ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຖະແຫຼງຂ່າວການກະກຽມ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-14 19:28:01 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວຫນ້າຄະນະຊີ້ນໍາລະດັບຊາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາ ຊົນລາວ ຄົບຮອບ 70 ປີ ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບຄົບຮອບ 70 ໃນວັນທີ 14 ທັນວາ 2018 ນີ້, ໂດຍມີຮອງເລຂາຄະນະພັກ, ຮອງລັດ ຖະມົນຕີ, ຄະນະພັກ-ຄະນະນໍາ ບັນດາກະຊວງ-ອົງການອ້ອມຂ້າງສູນກາງ, ຫົວໜ້າ, ຮອງຫົວໜ້າບັນນາ ທິການຂອງບັນດາ ອົງການສື່ມວນຊົນຂັ້ນສູນກາງ, ພະນັກງານຫລັກແຫລ່ງ, ນາຍ ແລະ ພົນທະຫານເຂົ້າຮ່ວມ. ໃນບົດຖະແຖງຂ່າວຂອງ ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ບາງຕອນໄດ້ຍົກໃຫ້ ເຫັນປະຫວັດສາດແຫ່ງການກໍາ ເນີດເຕີບໃຫຍ່ຂະຫຍາຍຕົວລວມ ທັງຜົນງານໄຊຊະນະ, ວີລະກໍາ ອັນລໍ້າເລີດຂອງກອງທັບຕະ ຫຼອດໄລຍະ 70 ປີຜ່ານມາບົນ ຍ່ານທາງແຫ່ງການສ້າງຕັ້ງ, ສູ້ ຮົບມີໄຊ ແລະ ເຕີບໃຫຍ່ຂະ ຫຍາຍຕົວ ພາຍໃຕ້ການນໍາພາ ອັນປີຊາສາມາດສະຫລາດສ່ອງ ໃສຂອງພັກ ໂດຍມີປະທານ ໄກ ສອນ ພົມວິຫານ ເປັນຜູ້ນໍາຫນ້າ, ກອງທັບເຮົາໄດ້ຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍ ການເສຍສະຫລະອັນໃຫຍ່ ຫລວງໃນພາລະກິດຕໍ່ສູ້ປົດປ່ອຍ ຊາດ ສາມາດເຮັດສໍາເລັດພາລະ ກໍາປະຫວັດສາດທີ່ພັກ ແລະ ປະ ຊາຊົນມອບຫມາຍໃຫ້ຢ່າງມີໄຊ ອັນພົ້ນເດັ່ນກວ່າຫມູ່ແມ່ນຕີເອົາ ຊະນະຈັກກະພັດລ່າເມືອງຂຶ້ນ ຝຣັ່ງ, ຈັກກະພັດອາເມຣິກາຜູ້ຮຸກ ຮານພ້ອມດ້ວຍລູກແຫລ້ງຕີນມື ຂອງພວກເຂົາໃຫ້ປາລະໄຊ, ສາ ມາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງ ສະຫງ່າຜ່າເຜີຍ. ເພື່ອຮັບປະກັນສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບຄົບ ຮອບ 70 ປີ ໃຫ້ມີເນື້ອໃນຄວາມ ໝາຍເລິກເຊິ່ງ ແລະ ບັນຍາການ ຟົດຟື້ນນັ້ນ, ໂດຍພາຍໃຕ້ການຊີ້ ນໍາຂອງຄະນະຊີ້ນໍາລະດັບຊາດ.ບັນດາຄະນະຮັບຜິດຊອບ, ອະນຸກຳມະການກະຊວງປ້ອງກັນ ປະເທດ. ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນໃນການຫ້າງຫາກະກຽມເງື່ອນໄຂ ແລະ ຄວາມພ້ອມດ້ານຕ່າງໆໃຫ້ທັນເວລາ ເພື່ອຈັດຕັ້ງສະເຫຼີມສະຫຼອງຢ່າງ ສົມກຽດ ເຊິ່ງບັນດາວຽກທີ່ໄດ້ກະກຽມມາ ແລະ ສຳເລັດແລ້ວມີຄື: 1. ໄດ້ສ້າງບັນດານິຕິກຳຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການ ເຄື່ອນໄຫວຈັດຕັ້ງການສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ. 2. ຈັດຕັ້ງພິທີເປີດບັ້ນແຂ່ງຂັນ ທົ່ວກອງທັບຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ຕິດພັນກັບການສ້າງກອງຮາກ ຖານ ໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ; ການສ້າງນັກ ຮົບວັດທະນະທຳ-ກົມກອງວັດ ທະນະທຳ; ກົມກອງປອດໃສ ປອດໄພ ປອດຄະດີ ແລະ ອື່ນໆ. 3. ເປີດບັ້ນດຳເນີນຊີວິດການ ເມືອງທົ່ວກອງທັບ ເຊິ່ງໄດ້ຈັດ ຕັ້ງດຳເນີນຢູ່ຂັ້ນກະຊວງ ແລະ ບັນດາກົມກອງ-ທ້ອງຖິ່ນທົ່ວ ກອງທັບ. 4. ຈັດຕັ້ງແຂ່ງຂັນສິລະປະ- ວັນນະຄະດີສະໝັກຫຼິ້ນທົ່ວກອງ ທັບຄັ້ງທີ 5 ຮອບຄັດເລືອກຢູ່ 3 ເຂດ: ເຂດແຂ່ງຂັນທີ 1 ແມ່ນ ແຂວງອຸດົມໄຊເປັນເຈົ້າພາບ, ເຂດແຂ່ງຂັນທີ 2 ແມ່ນແຂວງ ສະຫວັນນະເຂດເປັນເຈົ້າພາບ, ເຂດແຂ່ງຂັນທີ 3 ແມ່ນແຂວງ ວຽງຈັນເປັນເຈົ້າພາບ ແລະ ຈັດ ງານແຂ່ງຂັນຊີງຊະນະເລີດຢູ່ ກະຊວງປ້ອງກັນປະເທດ ນະ ຄອນຫຼວງວຽງຈັນ. 5. ຈັດຕັ້ງແຂ່ງຂັນກີລາກາຍະ ກຳ ແລະ ກີລາການທະຫານທົ່ວ ກອງທັບຄັ້ງທີ II ເຊິ່ງຈັດເປັນ 5 ເຂດຄື: ພາກເໜືອ, ພາກຕາເວັນ ອອກສ່ຽງເໜືອ: ເຂດພາກກາງ, ເຂດພາກໃຕ້ ແລະ ເຂດໃຈກາງ ນະຄອນຫຼວງວຽງຈັນ. 6. ຈັດຕັ້ງຫັດແອບ ແລະ ສວນ ສະໜາມສະແດງກຳລັງຂອງບັນ ດາເຫຼົ່າຮົບ ນັບທັງກຳລັງພົນ ແລະ ພາຫະນະເພື່ອຮັບປະກັນ ໃຫ້ແກ່ການສະເຫຼີມສະຫຼອງວັນ ດັ່ງກ່າວມີເນື້ອໃນເລິກເຊິ່ງ, ມີ ຄວາມໝາຍສຳຄັນ ແລະ ມີບັນ ຍາກາດຄຶກຄື້ນ. 7. ທຸກພາກສ່ວນກົມກອງ- ທ້ອງຖິ່ນໄດ້ກະກຽມ ແລະ ຈັດ ຕັ້ງການປ້ອງກັນເວນຍາມ ຮັກ ສາຄວາມສະຫງົບປອດໄພເຂັ້ມ ງວດໃນທຸກດ້ານ. 8. ຈັດຕັ້ງການເຄື່ອນໄຫວເກັບ ກຳຂໍ້ມູນ ແລະ ຖ່າຍທຳຮູບເງົາ ເອກະສານມູນເຊື້ອກອງທັບຮ່ວມ ກັບກົມໃຫຍ່ການເມືອງກອງທັບ ປະຊາຊົນຫວຽດນາມ ແລະ ບໍລິ ສັດດາວແດງຂອງກອງທັບສະ ຫະພັນຣັດເຊຍພາຍໃຕ້ຫົວບົດ: ^ ການຮ່ວມມືດ້ານເຕັກນິກການ ທະຫານລະຫວ່າງຣັດເຊຍ-ລາວ^ ຄາດວ່າຮູບເງົາທັງສອງ ເລື່ອງດັ່ງກ່າວຈະສຳເລັດກ່ອນ ວັນທີ 20 ມັງກອນ 2019. 9. ໄດ້ຕ້ອນຮັບການມາສະແດງ ມິດຕະພາບຂອງຄະນະສິລະປະ ກອນກອງທັບປະຊາຊົນຫວຽດ ນາມ 2 ຄະນະເຊັ່ນ: ຄະນະສິລະ ປະທະຫານເຂດ 2 ແລະ ເຂດ 4; ຄະນະສິລະປະກອງທັບຣາຊະອາ ນາຈັກໄທ. 10. ສືບຕໍ່ຍູ້ແຮງຂະບວນການ ປະຕິບັດມະຕິຂອງຄະນະພັກກະ ຊວງປ້ອງກັນປະເທດວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານໃນທົ່ວ ກຳລັງຫຼວງ ແລະ ກຳລັງທ້ອງ ຖິ່ນໃຫ້ຟົດຟື້ນ ແລະ ເຂົ້າສູ່ລວງ ເລິກ (ເນື້ອແທ້ແມ່ນການປັບປຸງ ກຳລັງຮອບດ້ານ ແລະ ເຮັດໃຫ້ ປະເທດຊາດມີຄວາມສະຫງົບ). ນັບແຕ່ນີ້ຮອດວັນທີ 20 ມັງ ກອນ 2019 ການຈັດຕັ້ງການ ເຄື່ອນໄຫວສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບຍັງມີຫຼາຍກິດ ຈະກຳທີ່ຈະໄດ້ສຸມໃສ່ເພື່ອເຮັດ ໃຫ້ການສະເຫຼີມສະຫຼອງວັນດັ່ງ ກ່າວມີເນື້ອໃນອຸດົມສົມບູນ, ມີ ຄວາມ ໝາຍເລິກເຊິ່ງ ແລະ ມີບັນ ຍາກາດຟົດຟື້ນເປັນຕົ້ນແມ່ນ: 1. ສືບຕໍ່ຈັດຕັ້ງໂຄສະນາປາຖະ ກະຖາກ່ຽວກັບປະຫວັດມູນເຊື້ອ ຂອງກອງທັບ ຢ່າງ ແຂງແຮງໃນ ທົ່ວສັງຄົມ, ພ້ອມກັນນັ້ນກໍສຸມ ໃສ່ໂຄສະນາຜ່ານສື່ຕ່າງໆຢ່າງ ກວ້າງຂວາງຕໍ່ເນື່ອງ. 2. ຈັດຕັ້ງປະດັບປະດາສະ ຖານ ທີ່ສຳນັກງານອົງການ, ກົມ ກອງ-ທ້ອງຖິ່ນດ້ວຍຮູບພາບ, ຄຳຂວັນ, ທຸງຊາດ, ທຸງພັກ, ທຸງ ທິວຕ່າງໆໃຫ້ຈົບງາມ. 3. ຈັດຕັ້ງພົບປະບັນດາວີລະ ຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານປະຕິວັດອາວຸໂສ-ບຳ ນານ ແລະ ນາງໝ້າຍຂອງພະ ນັກງານປະຕິວັດ, ຈັດຕັ້ງການ ໄປຢ້ຽມຢາມ, ອວຍພອນອະດີດ ການນຳພັກ-ລັດ, ການນຳກະ ຊວງປ້ອງກັນປະເທດ, ຢ້ຽມ ຢາມບັນດາສູນເສຍອົງຄະ, ໂຮງ ໝໍ 103, ບ້ານຈັດສັນ 194 ຫ້ວຍ ໝາກພິກ ແລະ ອື່ນໆ. ພ້ອມນັ້ນ ບັນດາສະຫາຍກຳມະການກົມ ການມືອງ, ເລຂາທິການສູນກາງ ພັກ ຈະໄດ້ແບ່ງກັນລົງໄປຢ້ຽມຢາມກົມກອງທະຫານກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນ ທົ່ວປະເທດ. 4. ຈັດງານວາງສະແດງຮູບ ພາບ ແລະ ຜະລິດຕະພັນບັນດາ ກະສິກຳ, ອຸດສາຫະກຳທີ່ກອງ ທັບຜະລິດໄດ້ ຢູ່ຫໍພິພິທະພັນປະ ຫວັດສາດກອງທັບ. 5. ກອງສິລະປະກອນກອງ ທັບຈະໄດ້ຈັດການສະແດງຂໍ່າ ນັບຊົມເຊີຍວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ຢູ່ຫໍວັດທະນະທຳແຫ່ງຊາດ ເປັນ ເວລາ 2 ຄືນ. ພ້ອມກັນນັ້ນກໍຈະ ມີການສະແດງຂອງກອງສິລະ ປະກອນກອງທັບ ປະເທດເພື່ອນ ມິດໃກ້ຄຽງຈຳນວນ 6 ຄະນະຄື: ກອງສິລະປະກອນທະຫານເຂດ 5 ຂອງກອງທັບປະຊາຊົນຫວຽດ ນາມ, ກອງສິລະປະກອນກອງ ທັບ ຣາຊະອານາຈັກກຳປູເຈຍ 1 ຄະນະ, ກອງສິລະປະກອນກອງ ທັບປົດປ່ອຍປະຊາຊົນຈີນ 1 ຄະ ນະ, ກອງສິລະປະກອງທັບ ຣາ ຊະອານາຈັກໄທ 1 ຄະນະ, ກອງ ສິລະປະກອນກອງທັບສະຫະ ພາບມຽນມາ 1 ຄະນະ. 6. ໃນມື້ວັນທີ 20 ມັງກອນ 2019 ຈະໄດ້ຈັດຕັ້ງພິທີໂຮມ ຊຸມ ນຸມສະເຫຼີມສະຫຼອງລະດັບຊາດ ຢູ່ທີ່ສະໜາມເຝິກແອບກີລາທີ່ ວິທະຍາຄານກົມມະດຳ ໂດຍຈະມີການສວນສະໜາມສະແດງກຳ ລັງ ທັງກຳລັງພົນ ແລະ ພາຫະ ນະເຫຼົ່າຮົບຕ່າງໆ. ເພື່ອກະກຽມຄວາມພ້ອມໃຫ້ ແກ່ການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບຄົບຮອບ 70 ປີນີ້ ກະຊວງປ້ອງກັນປະເທດ ກໍຄືກອງທັບພວກເຮົາໄດ້ດຳເນີນ ມາຫຼາຍໜ້າວຽກຄືດັ່ງກ່າວ. ປັດຈຸບັນນີ້, ທຸກເຫຼົ່າຮົບ, ທຸກກົມ ກອງພວມຈັດຕັ້ງປະຕິບັດວຽກ ງານຂອງຕົນຢ່າງຫ້າວຫັນ ແລະ ເປັນຂະບວນຟົດຟື້ນ, ສຸມໃສ່ຮັບ ປະກັນຄວາມສະຫງົບປອດໄພ ໃນຂອບເຂດຮັບຜິດຊອບຂອງ ຕົນ. ເພື່ອເຮັດໃຫ້ມູນເຊື້ອອັນດີ ງາມ, ຜົນງານ ແລະ ໄຊຊະນະ ອັນໃຫຍ່ຫຼວງ, ວີລະກຳອັນລໍ້າ ເລີດຂອງກອງທັບປະຊາຊົນ ລາວ ວີລະຊົນໄດ້ຮັບການໂຄສະ ນາເຜີຍແຜ່ຢ່າງກວ້າງຂວາງທົ່ວ ເຖິງ ແລະ ເລິກເຊິ່ງ, ເຮັດໃຫ້ ການເຄື່ອນໄຫວຈັດຕັ້ງສະເຫຼີມ ສະຫຼອງວັນດັ່ງກ່າວໄດ້ຖືກຮັບຮູ້ ແຜ່ຫຼາຍໃນໝູ່ມະຫາຊົນ ທັງ ພາຍໃນ ແລະ ຕ່າງປະເທດ. ຕາງ ໜ້າໃຫ້ຄະນະກຳມະການລະດັບ ຊາດ ແລະ ຄະນະນຳກະຊວງ ປ້ອງກັນປະເທດ ຮຽກຮ້ອງມາ ຍັງບັນດາສະຫາຍຄະນະພັກ ບັນ ດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນທົ່ວປະເທດ, ສື່ ມວນຊົນທຸກພາກສ່ວນ ຈົ່ງພ້ອມ ກັນໂຄສະນາທາດແທ້ມູນເຊື້ອ ປະຕິວັດ, ຜົນງານ ແລະ ໄຊຊະ ນະຂອງກອງທັບປະຊາຊົນ ລາວ, ສະເໜີບັນດາບັ້ນຮົບ, ບັ້ນ ຕີທີ່ດຸເດືອດ, ວີລະກຳຂອງບັນ ດາວີລະຊົນ, ນັກຮົບແຂ່ງຂັນ, ຄອບຄົວປະຕິວັດທີ່ມີຜົນງານດີ ເດັ່ນ ແລະ ຂະບວນການອື່ນໆ ຢ່າງຟົດຟື້ນ. ໃນໂອກາດດຽວກັນນີ້, ສະ ຫາຍ ພົນໂທ ໄອ່ ສຸລິຍະແສງ ພະນັກງານປະຕິວັດອາວຸໂສບຳ ນານ ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຍັງໄດ້ ມອບປຶ້ມສະຫຼຸບບັນດາບັ້ນຮົບ ຢູ່ລາວທີ່ພົ້ນເດັ່ນຈຳນວນໜຶ່ງ ຂຽນໂດຍເພິ່ນເອງ ໃຫ້ແກ່ກະ ຊວງປ້ອງກັນປະເທດອີກດ້ວຍ ໂດຍແມ່ນ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ເປັນຜູ້ກ່າວຮັບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ