ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດບ້ານຄຳແກ້ວ ເມືອງຫີນບູນ ເປັນຕົວເມືອງນ້ອຍໃນຊົນນະບົດ
ເວລາອອກຂ່າວ: 2020-10-13 08:34:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ພິທີປະກາດ ແລະ ຮັບຮອງ ເອົາບ້ານຄຳແກ້ວ ເມືອງຫີນບູນ ແຂວງຄຳມ່ວນ ເປັນຕົວເມືອງ ນ້ອຍໃນຊົນນະບົດ ໄດ້ຈັດຂຶ້ນ ໃນວັນທີ 9 ຕຸລາ ນີ້, ໂດຍການ ເຂົ້າຮ່ວມຂອງ ທ່ານ ໂອໄດ ສຸ ດາພອນ ເຈົ້າແຂວງໆຄຳມ່ວນ, ທ່ານ ຄຳສິງ ອໍລະວັນ ເຈົ້າ ເມືອງໆຫີນບູນ, ມີບັນດາທ່ານ ການນຳຂັ້ນແຂວງ, ເມືອງອ້ອມ ຂ້າງ, ພະແນກ, ຂະແໜງການ ຕ່າງໆໃນທົ່ວເມືອງຫີນບູນ ພ້ອມ ດ້ວຍອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານຄຳ ແກ້ວ ເຂົ້າຮ່ວມ. ທ່ານ ກອບແກ້ວ ດວງພະຈັນ ນາຍບ້ານ ຄຳແກ້ວ ໄດ້ສະຫຼຸບຕີ ລາຄາການຈັດຕັ້ງປະຕິບັດແຜນ ພັດທະນາ ບ້ານຄຳແກ້ວ ໃນໄລ ຍະຜ່ານມາ. ເຊິ່ງບ້ານຄຳແກ້ວ ແມ່ນນອນຢູ່ໃນການກຳນົດເປັນຈຸດສຸມຂອງເມືອງ ແລະ ແຂວງ ເຊິ່ງໄດ້ດຳເນີນການສ້າງມາແຕ່ປີ2015, ຢູ່ຫ່າງຈາກເທສະບານ ເມືອງຫີນບູນ 27 ກິໂລແມັດ ແລະ ຫ່າງຈາກເທສະບານແຂວງຄຳ ມ່ວນ 50 ກິໂລແມັດ, ປະກອບ ມີ 277 ຄອບຄົວ. ໃນນັ້ນມີຄອບ ຄົວພະນັກງານ ກວມເອົາ 44%, ຄອບຄົວຊາວຄ້າຂາຍກວມ 14% ແລະ ຄອບຄົວປະຊາຊົນ 42%, ມີພົນລະເມືອງ 1.451 ຄົນ, ມີ ເນື້ອທີ່ທັງໝົດ 12.557.065 ຕາແມັດ, ສ່ວນໃຫຍ່ເປັນເຂດທົ່ງ ພຽງມີສາຍນໍ້າຫີນບູນໄຫຼຜ່ານ ເຊິ່ງເໝາະແກ່ການສ້າງຊົນລະ ປະທານເຂົ້າໃນການປູກຝັງ, ລ້ຽງສັດ ແລະ ການປະມົງພ້ອມ ທັງມີທາງຫຼວງແຫ່ງຊາດເລກ ທີ 13 ໃຕ້ຕັດຜ່ານ, ເປັນໃຈກາງ ທາງດ້ານເສດຖະກິດ-ສັງຄົມ ຂອງຈຸດສຸມ. ພາຍໃນບ້ານແມ່ນ ມີລະບົບກົນຈັກທີ່ທັນສະໄໝ ນຳໃຊ້ເຂົ້າໃນການຜະລິດກະສິ ກຳ, ມີຫຼາຍຄອບຄົວທີ່ປະກອບອາ ຊີບລ້ຽງສັດແບບເປັນຟາມເປັນ ຕົ້ນລ້ຽງງົວ, ແບ້, ປາ ແລະ ສັດ ປີກສາມາດສ້າງລາຍຮັບໄດ້ຢ່າງ ໝັ້ນຄົງ. ນອກນັ້ນຍັງມີລະບົບພື້ນ ຖານໂຄງລ່າງອຳນວຍຄວາມສະ ດວກອື່ນໆ ທີ່ເປັນທ່າແຮງໃນການ ພັດທະນາເສດຖະກິດ-ສັງຄົມ ຂອງບ້ານ. ທ່ານ ຄຳສິງ ອໍລະວັນ ເຈົ້າ ເມືອງໆຫີນບູນ ກໍໄດ້ຜ່ານການ ປະເມີນສ້າງບ້ານຄຳແກ້ວ ເປັນ ຕົວເມືອງນ້ອຍ ໃນຊົນນະບົດ ໂດຍສອດຄ່ອງຕາມດຳລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຖານພົ້ນທຸກ ແລະ ມາດຖານພັດທະນາ ເຊິ່ງ ບ້ານຄຳແກ້ວ ໄດ້ປະກາດຮັບຮອງ ເປັນບ້ານພັດທະນາໃນປີ 2012, ມີຫົວໜ່ວຍຜະລິດກະເສດຕະ ກອນ 3 ຫົວໜ່ວຍທີ່ໝັ້ນຄົງ, ເປັນ ໃຈກາງທາງດ້ານເສດຖະກິດ, ມີເສັ້ນທາງຄົມມະນາຄົມ ເຊື່ອມ ຈອດກັບບັນດາບ້ານໃນເທສະ ບານ ແລະ ບ້ານອ້ອມຂ້າງພາຍໃນ ເມືອງສາມາດທຽວໄດ້ 2 ລະດູ, ມີພື້ນຖານການຜະລິດຂອງປະ ຊາຊົນ ທີ່ຮັບປະກັນທາງດ້ານ ສະບຽງອາຫານ ແລະ ຜະລິດ ເປັນສິນຄ້າ, ມີຕະຫຼາດຖາວອນ, ສູນບໍລິການທາງດ້ານໂທລະ ຄົມມະນາຄົມ, ສູນລວມບໍລິການ ເຕັກນິກກະສິກໍາ, ໜ່ວຍບໍລິການ ທະນາຄານ, ໂຮງຮຽນ, ໂຮງໝໍ, ລະບົບໄຟຟ້າ, ປະຊາຊົນມີລາຍ ຮັບສະເລ່ຍ 17 ລ້ານກວ່າກີບຕໍ່ ຄົນຕໍ່ປີ ແລະ ມາດຖານອື່ນໆ. ເຊິ່ງຜ່ານການຕີລາຄາປະ ເມີນຜົນຂອງຄະນະກຳມະການ ແຕ່ລະຂັ້ນຕາມ 16 ມາດຖານ ເຫັນວ່າຈຸມສຸມຄຳແກ້ວ ມີ 15 ມາດຖານທີ່ຄົບຖ້ວນຕາມດຳລັດ 348/ລບ ເຊິ່ງກວມເອົາ 93,75% ຂອງມາດຖານສ້າງເປັນຕົວ ເມືອງນ້ອຍ, ຍັງ 1 ມາດຖານ ກໍ ຄື ບໍ່ມີລະບົບນໍ້າປະປາແຕ່ບົນພື້ນ ຖານປະຊາຊົນບ້ານ ຄຳແກ້ວ ແມ່ນໄດ້ຊົມໃຊ້ ນ້ຳສະອາດ ກວມ 100% ຂອງຈຳນວນຄອບຄົວ ທັງໝົດ ແລະ ໄດ້ສຳເລັດການ ສຳຫຼວດອອກແບບນໍ້າປະປາຊຸມ ຊົນ ເພື່ອສະເໜີເຂົ້າງົບປະມານ ຂອງລັດໃນຕໍ່ໜ້າ. ຈາກນັ້ນທ່ານ ເຈົ້າແຂວງໆຄຳມ່ວນ ກໍໄດ້ມອບ ໃບຢັ້ງຢືນຮັບຮອງເອົາບ້ານຄຳ ແກ້ວ ເປັນຕົວເມືອງນ້ອຍໃນຊົນ ນະບົດ ພ້ອມທັງຮ່ວມເປີດປ້າຍ ແລະ ລັ່ນຄ້ອງ ເພື່ອຢັ້ງຢືນຢ່າງ ເປັນທາງການ. ໂດຍ: ກອງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ