່ງຖືເອົາການສະກັດກັ້ນ ແລະ ຕ້ານເປັນບັນຫາສຳຄັນ ເຊິ່ງໃນໜຶ່ງປີຜ່ານມາ, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ສາມາດແກ້ໄຂ ແລະ ມ້າງຄະດີ ຢາເສບຕິດໄດ້ 951 ຄັ້ງ, ກັກຕົວ ຜູ້ກະທຳຜິດໄດ້ 1.291ຄົນ, ຍິງ 147 ຄົນ. ໃນນີ້ມີຄົນຕ່າງປະເທດ 24 ຄົນ, ຍິງ 1 ຄົນ, ແກ້ໄຂສຳເລັດ ມີ 632 ເລື່ອງ, ສືບຕໍ່ແກ້ໄຂ 319 ເລື່ອງ, ສາມາດຍຶດຢາບ້າໄດ້ 2 ລ້ານກວ່າເມັດ, ເຮໂລອິນ 3 ແທ່ງ(1.992 ກຼາມ) ກັນຊາ 51,6 ກຼາມ, ຢາໄອ 846 ກິໂລ, ຢາອີ 10 ເມັດ , ຢຶດລົດໃຫຍ່ໄດ້ 8 ຄັນ, ລົດຈັກ 38 ຄັນ, ປືນສັ້ນ 2 ກະບອກ, ໂທລະສັບ 40 ໜ່ວຍ, ທີ່ດິນພ້ອມເຮືອນ 8 ຕອນ, ຄຳ 1.934 ກຼາມ, ເງິນກີບ 1.234.000 ກີບ, 6.921 ໂດ ລາ, 267.130 ບາດ ແລະ ສະ ກຸນເງິນອື່ນໆອີກຈຳນວນໜຶ່ງ. ສຳລັບຢາເສບຕິດທີ່ນຳມາ ທຳລາຍໃນຄັ້ງນີ້, ແມ່ນຢາບ້າ ແລະ ວັດຖຸເຄມີອອກລິດ ທີ່ສານ ໄດ້ຕັດສິນແລ້ວ ລວມນໍ້າໜັກ ເກືອບ 700 ກິໂລ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ