ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງຫຼວງນ້ຳທາຍ້ອງຍໍຜົນງານ 5 ປີ ໃຫ້ບັນດາກົມກອງ
ເວລາອອກຂ່າວ: 2020-10-16 09:11:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ໃນວັນທີ 13 ຕຸລາ 2020 ນີ້, ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ໄດ້ຈັດພິທີມອບໃບ ຍ້ອງຍໍຜົນງານ 5 ປີ 2016-2020, ຢູ່ທີ່ສະໂມສອນກອງ ບັນຊາການທະຫານແຂວງ ໂດຍ ການເປັນປະທານຂອງສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ຫົວໜ້າກອງບັນຊາການທະຫານ ແຂວງຫຼວງນໍ້າທາ, ມີຄະນະປະ ຈໍາພັກກອງບັນຊາການ, ຄະນະ ພັກ-ຄະນະບັນຊາ 5 ຫ້ອງ, ກົມ ກອງອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນຕີ ບຸນໄລ ຕຽນແສງດາວ ຫົວໜ້າພະແນກ ນະໂຍບາຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ສະ ບັບເລກທີ 3415/ກປທ ລົງວັນທີ 17/8/2020 ວ່າດ້ວຍການມອບ ຫຼຽນໄຊພິລາດອາດຫານໃຫ້ກົມກອງລວມໝູ່ 3 ກົມກອງ ໃນນີ້ ຫຼຽນໄຊພິລາດອາດຫານ ຊັ້ນ II ກອງບັນຊາການທະຫານແຂວງ ຫຼວງນໍ້າທາ, ຊັ້ນ III ກອງບັນຊາ ກາທະຫານມືອງນາແລ ແລະ ກອງບັນຊາການທະຫານເມືອງ ລອງ, ພ້ອມນັ້ນຍັງມີຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຍ້ອງຍໍ ລວມໝູ່ 6 ກົມກອງ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ອີ່ນແກ້ວ ມະນີຈັນ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ບັນດາກົມກອງຍາດມາ ໄດ້ໃນໄລຍະຜ່ານມາ ຈົ່ງສືບຕໍ່ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນໍາພາແນວຄິດເປັນບັນ ຫາສຳຄັນ ຕິດພັນກັບການຈັດ ຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ, ປະຕິ ບັດຕາມ 5 ຫຼັກການ 3 ທິດນໍາ ຂອງພັກ ເຮັດໃຫ້ພະນັກງານສະ ມາຊິກພັກເຂົ້າໃຈຕໍ່ພາລະບົດ ບາດສິດ, ໜ້າທີ່ ຂອງຕົນ, ກຳແໜ້ນ ທາງດ້ານທິດສະດີຫຼັກການໃນ ການປັບປຸງກໍ່ສ້າງກົມກອງເຂັ້ມ ແຂງ ໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ, ຈັດຕັ້ງເຊື່ອມ ຊຶມຜັນຂະຫຍາຍບັນດາມະຕິ ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດກົດ ລະບຽບຂອງກອງທັບສາມາດ ເຮັດໃຫ້ພະນັກງານສະມາຊິກ ພັກມີຄວາມຮູ້-ຄວາມເຂົ້າໃຈ ຢ່າງເລິກເຊິ່ງຕໍ່ທາດແທ້ຂອງ ພັກມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບ, ພະນັກງານມີທັດ ສະນະຫັນປ່ຽນຢ່າງຕັ້ງໜ້າ,ມີ ຄວາມບຸກບືນຕໍ່ໜ້າທີ່ວຽກງານ, ຫັນເອົາມະຕິຕ່າງໆຂອງຄະນະ ພັກຂັ້ນເທິງເປັນແຜນການ, ໂຄງ ກາານ, ແຜນງານຂອງກົມກອງກໍ ຄືໜ່ວຍພັກ,ເປັນລະບົບ,ທວງທັນ ກັບເວລາແທດເໝາະກັບສະພາບ ທ່າ ແຮງຄວາມເປັນຈິງຂອງກົມ ກອງ. ໂດຍ: ບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ