ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານອາກາດແຂ່ງຂັນນັກຮ້ອງສຽງດີ - ຂັບລຳສຽງມ່ວນ ຄັ້ງທີ I
ເວລາອອກຂ່າວ: 2020-10-16 09:03:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ໃນວັນທີ 13 ຕຸລາ 2020 ນີ້, ກອງບັນຊາການທະຫານອາ ກາດ ໄດ້ຈັດການແຂ່ງຂັນນັກ ຮ້ອງສຽງດີ-ຂັບລໍາສຽງມ່ວນ ທົ່ວກອງບັນຊາການທະຫານ ອາກາດ ຄັ້ງທີ I ໂດຍການເຂົ້າ ຮ່ວມຮັບຊົມຂອງ ສະຫາຍ ພົນ ຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການເມືອງກອງບັນຊາ ການທະຫານອາກາດ, ມີຄະນະ ພັກ-ຄະນະບັນຊາບັນດາກອງ ພັນໃຫຍ່ 702 -703 ແລະ ຄູອາ ຈານສິລະປະກອນກອງທັບ ພ້ອມດ້ວຍຜູ້ເຂົ້າແຂ່ງຂັນ ແລະ ພະນັກ ງານ-ນັກຮົບ ເຂົ້າຮ່ວມ. ການສ້າງກິດຈະກໍາການແຂ່ງ ຂັນນັກຮ້ອງສຽງດີ-ຂັບລໍາສຽງ ມ່ວນໃນຄັ້ງນີ້ເພື່ອຄັດເລືອກເອົາ ຕົວແທນນັກຮ້ອງສຽງດີ-ຂັບລໍາ ສຽງມ່ວນຜູ້ທີີ່ດີເດັ່ນ ແລະ ມີພອນ ສະຫວັນສິລະປະ-ວັນນະຄະດີ ມັກຮັກໃນການຮ້ອງເພງ-ຂັບລໍາ ທັງເປັນການກະກຽມສົ່ງເຂົ້າ ຮ່ວມການແຂ່ງຂັນນັກຮ້ອງສຽງ ດີຂັບລໍາ ທົ່ວກອງທັບ ຄັ້ງທີ IV ທັງເປັນການສ້າງຜົນງານຂະ ບວນການຂໍ່ານັບຮັບຕ້ອນວັນປະຫວັດສາດອັນສຳຄັນ ຂອງຊາດ-ຂອງພັກ-ຂອງກອງທັບໃຫ້ມີ ຄວາມເບີກບານມ່ວນຊື່ນຢ່າງຕໍ່ ເນື່ອງ. ຜູ້ເຂົ້າຮ່ວມແຂ່ງຂັນໃນຄັ້ງ ນີ້ແມ່ນມາຈາກກອງພັນໃຫຍ່ 702 ແລະ ກອງພັນໃຫຍ່ 703 ລວມທັງໝົດ 11 ສະຫາຍ, ຍິງ 2 ສະຫາຍ. ຜ່ານການແຂ່ງຂັນສາ ມາດຄັດເລືອກໄດ້ 3 ສະຫາຍ ເພື່ອຕາງໜ້າໃຫ້ກອງບັນຊາ ການທະຫານອາກາດເຂົ້າຮ່ວມ ການແຂ່ງຂັນນັກຮ້ອງສຽງດີທົ່ວ ກອງທັບທີ່ຈະຈັດຂຶ້ນໃນມໍ່ໆນີ້. ໂອກາດດັ່ງກ່າວ, ຍັງໄດ້ມອບ ເງິນລາງວັນໃຫ້ກົມກອງທີ່ຊະ ນະເລີດ ຄື: ລາງວັນທີ 1 ແລະ ທີ 2 ແມ່ນ ກອງພັນໃຫຍ່ 703 ເປັນຈໍານວນເງິນ 5.000.000 ກີບ, ລາງວັນທີ 2 ໄດ້ຮັບ 3.000.000 ກີບ ແລະ ລາງວັນ ທີ 3 ແມ່ນ ກອງພັນໃຫຍ່ 702 ໄດ້ຮັບເງິນສົດ 2.000.000 ກີບ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ