ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳແຂວງຄຳມ່ວນ ວາງກະຕ່າດອກໄມ້ຢູ່ອະນຸສາວະລີລະນຶກວັນປະກາດເອກະລາດ ຄົບຮອບ 75 ປີ
ເວລາອອກຂ່າວ: 2020-10-16 09:07:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ວັນທີ 13 ຕຸລາ 2020 ນີ້, ການນຳແຂວງຄຳມ່ວນ ເຊິ່ງນຳ ໂດຍທ່ານ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ, ປະທານ ສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍບັນດາການນໍາຂັ້ນ ຕ່າງໆພາຍໃນແຂວງ ໄດ້ວາງກະ ຕ່າດອກໄມ້ຢູ່ອະນຸສາວະລີ ປະ ທານ ໄກສອນ ພົມວິຫານ ແລະ ອະນຸສາວະລີ ປະທານ ສຸພານຸວົງ ເນື່ອງໃນໂອກາດຄົບຮອບ 75 ປີ ວັນປະກາດເອກະລາດ (12/10/ 1945-12/10/2020) ເພື່ອສະ ແດງຄວາມຈົງຮັກພັກດີ, ລະນຶກ ເຖິງຄຸນງາມຄວາມດີອັນປະເສີດ ເລີດລໍ້າທີ່ເປັນແບບຢ່າງອັນດີ ງາມຂອງທົ່ວພັກ, ທົ່ວລັດ, ທົ່ວ ກໍາລັງປະກອບອາວຸດ ແລະ ປະ ຊາຊົນບັນດາເຜົ່າ ທັງເປັນຜູ້ນໍາ ທີ່ດີເດັ່ນ, ເປັນວິລະບູລຸດຂອງ ຊາດລາວ ທີ່ໄດ້ນໍາພາປວງຊົນ ລາວບັນດາເຜົ່າ, ນໍາພາຂະບວນ ການປະທ້ວງຍຶດອໍານາດຍອມ ຕາຍດີກວ່າຍອມເປັນຂ້ອຍຂ້າ ເພື່ອຍາດເອົາເອກະລາດມາໃຫ້ ປະຊາຊົນລາວ ແລະ ຜືນແຜ່ນດິນ ລາວ ທີ່ໄດ້ຮັບໄຊຊະນະຈາກຈັກ ກະພັດລ່າເມືອງຂຶ້ນແບບເກົ່າ ໃນວັນທີ 12 ຕຸລາ 1945 ທັງເປັນ ມື້ປະກາດນໍາໃຊ້ທຸງຊາດວົງ ເດືອນ ແລະ ມີຊື່ປະເທດລາວ ໃຫ້ ຊາວໂລກໄດ້ຮັບຮູ້ມາເຖິງປັດຈຸ ບັນ. ຕໍ່ກັບບຸນຄຸນ ແລະ ຄຸນງາມ ຄວາມດີຂອງບັນພະບູລຸດລາວ ທີ່ໄດ້ກ່າວມານັ້ນ ການນໍາພັກ- ລັດ, ພະນັກງານ, ທະຫານ, ຕໍາ ຫຼວດ, ປະຊາຊົນລາວບັນດາເຜົ່າ ກໍຄືນັກຮຽນ, ນັກສຶກສາປັນຍາ ຊົນຈະໄດ້ນໍາເອົາບົດຮຽນອັນປະເສີດທີ່ເຕັມໄປດ້ວຍຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ນໍາໄປໝູນໃຊ້ເຂົ້າໃນວຽກງານ ຂອງຕົນ ແລະ ການດໍາລົງຊີວິດ ຕົວຈິງ, ຖືເອົາຄໍາສັ່ງສອນເພື່ອ ສ້າງຖັນແຖວພະນັກງານ, ສະມາ ຊິກພັກ, ພໍ່ແມ່ປະຊາຊົນບັນດາ ເຜົ່າໃຫ້ເປັນພົນລະເມືອງດີ, ມີ ຄຸນສົມບັດສິນທໍາປະຕິວັດ ແລະ ກາຍເປັນຜູ້ສືບທອດພາລະກິດ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃຫ້ ຮັ່ງມີຜາສຸກສັງຄົມມີຄວາມສີວິ ໄລ ແລະ ຍຸຕິທໍາ. ໂດຍ: ກອງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ