
ກະຊວງປ້ອງກັນປະເທດ ເຄື່ອນໄຫວວຽກງານມູນເຊື້ອກອງທັບ ຄົບຮອບ 70 ປີ ຢູ່ສຳນັກງານອົງການຕ່າງໆ
ເວລາອອກຂ່າວ: 2018-12-17 08:41:57 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349219459 | ຄວາມນິຍົມ:
ໃນວັນທີ 14 ທັນວາ 2018 ນີ້, ກະຊວງປ້ອງກັນປະເທດໄດ້ ລົງເຄື່ອນໄຫວປາຖະກະຖາມູນ ເຊື້ອວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ຢູ່ສໍາ ນັກງານອົງການຕ່າງໆ, ໃນນັ້ນ, ທ່ານ ພົນຈັດຕະວາ ຄໍາຫຼ້າ ພັນ ໄຊຍະສຸກ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວ ໜ້າການເມືອງວິທະຍາຄານ ປ້ອງກັນຊາດໄກສອນ ພົມວິຫານ ໄດ້ເຄື່ອນໄຫວປາຖະກະຖາຢູ່ວິ ທະຍາໄລເຕັກນິກປາກປ່າສັກ ໂດຍມີ ທ່ານ ອາຈານ ຄໍາເປີ ວົງ ສີປະສົມ ຮອງຜູ້ອໍານວຍການວິ ທະຍາໄລດັ່ງກ່າວເຂົ້າຮ່ວມ, ສ່ວນທ່ານ ພົນຈັດຕະວາ ຄໍາເພັດ ສີຊານົນ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ ໄດ້ເຄື່ອນໄຫວປາຖະ
ກະຖາ ຢູ່ກະຊວງອຸດສາຫະກຳ
ແລະ ການຄ້າ ໂດຍມີທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະ ຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມ ແລະ ທ່ານ ພົນຈັດຕະ ວາ ແກ່ນສີ ມະນີວົງ ພະນັກງານ ປະຕິວັດອາວຸໂສບໍານານ ອະດີດ ຄະນະພັກກະຊວງປ້ອງກັນປະ ເທດ ອະດີດຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ໄດ້ເຄື່ອນ ໄຫວປາຖະກະຖາຢູ່ຫ້ອງວ່າ ການປະທານປະເທດ, ໂດຍມີ ທ່ານ ຄໍາເມິງ ພົງທະດີ ກຳມະ ການສູນກາງພັກ, ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະ ເທດເຂົ້າຮ່ວມຮັບຟັງ.
ຢູ່ແຕ່ລະແຫ່ງການນໍາກະຊວງ ປ້ອງກັນປະເທດ ແມ່ນໄດ້ຍົກ ໃຫ້ເຫັນປະຫວັດສາດມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ຂະ ຫຍາຍຕົວລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນ ລາວ ຍາດມາໄດ້ຕະຫຼອດ 70 ປີ ຜ່ານມາ ເຊິ່ງກອງທັບປະຊາຊົນ ລາວແມ່ນໄດ້ຮັບການສ້າງຕັ້ງ ຂຶ້ນໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ, ເມືອງ ຊຽງຄໍ້, ແຂວງຫົວພັນ ໂດຍແມ່ນ ປະທານໄກສອນພົມວິຫານ ເປັນ ຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນ ຊາໂດຍກົງ ນັບແຕ່ກອງທັບເຮົາ ໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ຮັບ ພາລະກິດອັນໜັກໜ່ວງຕໍ່ສູ້ກູ້ ຊາດຕ້ານກັບຈັກກະພັດຜູ້ຮຸກ ຮານທັງແບບເກົ່າ ແລະ ແບບ ໃໝ່ທີ່ມີອາວຸດ, ພາຫະນະສົງ ຄາມ ແລະ ກຳລັງພົນທີ່ເໜືອ ກວ່າ ເພື່ອປົກປັກຮັກສາປະເທດ ຊາດ ແຕ່ດ້ວຍນ້ຳໃຈຮັກຊາດເດັດ ດ່ຽວໜຽວແໜ້ນ ກອງທັບກໍໄດ້ຕໍ່ ສູ້ຢ່າງອົງອາດກ້າຫານ, ຍືດເຍື້ອ ຍາວນານ, ທໍລະຫົດອົດທົນ ເຕັມ ໄປດ້ວຍຄວາມເສຍສະຫຼະອັນ ສູງສົ່ງຂອງກອງທັບ ແລະ ປະຊາ ຊົນເຮົາ, ກອງທັບເຮົາຍິ່ງຕີກໍ ຍິ່ງມີຄວາມເຕີບໃຫຍ່ເຂັ້ມແຂງ, ຍິ່ງຕີກໍຍິ່ງໄດ້ຮັບໄຊຊະນະ, ຈາກ ໄຊຊະນະນີ້, ບັ້ນຮົບນີ້ໄປສູ່ໄຊຊະ ນະໃນບັ້ນຮົບໃໝ່ຍິ່ງໃຫຍ່ກວ່າ ເກົ່າ ແລະ ກ້າວໄປເຖິງໄຊຊະຂັ້ນ ສຸດທ້າຍ ສາມາດປົດປ່ອຍປະ
ເທດຊາດ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ ຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ຈາກນັ້ນມາກອງທັບ ກໍໄດ້ເຮັດໜ້າທີ່ເປັນກຳລັງຫຼັກ ແຫ່ຼງໃນການປົກປັກຮັກສາປະ ເທດຊາດໃຫ້ມີຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ ສ້າງ ເງື່ອນໄຂໃຫ້ປະເທດຊາດໄດ້ສ້າງ ສາພັດທະນາຮອບດ້ານຊີວິດ ການເປັນຢູ່ຂອງປະຊາຊົນນັບມື້ ດີຂຶ້ນເປັນກ້າວໆ.
ຈຸດປະສົງກໍເພື່ອເປັນການໂຄ ສະນາ, ສຶກສາອົບຮົມມູນເຊື້ອ ອັນພິລາດອາດຫານທີ່ກອງທັບ ແລະ ປະຊາຊົນລາວຍາດມາໄດ້ ຕະຫຼອດໄລຍະ 70 ປີຜ່ານມາ ໃຫ້ກວ້າງຂວາງ ເຮັດໃຫ້ພະນັກ ງານລັດຖະກອນ, ສະມາຊິກພັກ, ນັກຮຽນ-ນັກສຶກສາ ແລະ ປະຊາ ຊົນຊັ້ນຄົນຕ່າງໆ ມີຈິດໃຈຮັກ ຊາດຮັກລະບອບໃຫມ່, ສ້າງ ຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງເພິ່ງ ຕົນເອງ, ມີສະຕິລະວັງຕົວຕໍ່ກົນ ອຸບາຍຫັນປ່ຽນໂດຍສັນຕິຂອງ ອິດທິກຳລັງປໍລະປັກ ແລະ ເປັນ ເຈົ້າການເຂົ້າຮ່ວມປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານຂອງພັກ ທັງເປັນການໂຄ ສະນາສຶກສາອົບຮົມນໍ້າໃຈປະຕິ ວັດ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງຄຸນ ສົມບັດສິນທໍາປະຕິວັດ, ຄຸນງາມ ຄວາມດີຂອງປະທານ ໄກສອນ ພົມວິຫານ ກໍຄື ບັນດາຜູ້ນໍາຮຸ່ນ ກ່ອນ ແລະ ພະນັກງານປະຕິວັດ ຖືໂອກາດນີ້ສ້າງຂະບວນການ ຕອບບຸນແທນຄຸນຜູ້ທີ່ໄດ້ເສຍສະ ຫລະຊີວິດ, ຜູ້ເສຍອົງຄະ, ຄອບ ຄົວຜູ້ທີ່ມີຜົນງານທີ່ໄດ້ປະກອບ ສ່ວນເຂົ້າໃນພາລະກິດຕໍ່ສູ້ປົດ ປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ສ່ວນຢູ່ວິທະຍາໄລເຕັກນິກ ປາກປ່າສັກ ນອກຈາກໄດ້ປາຖະ ກະຖາມູນເຊື້ອກອງທັບແລ້ວ ຍັງໄດ້ປາຖະກະຖາມູນເຊື້ອວັນ ຊາດທີ 2 ທັນວາຄົບຮອບ 43 ປີ, ມູນເຊື້ອການສ້າງຕັ້ງເມືອງວຽງ ໄຊ ຖານທີ່ໝັ້ນຂອງການປະຕິ ວັດລາວຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ອີກດ້ວຍ.
ໂດຍ: ນ. ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ