ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນປັດໃຈ ທະຫານແຂວງຊຽງຂວາງເປີດຂະບວນການສ້າງກອງ 3 ປອດ
ເວລາອອກຂ່າວ: 2020-10-14 08:22:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ກອງພັນປັດໃຈ ທະຫານ ແຂວງຊຽງຂວາງ ເປີດຂະບວນ ການສ້າງກອງ 3 ປອດ(ປອດໃສ ປອດໄພ ປອດຄະດີ) ຂຶ້ນໃນ ຕົ້ນເດືອນຕຸລາ 2020 ນີ້, ໂດຍ ການເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພັນເອກ ຂັນທອງ ວົງອຳ ຄາ ກຳມະການພັກແຂວງ, ເລຂາ ຄະນະພັກ, ຫົວໜ້າການເມືອງກອງ ບັນຊາການທະຫານແຂວງຊຽງ ຂວາງ, ມີຄະນະພັກ-ຄະນະບັນ ຊາ, ຫົວໜ້າໜ່ວຍງານກໍ່ສ້າງຮາກ ຖານການເມືອງ ຕະຫຼອດຮອດ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ວິໄລເງິນ ສອນເພັດພະຈັນ ຫົວໜ້າການ ເມືອງກອງພັນດັ່ງກ່າວ ໄດ້ຂຶ້ນ ຜ່ານບົດລາຍງານການກໍ່ສ້າງ ກອງປອດໃສ ປອດໄພ ປອດຄະດີ ປະຈຳປີ 2020 ເຊິ່ງໄລຍະຜ່ານ ມາ, ຄະນະພັກ-ຄະນະບັນຊາ, ໄດ້ ຖືສຳຄັນວຽກງານສຶກສາອົບ ຮົມການເມືອງ-ແນວຄິດໃຫ້ພະ ນັກງານ-ນັກຮົບ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງພວກອິດ ທິກຳລັງປໍລະປັກຮູ້ຈຳແນກໄດ້ ມິດ ແລະ ສັດຕູຢ່າງຈະແຈ້ງ, ຖື ເອົາວຽກງານປ້ອງກັນພັກ-ພະ ນັກງານ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ມີຄວາມສາມັກຄີເປັນ ເອກະພາບ, ລວມສູນປະຊາທິປະ ໄຕ ເຮັດວຽກເປັນໝູ່ຄະນະ, ຮັກ ສາຄວາມລັບຂອງຊາດ, ຂອງພັກ ຂອງກອງທັບ ແລະ ຂອງກົມ ກອງບໍ່ໃຫ້ຮົ່ວໄຫຼໄປສູ່ກຸ່ມຄົນບໍ່ດີ ໃຫ້ໄດ້ 100%. ກຳແໜ້ນ ແລະ ຄຸ້ມຄອງສະພາບພາຍໃນຂອງພະ ນັກງານ-ນັກຮົບທຸກສະຫາຍຮັບ ປະກັນໃຫ້ມີຄວາມປອດໃສທາງ ດ້ານການເມືອງ-ແນວຄິດ, ພ້ອມ ນັ້ນຍັງໄດ້ຖືເອົາຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນໄມ້ຫຼາວັດແທກຄຸນທາດ ການເມືອງຂອງກົມກອງ ເຮັດໃຫ້ ວຽກງານປ້ອງກັນພາຍໃນກາຍ ເປັນຄວາມຮັບຜິດຊອບຂອງຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານ-ນັກຮົບແຕ່ລະສະ ຫາຍຮູ້ຈັກປ້ອງກັນຕົນເອງ, ປ້ອງ ກັນກົມກອງ ແລະ ປ້ອງກັນການ ຈັດຕັ້ງ ໃຫ້ມີຄວາມສະຫງົບປອດ ໄພ 100%. ຈາກນັ້ນ, ຄະນະພັກ- ຄະນະບັນຊາກົມກອງຮາກຖານ ຂຶ້ນກັບ ກໍໄດ້ພ້ອມກັນຂຶ້ນຈັບມື ຮັບເອົາຂໍ້ແຂ່ງຂັນການສ້າງກອງ 3 ປອດ ປອດໃສ ປອດໄພ ປອດ ຄະດີ ແລະ ພ້ອມກັນນຳໄປຈັດຕັ້ງ ປະຕິບັດໃຫ້ປະກົດຜົນເປັນຈິງ. ໂອກາດນີ້, ສະຫາຍ ພັນເອກ ຂັນທອງ ວົງອຳຄາ ກໍໄດ້ເນັ້ນ ໃຫ້ຄະນະພັກ-ຄະນະບັນຊາທຸກ ຂັ້ນເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດ ໃຫ້ ພະນັກງານ-ນັກຮົບເປັນປົກກະ ຕິ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງຖືກຕ້ອງ ຕາມຫຼັກການນຳພາ-ບັນຊາ, ເພີ່ມທະວີວຽກງານອົບຮົມ-ຫັດແອບປັບປຸງລະບຽບແບບ ແຜນຂອງກົມກອງ ໃຫ້ມີຄວາມ ຊຳນິຊຳນານໃນການນຳໃຊ້ສິລະ ປະຍຸດ-ຍຸດທະວິທີ, ກວດກາ-ຄຸ້ມ ຄອງພາຫະນະ-ເຕັກນິກ, ຄຸ້ມ ຄອງທັບ, ລ້ຽງດູກຳລັງ, ເພີ່ມທະ ວີການພົວພັນຮ່ວມມືແລກປ່ຽນ ບົດຮຽນກັບກົມກອງເພື່ອນ, ອຳ ນາດການປົກຄອງໃກ້ຄຽງ ພ້ອມ ກັນເອົາໃຈໃສ່ໃນການສ້າງກົມ ກອງໃຫ້ກາຍເປັນກອງປອດໃສ ປອດໄພ ປອດຄະດີ ໄດ້ຕາມແຜນ ການທີ່ກຳນົດໄວ້. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ